ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

45 ຄົນ ເສຍຊີວິດ ຍ້ອນຫິມະຖະລົ່ມ ທີ່ອັຟການິສຖານ


 ຫິມະຖະລົ່ມໃນພາກຕາເວັນອອກຂອງອັຟການິສຖານ.
ວັນທີ 12 ມີນາ 2012.
ຫິມະຖະລົ່ມໃນພາກຕາເວັນອອກຂອງອັຟການິສຖານ. ວັນທີ 12 ມີນາ 2012.

ມີ​ການຢ້ານ​ກັນ​ວ່າ ປະຊາຊົນ​ຢ່າງ​ໜ້ອຍ 45 ຄົນ​ ​ເສຍ​ຊີວິດ​ແລ້ວ ຫລັງ​ຈາກ​ຫິມະ​ພັງ​ທະລາ​ຍລົງ​ໃສ່ຫລາຍ​ໝູ່​ບ້ານ​ໃນ​ພາກ​ຕາ​ເວັນ​ອອກ​ຂອງອັຟການິສຖານ.

ຫິມະ​ຕົກ​ໜັກ​ໄດ້​ປົກ​ຄຸມພວກ​ບ້ານ​ເຮືອນ​ໃນ​ແຂວງ Nuristan ​ໃນ​ວັນ​ຈັນ​ມື້​ນີ້ ຊຶ່ງ​ບັນດາ​ເຈົ້າ​ໜ້າ​ທີ່ແຂວງ​ກ່າວ​ວ່າ ພວກ​ຂົງ​ເຂດ​ທີ່​ໄດ້​ຮັບ​ຜົນ​ກະທົບ​ໄດ້​ຖືກ​ຕັດຂາດຈາກ​ເຂດ​ນອກ ​ເຮັດ​ໃຫ້​ເປັນ​ການ​ຍາກ​ສໍາລັບ​ພວກ​ພະນັກງານ​ຊ່ອຍກູ້​ໄພ ທີ່ຈະເຂົ້າໄປ​ເຖິງ ​ເພື່ອ​ຊ່ອຍ​ກູ້​ຊີວິດ​ພວກ​ຊາວບ້ານທີ່​ໄດ້​ຮັບ​ເຄາະ​ແລະ​ຄ້າງ​ຄາ​ຢູ່​ໃນ​ຂົງ​ເຂດ​ນັ້ນ.

ຫິມະ​ຖະລົ່ມ​ເປັນ​ເລື້ອງ​ທໍາ​ມະ​ດາ​ໃນ​ເຂດ​ພູ​ເຂົາ​ທາງ​ພາກ​ເໜືອ​ແລະພາກ ​ຕາ​ເວັນ​ອອກ​ຂອງ​ອັຟກາ​ນິສຖານ ​ແຕ່​ບັນດາ​ນັກ​ວະ​ເຄາະ​ກ່າວ​ວ່າຄັ້ງ​ນີ້​ແມ່ນ​ລະດູ​ໜາວ​ທີ່​ຮ້າຍ​ແຮງ​ທີ່ສຸດ​ໃນ​ປະວັດສາດ​ຂອງ​ປະ​ເທດ​ໃນຫລາຍ​ທົດ​ສະ​ວັດ​ຜ່ານ​ມາ.

ໃນ​ສັບປະດາ​ແລ້ວ​ນີ້ ຫິມະ​ໄດ້​ພົງ​ທະລາ​ຍລົງ​ໃນ​ແຂວງ Badakhshan ໃນ​ພາກ​ຕາ​ເວັນ​ອອກສຽງ​ເໜືອ ຊຶ່ງ​ໄດ້​ເຮັດ​ໃຫ້​ປະຊາຊົນ​ເສຍ​ຊີວິດ​ໄປ​ຢ່າງ​ໜ້ອຍ 47 ຄົນ.

ໃນ​ເດືອນ​ກຸມພາ ປີ 2010 ຫິມະ​ໄດ້​ຖະລົ່ມລົງຫລາຍ​ບັ້ນ​ຕິດ​ຕໍ່​ກັນ ຊຶ່ງ​ໄດ້​ເອົາ​ຊີວິດ​ຜູ້​ຄົນ​ໄປ​ຢ່າງ​ໜ້ອຍ 165 ຄົນ​ ໃກ້ໆ​ກັບ​ທາງ​ຜ່ານ Salang Pass ​ໃນ​ເຂດ​ຮ່ອ​ມ​ພູ​ເຂົາ Hindu Kush ທີ່​ເຊື່ອມໂຍງພາກ​ເໜືອ​ຂອງ​ອັຟກາ​ນິສຖານ ​ໃສ່​ກັບນະຄອນຫລວງ​ກຸງ​ຄາ​ບູລນັ້ນ.

XS
SM
MD
LG