ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທະຫານ 11 ຄົນ ​ເສຍຊີວິດ ໃນການ​ໂຈມ​ຕີ ຂອງ ກຸ່ມຕາ​ລີ​ບານ ຢູ່ອັຟກາ​ນິສຖານ


ສະມາຊິກຂອງກຸ່ມ​ກະບົດຕາ​ລີ​ບານ ພາກັນແຍກຍ້າຍກັນຍ່າງ ໃນລະຫວ່າງທີ່ມີການປະຊຸມກັນ ຢູ່ເມືອງຊິນ​ແດນ (Shindand) ໃນແຂວງ​ເຮ​ຣາດ (Herat) ໃນວັນທີ 27 ພຶດສະພາ, 2016
ສະມາຊິກຂອງກຸ່ມ​ກະບົດຕາ​ລີ​ບານ ພາກັນແຍກຍ້າຍກັນຍ່າງ ໃນລະຫວ່າງທີ່ມີການປະຊຸມກັນ ຢູ່ເມືອງຊິນ​ແດນ (Shindand) ໃນແຂວງ​ເຮ​ຣາດ (Herat) ໃນວັນທີ 27 ພຶດສະພາ, 2016

ກຸ່ມ​ກະບົດຕາ​ລີ​ບານ ​ໄດ້​ທໍາການ​ໂຈມ​ຕີຄ້າຍທະຫ​ານ​ ຂອງ​ກໍາລັງຮັກສາຄວາມສະຫງົບ​ທາງ​ພາກ​ຕາ​ເວັນ​ຕົກແຫ່ງນຶ່ງ ​ຂອງອັຟກາ​ນິສຖານ ຊຶ່ງ​ໄດ້ເຮັດ​ໃຫ້ເຈົ້າໜ້າທີ່​ຮັກສາຄວາມ​ສະຫງົບຂອງ​ລັດຖະບານ​ເສຍຊີວິດຢ່າງໜ້ອຍ 11 ຄົນ.

ການໂຈມຕີໃນ​ແລງວັນ​ພະຫັດ​ວານ​ນີ້ ມີ​ຂຶ້ນທີ່ເມືອງຊິນ​ແດນ (Shindand) ໃນແຂວງ​ເຮ​
ຣາດ (Herat) ທີ່ມີຊາຍແດນຕິດກັບອີຣ່ານນັ້ນ.

ທ່ານຊູ​ຄຣູລລາ ແຊກ​ເກີ (Shukrullah Shaker) ເຈົ້າ​ແຂວງເຮຣາດ ​ໄດ້ກ່າວ​ຕໍ່ວີ​ໂອ​ເອ
ວ່າການບຸກໂຈມຕີຂອງພວກກະບົດ ໄດ້ເຮັດໃຫ້ກໍາລັງຮັກສາຄວາມສະຫງົບ 4 ຄົນໄດ້
ຮັບບາດເຈັບ.

ເຈົ້າ​ແຂວງດັ່ງກ່າວ​ເວົ້າວ່າສິ່ງ​ທີ່​ເອີ້ນກັນ​ວ່າ ຄ້າຍ​ຂອງຕໍາຫຼວດຮັກສາກົດໝາຍ ​ແລະ
ອອກຄໍາສັ່ງ ແມ່ນມີທັງທະຫານ ຈາກກອງທັບແຫ່ງຊາດອັຟການິສຖານ ແລະພະນັກ
ງານຕໍາຫຼວດປະຈຳການຢູ່ ເມື່ອຄ້າຍດັ່ງກ່າວຖືກໂຈມຕີ. ທ່ານແຊກເກີ ຍັງໄດ້ຢືນຢັນອີກ
ວ່າ ທ່ານຊາເຢດຊາຣາຟູດິນ ອາລາວີ (Sayed Sharafudin Allawi), ຜູ້ບັນຊາການ
ຂອງຕໍາຫລວດທີ່ນັ້ນກໍເປັນນຶ່ງ ໃນຈໍານວນຜູ້ທີ່ຖືກສັງຫານ.

ໂຄສົກຂອງ​ກຸ່ມ​ຕາ​ລີ​ບານ, ທ້າວ ຊາ​ບີ​ລລາ ມູຈາ​ຮິດ (Zabiullah Mujahid) ກ່າວອ້າງ
ຢູ່ໃນຖະແຫລງການສະບັບບນຶ່ງ ທີ່ສົ່ງໃຫ້ສື່ມວນຊົນວ່າ ການໂຈມຕີ ທີ່ເມືອງຊິນແດນ (Shindand) ໄດ້ເຮັດໃຫ້ພະນັກງານຮັກສາຄວາມສະຫງົບຂອງອັຟການິສຖານເສຍຊີ
ວິດຫລາຍກວ່າ 20 ຄົນ ແລະພວກກະບົດ ຍັງໄດ້ຍຶດເອົາລົດຫຸ້ມເກາະຂອງທະຫານ ຫລື
ລົດຮໍາວີ ໄປ 4 ຄັນ.

ກ່ອນໜ້ານີ້ ການໂຈມຕີຂອງພວກຕາລີບານຍັງໄດ້ສັງຫານ​ເຈົ້າແຂວງ ​ແລະ​ຕຳຫຼວດ 7​
ຄົນໃນແຂວງກາສນີ ທາງພາກຕາເວັນອອກສຽງໃຕ້ຂອງອັຟການິສຖານ. ແຕ່ແນວໃດ
ກໍຕາມລາຍງານຂອງສື່ມວນຊົນອັຟການິສຖານ ເວົ້າວ່າ ມີຜູ້ເສຍຊີວິດຢ່າງໜ້ອຍ 16
ຄົນ ສ່ວນໃຫຍ່ແລ້ວເປັນພວກທະຫານ.

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາສາ​ອັງກິດ

XS
SM
MD
LG