ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສະຫະລັດ ອັຟການິສຖານ ເຫັນພ້ອມນໍາກັນ


ປະທານາທິບໍດີ ສະຫະລັດ ທ່ານບາຣັກ ໂອບາມາ ແລະປະທານາທິບໍດີ ອັຟການິສຖານ ທ່ານຮາມິດ ກາໄຊ ໄດ້ຕົກລົງກັນວ່າ ສະຫະລັດ ແລະອັຟການິສຖານ ຄວນສືບຕໍ່ ການຮ່ວມມືກັນ ເພື່ອທຳຄວາມກົດດັນ ຕໍ່ພວກຫົວຮຸນແຮງ ທາລີບານ ປາບປາມກຸ່ມກໍ່ການຮ້າຍ ແລະປົກປ້ອງຄຸ້ມຄອງ ປະຊາຊົນອັຟການິສຖານ.

ຖະແຫຼງຂ່າວສະບັບນຶ່ງ ຂອງທຳນຽບຂາວ ແຈ້ງວ່າ ພວກຜູ້ນຳທັງສອງ ໄດ້ປະຊຸມກັນ ໃນມື້ວັນສຸກວານນີ້ ໂດຍຜ່ານທາງ ເຄືອຂ່າຍຄອມພິວເຕີ້ ແລະໄດ້ສົນທະນາຫາລືກັນ ກ່ຽວກັບຫຼາຍໆບັນຫາ ໃນຂອບເຂດທີ່ກວ້າງຂວາງ ຮວມທັງ ການເລືອກຕັ້ງ ສະພາແຫ່ງຊາດ ຄັ້ງຈະມາ ຂອງອັຟການິສຖານ ການປາບປາມ ການສໍ້ລາດບັງຫຼວງ ແລະການບາດເຈັບລົ້ມຕາຍ ຂອງພົນລະເຮືອນ.

ທຳນຽບຂາວກ່າວວ່າ ເອກອັກຄະລັດຖະທູດ ຂອງສະຫະລັດ ປະຈຳອັຟການິສຖານ ທ່ານ Karl Eikenberry ພ້ອມທັງ ຜູ້ບັນຊາການ ກຳລັງສະຫະລັດ ແລະອົງການເນໂຕ້ ໃນອັຟການິສຖານ ນາຍພົນ David Petraeus ກໍໄດ້ເຂົ້າຮ່ວມ ການປະຊຸມທາງວີດີໂອ ຈາກນະຄອນຫຼວງກາບູລ ຂອງອັຟການິສຖານ ໃນຄັ້ງນີ້.

ສ່ວນຄວາມຮຸນແຮງ ໃນວັນເສົາມື້ນີ້ ມີທະຫານຂອງ ອົງການເນໂຕ້ຄົນນຶ່ງ ເສຍຊີວິດ ລຸນຫລັງການໂຈມຕີ ຂອງພວກກະບົດ ຢູ່ໃນພາກໃຕ້ ອັຟການິສຖານ.

XS
SM
MD
LG