ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຕຳຫຼວດອັຟການິສຖານ ຍິງຄູຝຶກສະເປນ


ຕຳຫຼວດ ອັຟການິສຖານຄົນນຶ່ງ ໄດ້ຍິງປືນໃສ່ພວກຄູຝຶກທະຫານ ຊາວສະເປນໃນພາກຕາເວັນຕົກ ສຽງເໜືອ ຂອງອັຟການິສຖານ ເຮັດໃຫ້ຄູຝຶກ 2 ຄົນ ແລະນາຍພາ ສາ ຂອງພວກເຂົາເຈົ້າ ເສຍຊີວິດ.

ລັດຖະມົນຕີ ກະຊວງພາຍໃນ ຂອງສະເປນ ທ່ານ Alfredo Perez Rubalcaba ກ່າວວ່າ ທະຫານສະເປນ ໄດ້ຍິງຕອບໂຕ້ ແລະໄດ້ສັງຫານ ຕຳຫຼວດອັຟການິສຖານ ຄົນນັ້ນ. ເຫດຮ້າຍດັ່ງກ່າວ ເກີດຂຶ້ນໃນວັນພຸດມື້ນີ້ ໃນລະຫວ່າງການຝຶກແອບ ຕຳຫຼວດອັຟການິສຖານ ທີ່ຄ້າຍທະຫານ ສະເປນແຫ່ງນຶ່ງ ຢູ່ເມືອງ Qalay-I-Naw ໃນແຂວງ Baghdis.

ຕໍາຫຼວດອັຟກາ​ນິສຖານ ເວົ້າ​ວ່າ ການ​ຍິງ​ກັນ​ເກີດ​ຂຶ້ນ ​ຫລັງ​ຈາກ​ມີ​ການ​ຖົກ​ຖຽງ​ກັນ ລະຫວ່າງ​ທະ​ຫານ​ສະ​ເປັນ ​ແລະ​ຕໍາຫລວດ​ອັຟກາ​ນິສຖານ. ຂ່າວກ່ຽວກັບການຕາຍ ຂອງຕຳຫຼວດ ອັຟການິສຖານຄົນນີ້ ໄດ້ສ້າງຄວາມໂກດແຄ້ນ ໃຫ້ແກ່ປະຊາຊົນໃນ ເມືອງດັ່ງກ່າວ. ຫຼາຍຮ້ອຍຄົນໄດ້​ພາກັນ​ແກວ່ງ​ກ້ອນ​ຫີນ​ໃສ່ຄ້າຍທະຫານສະເປນແລະ ​ພະຍາຍາມ​ ຈະ​ບຸກ​ເຂົ້າ​ໄປໃນຄ້າຍ.

ທະຫານ ຮັກສາ​ຄວາມ​ປອດ​ໄພ​ ຢູ່​ຄ້າຍ ​ໄດ້​ຍິງ​ປືນ​ໃສ່​ພວກ​ປະ​ທ້ວງ. ​ເຈົ້າ​ໜ້າ​ທີ່​ອັຟກາ​ນິສຖານ ​ກ່າວ​ວ່າ ມີ​ພວກ​ປະ​ທ້ວງ ຢ່າງນ້ອຍ 15 ຄົນ​ ໄດ້​ຮັບ​ບາດ​ເຈັບ ​ແລະ​ຖືກ​ສົ່ງ​ໄປໂຮງໝໍ.

ພວກເຈົ້າໜ້າທີ່ ໄດ້ສະແດງຄວາມວິຕົກກັງວົນ ໃນອະດີດຜ່ານມາ ກ່ຽວກັບການແຊກຊຶມ ຂອງພວກຫົວຮຸນແຮງ ທາລີບານ ຫຼືພວກທີ່ເປັນໃຈ ເຂົ້າໄປຢູ່ໃນ ກຳລັງຕຳຫຼວດ ຂອງ ອັຟການິສຖານ.

XS
SM
MD
LG