ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

16 ຄົນ ເສຍຊີວິດ ໃນການໂຈມຕີໂຮງແຮມ ຢູ່ອັຟການິສຖານ


ໂຮງແຮມແຫ່ງນຶ່ງ ທີ່ຕັ້ງຢູ່ນອກນະຄອນຫຼວງກາບູລ ຖືກໂຈມຕີໂດຍກຸ່ມຕາລີບານ (22 ມິຖຸນາ 2012)
ໂຮງແຮມແຫ່ງນຶ່ງ ທີ່ຕັ້ງຢູ່ນອກນະຄອນຫຼວງກາບູລ ຖືກໂຈມຕີໂດຍກຸ່ມຕາລີບານ (22 ມິຖຸນາ 2012)

ເຈົ້າໜ້າ​ທີ່​ອັຟກາ​ນິສຖານ​ກ່າວ​ວ່າ ການ​ໂຈມ​ຕີ​ຂອງ​ພວກ​ຕາ​ລີ​ບານ​ຢູ່​ທີ່​ໂຮງ​ແຮມແຫ່ງ​ນຶ່ງນອກ​
ນະຄອນຫຼວງກາ​ບູລ ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ຢ່າງ​ນ້ອຍ 16 ຄົນ.

​ເຈົ້າໜ້າ​ທີ່​ເວົ້າວ່າ ມີ​ພົນລະ​ເຮືອນ 12 ຄົນ ຍາມ​ຂອງ​ໂຮງ​ແຮມ 3 ຄົນ​ແລະ​ຕຳຫຼວດຄົນ​ນຶ່ງ ​ໄດ້
​ເສຍ​ຊີວິດ ​ໃນ​ການ​ປິດ​ລ້ອມ​ໂຈມ​ຕີໂຮງ​ແຮມ Spozhmai ທີ່​ເລີ້ມຂຶ້ນ​ໃນ​ຕອນ​ເດິກ​ຂອງ​ຄືນ​ວັນ
​ພະຫັດແລະສິ້ນສຸດ​ລົງ​ໃນ​ຕອນ​ເຊົ້າຂອງ​ວັນ​ສຸກມື້ນີ້.

ພວກ​ໂຈມ​ຕີ​ສະລະ​ຊີບ ​ແລະ​ມື​ປືນ​ຂອງ​ກຸ່ມ​ຕາ​ລີ​ບານ ​ໄດ້​ຈັບ​ໂຕ​ປະກັນ​ພົນລະ​ເຮືອນ ທີີ່​ຮວມ
ທັງ​ແມ່ຍິງ​ແລະ​ເດັກນ້ອຍ.

ກຳລັງ​ຮັກສາ​ຄວາມ​ສະຫງົບ​ຂອງ​ອັຟກາ​ນິສຖານ​ໄດ້​ປ່ອຍ​ໂຕ​ປະກັນ​ຢ່າງ​ໜ້ອຍ 35 ຄົນທີ່​ຖືກ​
ພວກ​ຫົວ​ຮຸນ​ແຮງ​ຈັບ​ໄວ້ ກ່ອນ​ທີ່​ການ​ປິດ​ລ້ອມ​ຈະ​ສິ້ນສຸດ​ລົງ.

ອົງການ​ຂ່າວ​ຝຣັ່ງລາຍ​ງານ​ວ່າ ພວກ​ໂຈມ​ຕີ​ຂອງ​ກຸ່ມ​ຕາ​ລີ​ບານ​ທັງ​ໝົດ ​ໄດ້​ຖືກຂ້າ​ຕາຍ.

​ໂຄສົກ​ຄົນ​ນຶ່ງ​ຂອງ​ກຸ່ມ​ຕາ​ລີ​ບານ​ໄດ້​ອ້າງ​ເອົາ​ຄວາມ​ຮັບຜິດຊອບ​ໃນ​ການ​ໂຈມ​ຕີດັ່ງກ່າວ​ໂດຍ
ເວົ້າວ່າ ພວກ​ນັກ​ລົບ​ຂອງ​ຕົນ​ ໄດ້​ແນ​ເປົ້າໝາຍ​ໃສ່​ໂຮງ​ແຮມ​ແຫ່ງນີ້ ຍ້ອນ​ພວກ​ຕ່າງປະ​ເທດ​
ມັກໄປ​ພັກ​ເຊົາ.

XS
SM
MD
LG