ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກໍາລັງເນໂຕ້ ຂັບໄລ່ ການໂຈມຕີຂອງພວກກະບົດ


ທະຫານອັຟການິສຖານ ຢືນຍາມ ໃກ້ໆສົບ ກະບົດຄົນນຶ່ງ ທີ່ໂຈມຕີຄ້າຍ ທະຫານອະເມຣິກັນ ທີ່ຕັ້ງຢູ່ ນອກເມືອງ Khost (28 ສິງຫາ 2010)
ທະຫານອັຟການິສຖານ ຢືນຍາມ ໃກ້ໆສົບ ກະບົດຄົນນຶ່ງ ທີ່ໂຈມຕີຄ້າຍ ທະຫານອະເມຣິກັນ ທີ່ຕັ້ງຢູ່ ນອກເມືອງ Khost (28 ສິງຫາ 2010)

ອົງການເນໂຕ້ກ່າວວ່າ ກຳລັງຂອງຕົນ ໃນພາກຕາເວັນ ອອກ ຂອງອັຟການິສຖານ ໄດ້ຂັບໄລ່ ການບຸກໂຈມຕີ ຂອງພວກກະບົດທີ່ຖານທັບ ຂອງຕົນແຫ່ງນຶ່ງແລະຄ້າຍ ທະຫານອະເມຣິກັນແຫ່ງນຶ່ງ ໃຫ້ແຕກຖອຍໄປ ແລະໄດ້ ສັງຫານ ພວກບຸກໂຈມຕີ 13 ຄົນ.

ອົງການເນໂຕ້ເວົ້າວ່າ ໃນຕອນເຊົ້າມືດ ຂອງວັນເສົາມື້ນີ້ ພວກກະບົດໄດ້ເລີ້ມລະດົມຍິງປືນກົນແລະຈະຫຼວດໂຈມ ຕີຖານປະຕິບັດງານ Salerno ໃນເຂດແນວໜ້າຂອງຕົນ ແລະຄ້າຍ Chapman ຂອງທະຫານອະເມຣິກັນ ທີ່ຕັ້ງຢູ່ ໃກ້ຄຽງ ໃນແຂວງ Khost.

ອົງການເນໂຕ້ກ່າວວ່າ ກຳລັງປະສົມ ແລະທະຫານອັຟການິສຖານ ໄດ້ຂັບໄລ່ ການບຸກ ໂຈມຕີຂອງພວກກະບົດໃຫ້ລ່າຖອຍໄປ ແລະຈັບໄດ້ພວກກະບົດ 5 ຄົນທີ່ເປັນສະມາຊິກ ຂອງຕາໜ່າງ Haqqani ຊຶ່ງເປັນເຄືອຂ່າຍ ຂອງກຸ່ມກໍ່ການຮ້າຍ ອາລກາຍດາ. ອົງການ ເນໂຕເວົ້າວ່າ ບໍ່ມີທະຫານຂອງຕົນ ຫລືກຳລັງອັຟການິສຖານ ໄດ້ຮັບບາດເຈັບ ລົ້ມຕາຍ ແຕ່ປະການໃດ.

ຕຳຫຼວດອັຟການິສຖານ ກ່າວວ່າ ຕົນໄດ້ພົບສົບ ພວກກະບົດ 14 ຄົນ ຫຼັງຈາກໄດ້ມີ ການສູ້ລົບກັນ ແລະຢຶດໄດ້ລົດ 2 ຄັນ ທີ່ເຕັມໄປດ້ວຍດິນລະເບີດ ແລະລູກປືນ.

ອົງການເນໂຕ້ກ່າວວ່າ ພວກກະບົດ 4 ຄົນ ທີ່ຖືກຂ້າຕາຍ ໃນສະໜາມລົບ ໄດ້ນຸ່ງເສື້ອ ທີ່ບັນຈຸລະເບີດ ເພື່ອໂຈມຕີສະລະຊີບ ແລະ 3 ຄົນ ໄດ້ຖືກຂ້າຕາຍ ໃນການໂຈມຕີ ທາງອາກາດ ຂະນະທີ່ພວກເຂົາ ພະຍາຍາມຫຼົບໜີໄປ ຈາກຖານທັບ Salerno ໂດຍ ທາງລົດ.

ໂຄສົກຄົນນຶ່ງ ຂອງກຸ່ມທາລີບານ ເວົ້າວ່າ ພວກຫົວຮຸນແຮງຈຸນີ້ ໄດ້ທຳການໂຈມຕີ ໂດຍມີ ພວກນັກລົບ ປະມານ 30 ຄົນ ຮວມທັງ ພວກໂຈມຕີສະລະຊີບ.

XS
SM
MD
LG