ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນາໆຊາດ ປະນາມ ການໂຈມຕີ ຢູ່ໃນ ອັຟການິສຖານ ຂະນະທີ່ ການເສຍຊີວິດ ເພີ້ມຂຶ້ນ ເປັນ 26 ຄົນ


ຊາຍຄົນນຶ່ງ ໄດ້ຖືກນຳເຂົ້າໂຮງໝໍ ຫຼັງຈາກເກີດເຫດ ລະເບີດແຕກ ທີ່ຮ້າຍແຮງ ຢູ່ທີ່ ສະໂມສອນ ມວຍປ້ຳ ໃນນະຄອນຫຼວງ ກາບູລ ຂອງອັຟການິສຖານ, ວັນທີ 5 ກັນຍາ 2018.
ຊາຍຄົນນຶ່ງ ໄດ້ຖືກນຳເຂົ້າໂຮງໝໍ ຫຼັງຈາກເກີດເຫດ ລະເບີດແຕກ ທີ່ຮ້າຍແຮງ ຢູ່ທີ່ ສະໂມສອນ ມວຍປ້ຳ ໃນນະຄອນຫຼວງ ກາບູລ ຂອງອັຟການິສຖານ, ວັນທີ 5 ກັນຍາ 2018.

ຊາວອັຟການິສຖານ ພາກັນໄວ້ອາໄລ ໃນວັນພະຫັດມື້ນີ້ ໃຫ້ແກ່ການເສຍຊີວິດ ຂອງ
ພົນລະເຮືອນຢ່າງໜ້ອຍ 26 ຄົນ ທີ່ລວມທັງ ພວກນັກກິລາເພດຊາຍ ພວກພະນັກງານ
ກູ້ໄພ ແລະ ພວກນັກຂ່າວ ໃນການໂຈມຕີ ດ້ວຍລະເບີດສະຫລະຊີບ ສອງຄັ້ງຕິດຕໍ່ກັນ
ໃນໄລຍະຂ້າມຄືນ ຢູ່ໃນນະຄອນຫຼວງ ກາບູລ ຂອງ ອັຟການິສຖານ. ກຸ່ມລັດອິສລາມ
ໄດ້ອ້າງເອົາຄວາມຮັບຜິດຊອບ ໃນການໂຈມຕີດັ່ງກ່າວ ໂດຍຜ່ານ ອັນທີ່ຕົນເອີ້ນວ່າ
ອົງການຂ່າວ ອາມັກ.

ຄວາມຮຸນແຮງທີ່ໄດ້ເກີດຂຶ້ນ ເມື່ອຕອນແລງວັນພຸດວານນີ້ ຢູ່ໃນເຂດຊານເມືອງ ດັຊຕີ-
ອີ-ບາຣຊຈີ ທາງພາກຕາເວັນຕົກຂອງນະຄອນຫຼວງ ເຊິ່ງເປັນເຂດທີ່ມີ ປະຊາຄົມ ຊາວ
ມຸສລິມ ອັຟການິສຖານ ນິກາຍຊີໄອ ອາໄສຢູ່ ຢ່າງໜາແໜ້ນ.

ທ່ານ ວາຮີດ ມາຣໍ ໂຄສົກ ກະຊວງສາທາລະນະສຸກ ໄດ້ບອກວີໂອເອ ວ່າ ປະມານ 100
ຄົນ ໄດ້ຮັບການປິ່ນປົວຢູ່ໃນໂຮງໝໍຕ່າງໆ ຍ້ອນການບາດເຈັບ ທີ່ພວກເຂົາເຈົ້າໄດ້ຮັບ
ໃນການໂຈມຕີຂ້າມຄືນດັ່ງກ່າວນັ້ນ.

ສ່ວນຕຳຫຼວດ ແລະ ພວກທີ່ເຫັນເຫດການ ໄດ້ກ່າວວ່າ ເຫດລະເບີດແຕກຄັ້ງທີນຶ່ງ ເກີດ
ຂຶ້ນ ໃນເວລາ ຜູ້ໂຈມຕີດ້ວຍລະເບີດສະຫຼະຊີບຄົນນຶ່ງ ໄດ້ບີບຄະນວນ ລະເບີດໃຫ້ແຕກ
ຂຶ້ນ ຢູ່ໃນສູນກິລາແຫ່ງນຶ່ງ ບ່ອນທີ່ການແຂ່ງຂັນມວຍປ້ຳ ກຳລັງ ດຳເນີນໄປຢູ່ນັ້ນ.

ຜູ້ໂຈມຕີດ້ວຍລະເບີດສະຫລະຊີບຄົນທີສອງ ໄດ້ບີບຄະນວນລະເບີດ ໃຫ້ແຕກຂຶ້ນ ຢູ່ໃນລົດທີ່ບັນຈຸລະເບີດເຕັມຄັນ ບໍ່ດົນຫຼັງຈາກທີ່ຕຳຫຼວດ ສື່ມວນຊົນ ແລະ ໜ່ວຍງານ
ສຸກເສີນ ໄດ້ເດີນທາງໄປຮອດບ່ອນລະເບີດແຕກ ຄັ້ງທຳອິດ. ລົດລະເບີດ ຍັງໄດ້ສັງຫານ
ນັກຂ່າວ 2 ຄົນ ຂອງ ບໍລິສັດໂທລະພາບເອກະຊົນ ຊ່ອງ TOLOnews ທີ່ໃຫຍ່ທີ່ສຸດ
ຂອງປະເທດ ແລະ ອີກຫຼາຍຄົນໄດ້ຮັບບາດເຈັບ.

ບັນດາເຈົ້າໜ້າທີ່ຂອງໂຮງໝໍ ໄດ້ບັນລະຍາຍວ່າ ບາດແຜທີ່ພວກນັກຂ່າວທັງສອງຄົນ
ໄດ້ຮັບນັ້ນ ແມ່ນ “ຮ້າຍແຮງແທ້ໆເລີຍ.”

“ການກະທຳທີ່ປອງຮ້າຍຂອງການກໍ່ການຮ້າຍ ທີ່ແນໃສ່ ພົນລະເມືອງທຳມະດາ
ຂອງນະຄອນຫຼວງ ກາບູລ ພ້ອມກັນກັບ ພວກນັກກູ້ໄພ ແລະພວກນັກຂ່າວ ນັ້ນ
ແມ່ນບໍ່ໜ້າເຊື່ອແທ້ໆເລີຍ”
ທ່ານ ທາດາມີຊຈີ ຢາມາໂມໂຕ ຫົວໜ້າອົງການຊ່ວຍເຫຼືອ
ສະຫະປະຊາຊາດ ປະຈຳອັຟການິສຖານ ໄດ້ກ່າວໄປ. ທ່ານກ່າວຕື່ມວ່າ “ພວກເຮົາ
ພ້ອມກັບ ຊາວອັຟການິສຖານ ຂໍສະແດງອອກເຖິງຄວາມລັງກຽດຢ່າງແຮງ ຕໍ່ການ
ໂຈມຕີ ທີ່ໃຫຍ່ຫຼວງເຊັ່ນນີ້.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG