ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ທະຫານອະເມຣິກັນ 5 ຄົນ ຕາຍຢູ່ອັຟການິສຖານ


ອົງການເນໂຕ້ກ່າວວ່າ ພວກກະບົດ ໄດ້ສັງຫານທະຫານ ອະເມຣິກັນ 5 ຄົນ ຢູ່ໃນອັຟການິສຖານ ໃນການສືບຕໍ່ ໂຈມຕີທີ່ເຮັດໃຫ້ທະຫານສະຫະລັດ ເສຍຊີວິດເປັນເວລາ ຫຼາຍໆມື້ຢູ່ໃນປະເທດດັ່ງກ່າວ.

ທະຫານອະເມຣິກັນ 4 ຄົນ ໄດ້ເສຍຊີວິດ ດ້ວຍລະເບີດ ແຄມທາງ ໃນວັນອັງຄານມື້ນີ້ ຢູ່ໃນພາກຕາເວັນອອກ ຂອງອັຟການິສ ຖານ ຂະນະທີ່ອີກຄົນນຶ່ງ ຖືກຂ້າຕາຍ ໃນການໂຈມຕີ ຂອງພວກກະບົດ ຢູ່ໃນພາກໃຕ້.

ໃນມື້ວັນຈັນວານນີ້ ການໂຈມຕີ ດ້ວຍລະເບີດແຄມທາງ ຫຼາຍໆຄັ້ງ ຢູ່ໃນພາກໃຕ້ອັຟການິສ ຖານ ເຮັດໃຫ້ທະຫານ ກຳລັງປະສົມ 8 ຄົນ ເສຍຊີວິດ ຮວມທັງ ທະຫານອະເມຣິກັນ 7 ຄົນ.

ນາຍພົນ David Petraeus ຜູ້ບັນຊາການ ກຳລັງທະຫານສະຫະລັດ ແລະອົງການເນໂຕ້ ໃນອັຟການິສຖານກ່າວໃນວັນອັງຄານມື້ນີ້ວ່າ ແຜນການເລີ້ມຖອນທະຫານ ຂອງສະຫະລັດ ໃນປີໜ້ານີ້ ບໍ່ແມ່ນແຜນການ ທີ່ຈະມອບໂອນ ຄວາມຮັບຜິດຊອບ ໃຫ້ແກ່ກຳລັງອັຟການິສ ຖານ ບາດດຽວໂລດ.

ນາຍພົນ Petraeus ກ່າວວ່າ ການເລີ້ມຖອນ ທະຫານອະເມຣິກັນ ໃນເດືອນກໍລະກົດ ປີ 2011 ທີ່ປະກາດໂດຍປະທານາທິບໍດີບາຣັກ ໂອບາມານັ້ນ ຈະເປັນແຜນການ ຄ່ອຍໆຫຼຸດ ກຳລັງປະສົມລົງ.

ນາຍພົນ Petraeus ຍັງເວົ້າອີກວ່າ ຈຳນວນສຸດທ້າຍ ຂອງທະຫານ 30,000 ຄົນ ທີ່ປະ ທານາທິບໍດີ ໂອບາມາ ສັ່ງໃຫ້ສົ່ງໄປເພີ້ມ ໃນອັຟການິສຖານນັ້ນ ຈະເດີນທາງໄປຮອດ ໃນ ໄລຍະ ສອງສາມມື້ ຂ້າງໜ້ານີ້ ເຮັດໃຫ້ຈຳນວນທະຫານ ອະເມຣິກັນທັງໝົດ ໃນອັຟການິສ ຖານ ເພີ້ມຂຶ້ນເປັນ 150,000 ຄົນ.

XS
SM
MD
LG