ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໕ ພຶດສະພາ ໒໐໒໔

34 ຄົນເສຍຊີວິດ ຍ້ອນລົດຕົກເຫວ ຢູ່ອັຟການິສຖານ


ເຄື່ອງຍົກຂອງໜັກ ຍົກລົດເມຄັນນຶ່ງທີ່ແລ່ນເຈືອກອອກນອກທາງຫລວງ ລະຫວ່າງກາບູລ ກັບກັນດາຮາ ຂຶ້ນມາ, ວັນທີ 20 ສິງຫາ 2011.
ເຄື່ອງຍົກຂອງໜັກ ຍົກລົດເມຄັນນຶ່ງທີ່ແລ່ນເຈືອກອອກນອກທາງຫລວງ ລະຫວ່າງກາບູລ ກັບກັນດາຮາ ຂຶ້ນມາ, ວັນທີ 20 ສິງຫາ 2011.

ເຈົ້າໜ້າທີ່ອັຟການິສຖານກ່າວວ່າ ລົດໂດຍສານຄັນນຶ່ງໄດ້ຕົກເຫວຈາກເສັ້ນທາງເທິງພູ
ໃນພາກໃຕ້ຂອງປະເທດ ເຮັດໃຫ້ມີຜູ້ເສຍຊີວິດຢ່າງນ້ອຍ 34 ຄົນ.

ໂຄສົກຂອງແຂວງການດາຮາກ່າວວ່າ ນອກນັ້ນແລ້ວ ຍັງມີຜູ້ໂດຍສານອີກຢ່າງນ້ອຍ 24 ຄົນໄດ້ຮັບບາດເຈັບຈາກອຸບັດຕິເຫດ ທີ່ເກີດຂຶ້ນໃນວັນເສົາມື້ນີ້.

ສ່ວນຢູ່ທີ່ພາກຕາເວັນຕົກຂອງອັຟການິສຖານ ເຈົ້າໜ້າທີ່ເວົ້າວ່າ ລະເບີດທີ່ຫ້າງໄວ້ໃນ
ລົດລາກຄັນນຶ່ງ ໄດ້ແຕກຂຶ້ນໃກ້ໆກັບລົດທະຫານອັຟການິສຖານ ທີ່ເມືອງເຮຣັດ ເຮັດໃຫ້
ທະຫານ 2 ຄົນເສຍຊີວິດແລະອີກຢ່າງນ້ອຍ 3 ຄົນໄດ້ຮັບບາດເຈັບ.

ໃນມື້ວັນສຸກວານນີ້ ພວກໂຈມຕີດ້ວຍລະເບີດສະລະຊີບໄດ້ບຸກເຂົ້າໄປໃນສູນກາງວັດທະນະ
ທຳອັງກິດທີ່ນະຄອນຫຼວງກາບູລ ຊຶ່ງໄດ້ພາໃຫ້ມີການສູ້ລົບກັນເປັນເວລາຫຼາຍໆຊົ່ວໂມງ
ທີ່ເປັນເຫດໃຫ້ມີຜູ້ເສຍຊີວິດ 9 ຄົນ ຮວມທັງທະຫານເນໂຕ້ຄົນນຶ່ງ.

ພວກຕາລີບານໄດ້ອ້າງເອົາຄວາມຮັບຜິດຊອບໃນການໂຈມຕີ ຊຶ່ງມີຂຶ້ນໃນຂະນະທີ່ຊາວອັຟ
ການິສຖານ ພວມສະເຫຼີມສະຫຼອງວັນຄົບຮອບ 92 ປີ ທີ່ໄດ້ຮັບເອກກະລາດຈາກອັງກິດ.

ການບຸກໂຈມຕີສູນກາງວັດທະນະທຳອັງກິດທີ່ນະຄອນຫຼວງກາບູລເລີ່ມຂຶ້ນ ເວລາຜູ້ໂຈມຕີ
ສະລະຊີບຄົນນຶ່ງບີບຄະນວນລະເບີດທີ່ບັນທຸກເຕັມລົດຢູ່ນອກປະຕູໃຫຍ່ທາງເຂົ້າ ຂະນະ ທີ່ຜູ້ໂຈມຕີສະລະຊີບອີກຄົນນຶ່ງບີບຄະນວນລະເບີດໃຫ້ແຕກຂຶ້ນ ຢູ່ຂ້າງໃນສູນກາງວັດທະ
ນະທຳອັງກິດ.

XS
SM
MD
LG