ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, 22 ກັນຍາ 2026

ພວກທາລີບານ ໂຈມຕີ ກົງສຸນ ສຫລ ຢູ່ ອັຟການິສຖານ (ສະໄລດ໌)

Smoke rises near the U.S. consulate after an attack in Herat, Afghanistan, Sept. 13, 2013.
1/4 Smoke rises near the U.S. consulate after an attack in Herat, Afghanistan, Sept. 13, 2013.
ເບິ່ງຕື່ມອີກ Show less
Afghan security personnel assist an injured police after a suicide car bombing and a gunfight near the U.S. consulate in Herat, Afghanistan, Sept. 13, 2013.
2/4 Afghan security personnel assist an injured police after a suicide car bombing and a gunfight near the U.S. consulate in Herat, Afghanistan, Sept. 13, 2013.
ເບິ່ງຕື່ມອີກ Show less
Afghan security personnel investigate a suicide car bombing and a gunfight near the U.S. consulate in Herat, Afghanistan, Sept. 13, 2013.
3/4 Afghan security personnel investigate a suicide car bombing and a gunfight near the U.S. consulate in Herat, Afghanistan, Sept. 13, 2013.
ເບິ່ງຕື່ມອີກ Show less
Soldiers walk towards the U.S. Consulate after an attack by insurgents in Herat, Afghanistan, Sept. 13, 2013.
4/4 Soldiers walk towards the U.S. Consulate after an attack by insurgents in Herat, Afghanistan, Sept. 13, 2013.
ເບິ່ງຕື່ມອີກ Show less
Previous slide
Next slide
ພວກກະບົດທີ່ເມືອງ Herat ໃນພາກຕາເວັນຕົກອັຟການິສຖານ
ໄດ້ໂຈມຕີສະຖານກົງສຸນສະຫະລັດໃນຕອນເຊົ້າມືດຂອງວັນສຸກ
ມື້ນີ້ ໂດຍໄດ້ສັງຫານຍາມອັຟການິສຖານຢ່າງໜ້ອຍ 2 ຄົນ ແລະ
ເຮັດໃຫ້ມີຜູ້ໄດ້ຮັບບາດເຈັບອີກເກືອບ 20 ຄົນ.

ເຈົ້າໜ້າທີ່ກ່າວວ່າ ພວກທາລີບານ ໄດ້ທຳການໂຈມຕີດ້ວຍລົດ
ລະເບີດສະຫຼະຊີບ ແລະຫຼັງຈາກນັ້ນ ກໍໄດ້ມີການຍິງຕໍ່ສູ້ກັນກັບ
ກຳລັງຮັກສາຄວາມສະຫງົບ ຢູ່ນອກສະຖານກົງສຸນ. ເຈົ້າໜ້າທີ່
ເວົ້າວ່າພວກຫົວຮຸນແຮງ 5 ຄົນທີ່ໃສ່ເສື້ອໃຫຍ່ບັນຈຸລະເບີດສະ
ຫຼະຊີບໄດ້ຖືກຂ້າຕາຍໃນການຍິງຕໍ່ສູ້ກັນ.

ທ່ານນາງ Marie Harf ໂຄສົກຂອງກະຊວງການຕ່າງປະເທດສະຫະລັດ ກ່າວວ່າ ພວກ
ກະບົດໄດ້ຂັບລົດບັນທຸກໄປຍັງປະຕູດ້ານໜ້າຂອງກົງສຸນບ່ອນທີ່ພວກເຂົາໄດ້ໃຊ້ປືນຍາວ
ແລະບາງທີປືນຍິງຈະຫລວດໝາກປີ RPG ນຳດ້ວຍ ຍິງເຂົ້າໃສ່ເຈົ້າໜ້າທີ່ຮັກສາຄວາມ ສະຫງົບ.

ລົດບັນທຸກໄດ້ລະເບີດ ໃນເວລາບໍ່ດົນຕໍ່ມາ ລຸນຫຼັງທີ່ໄດ້ມີການໂຈມຕີ ຊຶ່ງໄດ້ສ້າງຄວາມ ເສຍຫາຍຮ້າຍແຮງໃຫ້ແກ່ປະຕູດ້ານໜ້າ. ທ່ານນາງເວົ້າວ່າບໍ່ມີຄົນອາເມຣິກັນບາດເຈັບ ລົ້ມຕາຍແຕ່ປະການໃດ.

ພວກທາລີບານໄດ້ອ້າງເອົາຄວາມຮັບຜິດຊອບ ໃນການໂຈມຕີໂດຍເວົ້າວ່າ ມີທະຫານ
ອັຟການິສຖານແລະສະຫະລັດຈຳນວນນຶ່ງໄດ້ຮັບບາດເຈັບລົ້ມຕາຍ.

ການໂຈມຕີຂອງພວກຫົວຮຸນແຮງໄດ້ເພີ້ມທະວີຂຶ້ນໃນໄລຍະສອງສາມອາທິດຜ່ານມາ
ນີ້ຊຶ່ງເປັນການເພີ້ມຂຶ້ນໃນຂະນະທີ່ກອງກຳລັງຂອງນາໆຊາດພາຍໃຕ້ການນຳພາຂອງ ສະຫະລັດ ພວມລົດຈຳນວນທະຫານ ທີ່ມີໜ້າຢູ່ໃນອັຟການິສຖານລົງ ກ່ອນການຖອນ ກຳລັງທັງໝົດອອກຈາກປະເທດດັ່ງກ່າວພາຍໃນທ້າຍປີໜ້າ.
XS
SM
MD
LG