ພວກເຈົ້າໜ້າທີ່ ກ່າວວ່າ ຕຳຫຼວດ ຢ່າງໜ້ອຍເຈດຄົນ ແລະພົນລະເຮືອນສາມຄົນໄດ້
ເສຍຊີວິດໃນວັນເສົາມື້ນີ້ ໃນການໂຈມຕີຢ່າງຕໍ່ເນື່ອງໃນ ອັຟການິສຖານ.
ຢູ່ແຂວງ ກາສນີ ທາງພາກຕາເວັນອອກຂອງປະເທດ, ພວກກະບົດໄດ້ສັງຫານຕຳ
ຫຼວດສາມຄົນ ໃນການໂຈມຕີຢູ່ດ່ານກວດຄວາມປອດໄພ, ອີງຕາມໂຄສົກຂອງຫົວ
ໜ້າຕຳຫຼວດປະຈຳແຂວງ ທ່ານ ອາມາດ ຄານ ຊີຣັດຕ໌. ອົງການຂ່າວເອພີ ໄດ້ລາຍ
ງານວ່າ ພວກ ຕາລິບານ ໄດ້ອ້າງເອົາຄວາມຮັບຜິດຊອບ.
ຕຳຫຼວດຢ່າງໜ້ອຍສີ່ຄົນໄດ້ເສຍຊີວິດ ເວລາພວກຕາລິບານໄດ້ຖະຫຼົ່ມດ່ານກວດກາ
ຢູ່ທາງພາກເໜືອຂອງແຂວງ ຊາຣີ ພູລ, ອີງຕາມການກ່າວຂອງຜູ້ນຳສະພາແຂວງ
ທ່ານໂມຮຳມັດ ນໍຣ ຣາມານີ.
ລະເບີດສອງລູກໄດ້ແຕກຢູ່ທາງພາກຕາເວັນອອກຂອງແຂວງ ນັນກາຮາ ເຮັດໃຫ້ພົນ
ລະເຮືອນສາມຄົນເສຍຊີວິດ, ອີງຕາມການກ່າວຂອງໂຄສົກຂອງຜູ້ປົກຄອງແຂວງ
ທ່ານ ອັຕຕາຮູລລາ ໂຄຢານີ.
ບໍ່ມີກຸ່ມໃດອ້າງເອົາຄວາມຮັບຜິດຊອບ ສຳລັບການໂຈມຕີໃນແຂວງ ນັນກາຮາ ແລະ
ຊາຣີ ພູລ.
ພວກລັດອິສລາມ ໄດ້ມີໜ້າຢູ່ແຂວງ ນັນກາຮາ ໃນປີ 2015. ການຕໍ່ສູ້ລະ ຫວ່າງພວກ
ຫົວຮຸນແຮງ ໄດ້ທະວີຂຶ້ນຫວ່າງບໍ່ເທົ່າໃດອາທິດທີ່ຜ່ານມາ ທ່າມກາງການເຈລະຈາສັນ
ຕິພາບທີ່ເກີດຂຶ້ນອີກ, ຄືກັບການປະທະກັນລະຫວ່າງກຸ່ມຫົວຮຸນແຮງຕາລິບານ ກັບ
ກອງກຳລັງອັຟການິສຖານ.
ທູດພິເສດສະຫະລັດ ທ່ານຊາລເມ ຄາລິຊາດ ໄດ້ວິ້ງເຕັ້ນຢູ່ໃນນະຄອນ ກາບູລ ໃນຕົ້ນ
ອາທິດນີ້ ສຳລັບການເຈລະຈາທີ່ຈະລວມມີບຸກຄົນສຳຄັນຂອງ ອັຟການິສຖານ, ພວກ
ເຈົ້າໜ້າທີ່ລັດຖະບານ, ພວກກະບົດຕາລິບານ ແລະບັນດາຜູ້ຕາງໜ້າຝ່າຍຄ້ານອື່ນໆ.
ທ່ານ ຄາລີຊາດ ກ່າວວ່າໄດ້ມີຄວາມຄືບໜ້າ ໃນລະຫວ່າງການເຈລະຈາຫຼາຍຮອບ
ກັບກຸ່ມຕາລິບານ ໃນເດືອນແລ້ວນີ້ຢູ່ປະເທດ ກາຕາ.ຝ
ເຖິງແມ່ນຈະການເຈລະຈາດຳເນີນຢູ່ກໍຕາມ ພວກກະບົດຕາລິບານ ກໍໄດ້ສືບຕໍ່ການ
ໂຈມຕີໃສ່ກອງກຳລັງອັຟການິສຖານ ແລະ ໄດ້ປະຕິເສດທີ່ເຈລະຈາໂດຍກັງກັບລັດ
ຖະບານ ອັຟການິສຖານ ໂດຍຢືນຢັນວ່າເຂົາເຈົ້າເປັນເຄື່ອງມືຂອງສະຫະລັດ.