ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ກຸ່ມ​ຕາ​ລີ​ບານ ໃນ​ອັ​ຟ​ກາ​ນິ​ສ​ຖານ ​ປະ​ຕິ​ເສດ​ວ່າ ຕົນບໍ່​ໄດ້​ຢຸດ​ຍິງແຕ່​ຢ່າງ​ໃດ​ເລີຍ


​(ພາບ​ຖ່າຍ​ໂດຍ​ກະ​ຊວງ​ການ​ຕ່າງ​ປະ​ເທດປາກິ​ສ​ຖານ), ລັດ​ຖະ​ມົນ​ຕີກະ​ຊວງ​ການ​ຕ່າງ​ປະ​ເທດ Shah Mehmood Qureshi (ກາງ) ໄດ້​ຕ້ອນ​ຮັບສະ​ມາ​ຊິດຂອງ​ກຸ່ມ​ຕາ​ລີ​ບານ ຢູ່ ນະ​ຄອນ​ອິ​ສ​ລາ​ມາ​ບັດ​ຂອງ​ປາ​ກິ​ສ​ຖານ​ໃນ​ວັນ 3 ຕຸ​ລາ, 2019
​(ພາບ​ຖ່າຍ​ໂດຍ​ກະ​ຊວງ​ການ​ຕ່າງ​ປະ​ເທດປາກິ​ສ​ຖານ), ລັດ​ຖະ​ມົນ​ຕີກະ​ຊວງ​ການ​ຕ່າງ​ປະ​ເທດ Shah Mehmood Qureshi (ກາງ) ໄດ້​ຕ້ອນ​ຮັບສະ​ມາ​ຊິດຂອງ​ກຸ່ມ​ຕາ​ລີ​ບານ ຢູ່ ນະ​ຄອນ​ອິ​ສ​ລາ​ມາ​ບັດ​ຂອງ​ປາ​ກິ​ສ​ຖານ​ໃນ​ວັນ 3 ຕຸ​ລາ, 2019

ກຸ່ມ​ຕາ​ລີ​ບານ​ໄດ້​ປະ​ກາດ​ໃນ​ວັນ​ຈັນ​ວານນີ້ວ່າ ຕົນ​ບໍ່​ໄດ້​ມີ​ເຈ​ດ​ຕະ​ນາ ​ທີ່​ຈະ​ຍຸ​ຕິ​ການ​ສູ້​ລົບ​ຢູ່​ໃນ​ອັ​ຟາ​ນິ​ສ​ຖານເລີຍ ໂດຍ​ໄດ້ປະ​ຕິ​ເສດຕໍ່​ລາຍ​ງານ​ທີ່ເວົ້າ​ວ່າ ກຸ່ມ​ກະ​ບົດ​ດັ່ງ​ກ່​າວ ພ້ອມ​ແລ້ວ​ທີ່​ຈະ​ປະ​ກາດ​ການ​ຢຸດ​ຍິງ​ຊົ່ວ​ຄາວຢູ່​ໃນ​ການ​ຫາ​ທາງ​ສະ​ຫລຸບ​ຂໍ້​ຕົກ​ລົງສັນ​ຕິ​ພາບ​ກັບ​ສະ​ຫະ​ລັດ​ນັ້ນ ເປັນ​ລາຍ​ງານຖືວ່າ​ "​ຜິດພາດ ແລະ​ບໍ່​ມີ​ມູນ​ຄວາມ​ຈິງ".

ການ​ປະ​ກາດ​ດັ່ງ​ກ່າວ​ມີ​ຂຶ້ນ​ນຶ່ງມື້ ເມື່ອ​ພວກ​ກະ​ບົດ​ໄດ້​ສັງ​ຫານ​ຊີ​ວິດ​ຂອງກຳ​ລັງ​ຮັກ​ສາ​ຄວາມ​ສະ​ຫງົບ​ຂອງ​ອັ​ຟາ​ນິ​ສ​ຖານ​ຢ່າງ​ໜ້ອຍ 14 ຄົນ​ຢູ່​ໃນ​ການ​ໂຈມ​ຕີ​ທີ່ຮ້າຍ​ແຮງຫລາຍໆ​ຄັ້ງຕິດ​ຕໍ່​ກັນ​ໃນ​ອາ​ທິດ​ແລ້ວນີ້.

ຫົວ​ໜ້າໂຄ​ສົກ​ຂອງ​ກຸ່ມ​ຕາ​ລີ​ບານ, ທ່ານຊາບີ​ຮູ​ລາ ມູຈາ​ຮິດ (Zabihullah Mujahid) ກ່າວ​ຢູ່​ໃນ​ຖະ​ແຫລງ​ການ​ສະ​ບັບ​ນຶ່ງວ່າ ການ​ປຶກ​ສາ​ຫາ​ລື​ກັນ​ພາຍ​ໃນ​ລະ​ດັບ​ຂັ້ນ​ນຳ​ ໃນ​ປັດ​ຈຸ​ບັນ​ກຳ​ລັງ​ພິ​ຈາ​ລະ​ນາ​ຄຳ​ຮ້ອງ​ຂອງ​ສະ​ຫະ​ລັດ​ຕໍ່​ກຸ່ມ​ກະ​ບົດ​ດັ່ງ​ກ່າວວ່າ ໃຫ້​ຫລຸດ​ຜ່ອນ​ຄວາມ​ຮຸນ​ແຮງ​ລົງນັ້ນຢູ່.

"ສະ​ພາບ​ຄວາມ​ເປັນ​ຈິງ​ກໍ​ຄື ເອມ​ມີ​ເຣດ​ແຫ່ງ​ອິ​ສ​ລາມ (Islamic Emirate) ຊຶ່ງ​ໝາຍ​ເຖິງ​ກຸ່ມ​ຕາລີ​ບານ ບໍ່​ມີ​ຈຸດ​ປະ​ສົງ​ທີ່ຈະ​ປະ​ກາດຢຸດ​ຍິງ" ນັ້ນ​ຄື​ຄຳ​ເວົ້າ​ຂອງ​ທ່ານ​ມູຈາ​ຮິດ ທີ່​ກ່າວເພື່ອ​ແກ້​ຂ່າວ ໂດຍ​ເວົ້າວ່າ ຂ່າວທີ່​ເວົ້າ​ແນວ​ອື່ນນັ້ນ ແມ່ນ​ລາຍ​ງານ​ທີ່​ເປັນ​ການໂຄ​ສະ​ນາຊວນ​ເຊື່ອຂອງ "ສັດ​ຕູທີ່​ມຸ້ງ​ຮ້າຍ."

ການ​ປະ​ຕິ​ເສດ​ດັ່ງ​ກ່າວ ​ມີ​ຂຶ້ນ​ພາ​ຍ​ຫລັງ​ທີ່​ອົງ​ການ​ຂ່າວ​ສານ​ຂອງອັ​ຟ​ກາ​ນິ​ສ​ຖານ ແລະຂອງ​ຕ່າງ​ປະ​ເທດ​ລາຍ​ງານໃນ​ວັນ​ອາ​ທິດ​ຜ່ານ​ມາ​ວ່າ ຢູ່​ໃນຂັ້ນ​ຕອນ​ການ​ປຶກ​ສາ​ຫາ​ລື​ພາຍ​ໃນນັ້ນ ​ສະ​ພາ​ປົກ​ຄອງ​ຂອງ​ກຸ່ມ​ຕາ​ລີ​ບານ ໄດ້​ເຫັນ​ດີທີ່​ຈະ​ຢຸດ​ຍິງ ເປັນ​ເວ​ລາ​ອາ​ທິດ​ນຶ່ງ ເພື່ອ​ທຳ​ການ​ເຈ​ລະ​ຈາ​ຕໍ່​ໄປ​ອີກ​ກັບ​ສະ​ຫະ​ລັດ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG