ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການ​ໂຈມ​ຕີ ​ຄັ້ງ​ຫຼ້າ​ສຸດ ຂອງກຸ່ມຕາ​ລິ​ບານ ໃນອັ​ຟ ການິ​ສ​ຖານ ສັງຫານ​ຢ່າງ​ນ້ອຍ 42 ຄົນ


ຊາ​ຍ​ຜູ້​ນຶ່ງ ໄດ້​ຮັບ​ການ​ຮັກ​ສາ​ພະ​ຍາ​ບານ​ທີ່​ໂຮງ​ໝໍ ຫຼັງ​ຈາກ​ໄດ້ຖືກ
​ໂຈມ​ຕີ ໃນເມືອງ Jalalabad, ​ອັ​ຟ​ກາ​ນິ​ສ​ຖານ, 13 ມ​ຖຸ​ນາ 2019.
ຊາ​ຍ​ຜູ້​ນຶ່ງ ໄດ້​ຮັບ​ການ​ຮັກ​ສາ​ພະ​ຍາ​ບານ​ທີ່​ໂຮງ​ໝໍ ຫຼັງ​ຈາກ​ໄດ້ຖືກ ​ໂຈມ​ຕີ ໃນເມືອງ Jalalabad, ​ອັ​ຟ​ກາ​ນິ​ສ​ຖານ, 13 ມ​ຖຸ​ນາ 2019.

ກຸ່ມ​ຕາ​ລິ​ບານ​ ໄດ້​ສັງ​ຫານກອງ​ກຳ​ລັງ​ຂອງ​ລັດ​ຖະ​ບານ​ຫຼາຍ​ສິບ​ຄົນ ໃນ​ການ​ໂຕມ​ຕີ​
ຄັ້ງ​ຫຼ້າ​ສຸດ ໃນ​ອັ​ຟ​ກາ​ນິ​ສ​ຖານ ຂອງ​ກຸ່ມ​ກະ​ບົດ ຊຶ່ງ​ເປັນ​ການ​ໂຈມ​ຕີ​ຄັ້ງ​ໃໝ່ ຂອງ​ການ​
ເຈ​ລະ​ຈາ​ສັນ​ຕິ​ພາບ ກັບ​ສະ​ຫະ​ລັດ ໃນ​ກາ​ຕາ​ຣ໌ ເພື່ອສົນ​ທະ​ນາ​ຫາ​ລື ໃນ​ການຍຸ​ຕິ​
ທາງ​ການ​ເມືອງ ສູ່​ສົງ​ຄາມ​ອັ​ຟ​ກາ​ນິ​ສ​ຖານ ນັ້ນ.

ບັນ​ດາ​ເຈົ້າ​ໜ້າ​ທີ່​ຂອງ​ແຂວງ Baghlan ທາງ​ພາກເໜືອ​ຂອງ​ປະ​ເທດ ໄດ້​ກ່າວ ໃນ​ວັນ​ເສົາ
ຂອງກະ​ບົດກຸ່ມ​ໃຫຍ່ ​ທີ່​ໂຈມ​ຕີ​ຄ້າຍ​ທະ​ຫານ​ຂ້າງນອກ ໃນ​ເຂດເມືອງ Nahreen ຍັງ​ຜົນ
ໃຫ້ເກີດ​ການ​ປະ​ທະ​ກັນ ຫຼາຍ​ຊົ່ວ​ໂມງ​ນັ້ນ.

ຫົວ​ໜ້າ​ຂົງ​ເຂດ Fazluddin Mardi ໄດ້​ບອກ​ກັບວີ​ໂອ​ເອ ວ່າ ການ​ໂຈມ​ຕີ​ ດັ່ງ​ກ່າວ
ໄດ້​ສັງ​ຫານ 26 ຄົນ ທີ່​ສະ​ໜັບ​ສະ​ໜຸນ​ລັດ​ຖະ​ບານ ທີ່​ຕໍ່​ຕ້ານກອງ​ກຳ​ລັງ​ຕາ​ລິ​ບານ
ແລະ​ບາດ​ເຈັບ​ອີກ 8 ຄົນ. ທ່ານ​ໄດ້​ກ່າວ​ເພີ້ມ​ວ່າ ພວກ​ກະ​ບົດກໍ​ໄດ້​ຮັບ​ບາດ​ເຈັບ​
ໃນ​ຈຳ​ນວນ​ບໍ່​ໜ້ອຍ ແຕ່​ບໍ່​ໄດ້​ໃຫ້​ລາຍ​ລະ​ອຽດ​ໃດໆ​ເລີຍ.

ໂຄ​ສົກ​ຂອງກຸ່ມຕາ​ລິ​ບານ ທ່ານ Fazluddin Mardi ໄດ້​ກ່າວ​ວ່າ ມີ​ຜູ້​ຄົນ​ບາດ​ເຈັບ ​ຈຳ​ນວນຫຼາຍກວ່າ​ນີ້ ສຳ​ລັບ​ກອງ​ກຳ​ລັງ​ອັ​ຟ​ກາ​ນິ​ສ​ຖານ ໂດຍ​ກ່າວ​ວ່າ ພວກ​ຜູ້​ບັນ​ຊາ​ການ
​ອະ​ວຸ​ໂສ ແມ່ນ​ຢູ່​ໃນ​ກຸ່ມ​ພວກ​ນັ້ນ ແມ່ນ​ຖືກ​ສັງ​ຫານ​ເຊັ່ນ​ກັນ.

ກຸ່ມຕາ​ລິ​ບານ ຍັງ​ໄດ້​ທຳ​ການ​ໂຈມ​ຕີ ໃນ​ຕອນເຊົ້າມືດ​ຕໍ່​ຄ້າຍ​ຕຳ​ຫຼວດ ໃນ​ແຂວງ
Kandahar ທາງພາກໃຕ້ຂອງ​ປະ​ເທດ. ເຈົ້າ​ໜ້າ​ທີ່​ຮັກ​ສາ​ຄວາມ​ປອດ​ໄພໄດ້​ບອກ​ກັບ
​ວີ​ໂອ​ເອ ໃນ​ການກວດ​ຄົ້ນໃນ​ຂົງ​ເຂດ Takhta Pol ໃກ້​ໆ​ກັບສະ​ໜາມ​ບິນ ຂອງ​ເມືອງ​
ຫຼວງ​ຂອງ​ແຂວງ ​ໄດ້​ສັງ​ຫານ​ຕຳ​ຫຼວດ 16 ຄົນແລະ​ບາດ​ເຈັບ​ອີກ 4 ຄົນ.

ອ່ານ​ຂ່າວ​ນີ້​ເພີ້ມ​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG