ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຢ່າງ​ໜ້ອຍ 15 ຄົນ ​ເສຍ​ຊີ​ວິດ ໃນການ​ໂຈມ​ຕີ​ຂອງ​ກຸ່ມ​ຕາ​ລີ​ບານ ຕໍ່​ທີ່​ຕັ້ງ ອົງ​ການ​ສືບ​ລັບ ​ອັ​ຟ​ກາ​ນິ​ສ​ຖານ


ທະ​ຫານ​ຂອງກອງ​ທັບ​ລັດ​ຖະ​ບານ​ອັ​ຟ​ກາ​ນິ​ສ​ຖານ​ກຳ​ລັງ​ຖື​ປືນ​ຈ້ອງ​ຖ້າຈອບ​ຍິງ​ຢູ່ໃກ້​ບ່ອນ​ເກີດ​ເຫດ​ການ​ໂຈມ​ຕີ​ໃນ​ເມືອງ Jalalabad ຂອງ​ອັ​ຟ​ກາ​ນິ​ສ​ຖານ ໃນ​ວັນ​ທີ 18 ກັນ​ຍາ, 2019
ທະ​ຫານ​ຂອງກອງ​ທັບ​ລັດ​ຖະ​ບານ​ອັ​ຟ​ກາ​ນິ​ສ​ຖານ​ກຳ​ລັງ​ຖື​ປືນ​ຈ້ອງ​ຖ້າຈອບ​ຍິງ​ຢູ່ໃກ້​ບ່ອນ​ເກີດ​ເຫດ​ການ​ໂຈມ​ຕີ​ໃນ​ເມືອງ Jalalabad ຂອງ​ອັ​ຟ​ກາ​ນິ​ສ​ຖານ ໃນ​ວັນ​ທີ 18 ກັນ​ຍາ, 2019

ການ​ໂຈມ​ຕີ​ດ້ວຍ​ລົດລະ​ເບີດທີ່​ກຸ່ມ​ຕາ​ລີ​ບານໄດ້​ອ້າງ​ເອົາ​ຄວາມ​ຮັບ​ຜິດ​ຊອບ​ຢູ່​ໃກ້​ກັບບ່ອນທີ່​ອົງ​ການ​ສືບ​ລັບຄາ​ແລັດ (Qalat) ຂອງ​ອັ​ຟ​ກາ​ນິ​ສ​ຖານ​ຕັ້ງ​ຢູ່​ໃນເມືອງ​ຫລວງ​ຂອງ​ແຂວງຊາ​ບູ​ລ (Zabul), ທາງ​ພາກ​ໃຕ້​ຂອງ​ປະ​ເທດນັ້ນ ​ເຮັດ​ໃຫ້ 15 ຄົນ ​ເສຍ​ຊີ​ວິດ ແລະຫລາຍກວ່າ 90 ຄົນ ​ໄດ້​ຮັບ​ບາດ​ເຈັບ​ໃນ​ຕອນ​ເຊົ້າ​ວັນ​ພະ​ຫັດ​ມື້ນີ້.

ໂຄ​ສົກ​ຂອ​ງ​ຫ້ອງ​ການ​ປົກ​ຄອງ​ແຂວງດັ່ງ​ກ່າວ, ທ່ານ ກູ​ລ ອິ​ສ​ລາມ ເຊ​ຢານ (Gul Islam Seyal) ກ່າວ​ວ່າ ຜູ້​ໄດ້​ຮັບ​ເຄາະ​ຮ້າຍ​ສ່ວນ​ໃຫຍ່ ​ລວມ​ມີແມ່​ຍິງ ແລະ​ເດັກ​ນ້ອຍ ແມ່ນ​ຄົນ​ປ່ວຍ​ທີ່ນອນ​ຢູ່​ໃນ​ໂຮງ​ໝໍ​ຢູ່​ໃກ້ໆ​ທີ່ນັ້ນ.

ພວກ​ເຈົ້າ​ໜ້າ​ທີ່​ເວົ້າ​ວ່າ ໂຮງ​ໝໍຊາ​ບູ​ລ (Zabul) ຊຶ່ງ​ຕັ້ງ​ຢູ່​ໃກ້ກັບ​ຫ້ອງ​ການຜູ້​ບັນ​ຊາ​ການ ດ້ານ​ການ​ຮັກ​ສາ​ຄວາມ​ປອດ​ໄພແຫ່ງ​ຊາດ ຖືກທຳ​ລາຍ​ເກືອບ​ໝົດ​ຢູ່​ໃນ​ການ​ໂຈມ​ຕີ​ຄັ້ງ​ນີ້.

ບັນ​ດາ​ພົນ​ລະ​ເຮືອນ​ ປະ​ເຊີນ​ກັບຜົນ​ກະ​ທົບ​ອັນ​ຮ້າຍ​ແຮງ​ຈາກ​ການ​ກໍ່​ຄວາມ​ຮຸນ​ແຮງຢູ່​ໃນ​ອັ​ຟ​ກາ​ນິ​ສ​ຖານ ໂດຍ​ທີ່​ມີ​ຄົນ​ເສຍ​ຊີ​ວິດ ແລະ​ໄດ້​ຮັບ​ບາດ​ເຈັບເປັນ​ຈຳ​ນວນ​ຫລາຍຢ່າງ​ເປັນ​ປະ​ຫວັດ​ການໃນ​ປີ​ກາຍນີ້, ອີງ​ຕາມ​ການ​ບັນ​ທຶກ​ຂອງ​ອົງ​ການ​ສະ​ຫະປະ​ຊາ​ຊາດ​. ໃນ​ໄລ​ຍະ 6 ເດືອນທຳ​ອິດ ​ຂອງ​ປີ 2019 ນີ້ ຫ້ອງ​ການປະ​ຕິ​ບັດ​ງານ​ດ້ານ​ການ​ຊ່ວຍ​ເຫລືອ​ຂອງອົງ​ການ​ສະ​ຫະປະ​ຊາ​ຊາດ​ປະ​ຈຳ ​ອັ​ຟ​ກາ​ນິ​ສຖານ ລາຍ​ງານ​ວ່າ ມີພົນ​ລະ​ເຮືອນ 1,366 ຄົນ​ ເສຍ​ຊີ​ວິດ ແລະ 2,446 ຄົນ​ໄດ້​ຮັບ​ບາດ​ເຈັບ.

ການ​ໂຈມ​ຕີ​ໃນ​ຄັ້ງ​ນີ້ ແມ່ນ​ເກີດ​ຂຶ້ນ​ພາຍ​ຫລັງ​ທີ່​ມີ​ການ​ໂຈມ​ຕີ​ໃຫຍ່​ຫລາຍໆ​ຄັ້ງ​ໂດຍ​ກຸ່ມ​ຕາ​ລີ​ບານ, ລວມ​ທັງ​ການ​ໂຈມ​ຕີ​ໃນ​ວັນ​ພຸດ​ວານນີ້ ຢູ່​ສູນ​ກາງ​ເຮັດ​ບັດ​ປະ​ຈຳ​ຕົວ​ແຫ່ງ​ຊາດຢູ່​ໃນ​ເມືອງຈາ​ລາ​ລາ​ບັດ (Jalalabad), ທາງ​ພາກ​ຕາ​ເວັນ​ອອກ​ຂອງ​ອັ​ຟ​ກາ​ນິ​ສ​ຖານ ແລະ​ການ​ໂຈມ​ຕີ 2 ຄັ້ງ​ ໃນ​ວັນ​ອັງ​ຄານ​ຜ່ານ​ມາ ທີ່​ເຮັດ​ໃຫ້​ເກືອບ​ຮອດ 50 ຄົນ​ ເສຍ​ຊີ​ວິດ. ການ​ໂຈມ​ຕີ​ຄັ້ງ​ນຶ່ງ​ໃນ​ນັ້ນແມ່ນ​ການ​ ໂຈ​ມ​ຕີ​ຕໍ່​ການ​ໂຮມ​ຊຸມ​ນຸມເລືອກ​ຕັ້ງຂອງ​ປະ​ທາ​ນາ​ທິ​ບໍ​ດີອາ​ຊ​ຣັ​ຟ ກາ​ນີ (Ashraf Ghani) ຢູ່​ໃນ​ແຂວງ​ພາ​ວານ (Parwan).

ໃນ​ຂະ​ນະ​ດຽວ​ກັນ, ພວກ​ເຈົ້າ​ໜ້າ​ທີ່ ​ໃນ​ແຂວງນາ​ນ​ກາ​ຮາ (Nangarhar), ຢູ່​ພາກ​ຕາ​ເວັນ​ອອກຂອງອັ​ຟ​ກາ​ນິ​ສ​ຖານກ່າວ​ອ້າງວ່າ ການ​ໂຈມ​ຕີໂ​ດຍ​ເຮືອ​ບິນບໍ່​ມີ​ຄົນ​ຂັບ​ໃນຕອນ​ກາງ​ຄືນ​ຂອງວັນ​ພຸດ​ຜ່ານ​ມາ ໄດ້​ເຮັດ​ໃຫ້ພົນ​ລະ​ເຮືອນ​ຢ່າງ​ໜ້ອຍ 9 ຄົນ ເສຍ​ຊີ​ວິດ​ ໃນ​ຂະ​ນະ​ທີ່​ເຂົາ​ເຈົ້າ​ກຳ​ລັງ​ເຂົ້າໄປໃນ​ປ່າ​ໄມ້​ແປກ​ໃນ​ທ້ອງ​ຖິ່ນຢູ່ນັ້ນ.

ທ່ານ ແຊມ​ຊູ​ລ​ລາ ຊາ​ຟີ (Shamsullah Safi) ເຈົ້າ​ເມືອງ ເມືອງ​ຄອກ​ຢາ​ນີ (Khogyani) ເວົ້າ​ວ່າ​ພວກ​ຄົນ​ໂດຍ​ສານ​ໝົດ​ທຸກ​ຄົນ​ຢູ່​ໃນ​ລົດ​ນັ້ນ ແມ່ນ​ພົນ​ລະ​ເຮືອນ.

ທ່ານ ອາ​ຈ​ມາ​ລ ໂອ​ມາ (Ajmal Omar), ສະ​ມາ​ຊິກ​ທ່ານ​ນຶ່ງ​ຂອງສະ​ພາແຫ່ງ​ຊາດ​ໃນ​ແຂວງນານ​ກາ​ຮາ (Nangarhar) ຢ້ານ​ວ່າ​ຈຳ​ນວນ​ຄົນ​ເສຍ​ຊີ​ວິດ​ຢູ່​ໃນ​ການ​ໂຈມ​ຕີ​ຄັ້ງ​ນີ້​ອາດ​ຈະ​ເພີ້ມ​ຂຶນ​ກໍ​ເປັນ​ໄດ້ ເພາະ​ຄົນ​ໃນ​ທ້ອງ​ຖິ່ນ​ຍັງ​ພາ​ກັນຊອກ​ຫາຄົນ​ທີ່​ຖືກ​ຊາກ​ຫັກ​ພັງ​ຖົມ​ຢູ່.

​ທ່ານ ອາ​ທາ​ລ​ລາ ຄອກ​ຢາ​ນີ (Ataullah Khogyani), ໂຄ​ສົກ​ຂອງ​ເຈົ້າ​ແຂວງ​ດັ່​ງ​ກ່າວ​ຢືນ​ຢັນ​ວ່າ ມີການ​ໂຈມ​ຕີ​ນີ້ ແຕ່​ກໍ​ບໍ່​ເປັນ​ທີ່​ຈະ​ແຈ້ງວ່າ ພວກ​ໄດ້​ຮັບ​ເຄາະ​ຮ້າຍ​ແມ່ນ​ພົນ​ລະ​ເຮືອນ​ຫລືບໍ່.

ພວກ​ເຈົ້າ​ໜ້າ​ທີ່​ຂອງ​ອົງ​ການ​ເນ​ໂຕ (NATO) ແລະ​ສ​ະ​ຫະ​ລັດ ຍັງ​ບໍ່​ທັນ​ໄດ້​ໃຫ້​ຄຳ​ຕອບ​ກ່ຽວ​ກັບ​ການ​ກ່າວ​ຫານັ້ນ​ເທື່ອ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG