ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ກອງ​ກຳລັງ ​ຮັກສາ​ ຄວາມ​ປອດ​ໄພ ​ອັຟກາ​ນິສຖານ ສັງຫານ ມືປືນ 3 ຄົນ


Afghan Violence
please wait
Embed

No media source currently available

0:00 0:01:06 0:00

ກອງ​ກຳລັງ​ຮັກສາ​ຄວາມ​ປອດ​ໄພ​ອັຟກາ​ນິສຖານ ​ໄດ້​ສັງຫານ​ມື​ປືນທັງ 3 ຄົນເຮັດ​ໃຫ້ ການ​ປິດ​ລ້ອມ​ເປັນ​ເວລາຫຼາຍ​ຊົ່ວ​ໂມ​ງຂອງ​ພວກ​ຫົວ​ຮຸນແຮງ ເມື່ອ​ຄືນ​ແລ້ວນີ້​ໃນ​ເຂດ​ໃຈ​ກາງ ນະຄອນຫຼວງ Kabul ທີ່​ມີ 6 ຄົນໄດ້​ຮັບ​ບາດ​ເຈັບນັ້ນ ສິ້ນສຸດ​ລົງ ອີງ​ຕາມ​ທ່ານ Sedig Seddigi ​ໂຄສົກ​ຂອງ​ກະຊວງພາຍ​ໃນ ​ໄດ້ທີ່​ປະກາດ​ໄປ​ໃນ​ວັນ​ອັງ​ຄານ​ມື້​ນີ້.

ທ່ານ​ໄດ້​ກ່າວ​ວ່າ ມີ 42 ຄົນ ຊຶ່ງ​ຮວມທັງຊາວ​ຕ່າງ​ຊາດ​ອີກ 10 ຄົນ ​ໄດ້ຖືກ​ຊ່ອຍ​ອອກ​ມາ​ໄດ້ ​ໂດຍ​ປາດ​ສະ​ຈາກ​ການ​ບາດ​ເຈັບ​ໃດໆ ຈາກຄຸ້ມ​ບ້ານ​ພັກ​ຂອງອົງການ CARE ຊຶ່ງ​ເປັນ​ອົງການ​ກຸສົນ​ນາໆ​ຊາດໃນ​ຂົງ​ເຂດ Shar-e-Naw ຂອງ​ນະຄອນ​ຫຼວງ​.

ການ​ໂຈມ​ຕີ​ທີ່​ວ່າ​ນີ້ ​ໄດ້​ເລີ້ມ​ຂຶ້ນ​ດ້ວຍ​ລະ​ເບີດ​ລົດຂະໜາດ​ແຮງ ຕິດຕາມ​ມາ​ດ້ວຍ​ການ​ຍິງ​ປະ​ທະ​ກັນ ​ໃນ​ແລງວັນ​ຈັນ​ວານ​ນີ້ ຊຶ່ງທ່ານ Seddigi ​ໄດ້​ອະທິບາຍເພີ້​ມຕື່ມວ່າ ກອງ​ກຳລັງພິ​ເສດ​ຂອງອັຟກາ​ນິສຖານ ​ໄດ້​ປິດ​ລ້ອມ​ບໍລິ​ເວນ​ດັ່ງກ່າວ​ໂດຍ​ໄວ ​ແລະ​ຕໍ່ສູ້​ກັບ​ພວກ​ມື​ປືນ​ທີ່​ວ່າ​ນີ້.

ນະຄອນຫຼວງກາບູນ, ອັຟກາ​ນິສຖານ
ນະຄອນຫຼວງກາບູນ, ອັຟກາ​ນິສຖານ

ໂຄສົກ​ຂອງ​ກະຊວງພາຍໃນອັຟກາ​ນິສຖານ ​ໄດ້​ກ່າວ​ວ່າ ການ​ປະ​ທະ​ກັນ ​ໄດ້ເລີ້​ມ​ຄືນ​ອີກ ​ໃນ​ເຊົ້າ​ວັນ​ອັງຄານ​ມື້​ນີ້ ​ແລະກອງ​ກຳລັງ​ຮັກສາ​ຄວາມ​ປອດ​ໄພຂອງອັຟກາ​ນິສຖານ ​ໄດ້​ສັງຫານ​ພວກ​ທີ່​ເຂົ້າ​ມາ​ໂຈມ​ຕີ​ທັງ​ໝົດ.

ຍັງ​ບໍ່​ທັນ​ມີ​ຜູ້​ໃດອອກມາ​ອ້າງເອົາ​ຄວາມ​ຮັບຜິດຊອບ ​ໃນ​ການ​ໂຈມ​ຕີ​ຄັ້ງ​ນີ້​ເທື່ອ.

ທ່ານ Abdullah Abdullah ຫົວໜ້າ​ບໍລິຫານຂອງອັຟກາ​ນິສຖານ ​ໄດ້​ປະນາມ​ການ​ໂຈມ​ຕີ​ນີ້​ວ່າ ​ເປັນ “ການ​ກະທຳຕໍ່ຕ້ານສາສະໜາ ການ​ເຊື່ອ​ຖື ​ແລະຕ້ານມະນຸດຊາດ.”

ກອງກຳລັງ ຮັກສາຄວາມປອດໄພ ອັຟກາ​ນິສຖານ ຕຽມພ້ອມ ທີ່ຈະໂຈມຕີພວກຫົວຮຸນແຮວ ຂ້າງນອກ ເມືອງ Kunduz, ອັຟກາ​ນິສຖານ, 21 ສິງຫາ, 2016.
ກອງກຳລັງ ຮັກສາຄວາມປອດໄພ ອັຟກາ​ນິສຖານ ຕຽມພ້ອມ ທີ່ຈະໂຈມຕີພວກຫົວຮຸນແຮວ ຂ້າງນອກ ເມືອງ Kunduz, ອັຟກາ​ນິສຖານ, 21 ສິງຫາ, 2016.

“ອັຟກາ​ນິສຖານ ​ກຳລັງ​ຕໍ່ສູ້ໃນ​ສົງຄາມ​ຕ້ານ​ພວກ​ກໍ່​ການ​ຮ້າຍທີ່​ໄດ້ຮັບ​ການ​ຝຶກແອບ​ມາເປັນ​ຢ່າງ​ດີ ​ໄດ້​ຮັບ​ຄຳ​ປຶກສາ ການ​ຊ່ອຍ​ເຫຼືອ ​ແລະ​ຄຳ​ແນະນຳ​ຈາກ​ປະ​ເທດ​ເພື່ອນ​ບ້ານ​ຂອງ​ພວກ​ເຮົາ​ນີ້​ເອງ, ທ່ານ​ໄດ້​ກ່າວ​ຢ້ຳຢູ່ໃນ​ຖະ​ແຫຼງການ ຊຶ່ງ​ເປັນ​ການ​ກ່າວ​ເຖິງປະ​ເທດ​ເພື່ອນ​ບ້ານປາ​ກິ​ສຖານ.”

ລັດຖະບານອັຟກາ​ນິສຖານ ​ແມ່ນ​ໄດ້​ກ່າວ​ຫາປາ​ກິ​ສຖານ ມາ​ເປັນ​ເວ​ບາ​ດົນ​ນານ​ແລ້ວ ​ໂດຍ​ສະ​ເພາະ ສະ​ຖາ​ບັນ​ກອງທັບຂອງ​ພວກ​ເຂົາ ທີ່ໄດ້​ໃຫ້ການ​ຊ່ອຍ​ເຫຼືອ​ແບບ​ລັບໆ​ແກ່ພວກ​ກະບົດ​ຕາ​ລິ​ບານ ​ໃນອັຟກາ​ນິສຖານ ຊຶ່ງ​ເປັນ​ຂໍ້​ກ່າວ​ຫາ​ທີ່ Islamabad ​ໄດ້ປະຕິ​ເສດ ​ໄປແລ້ວ.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG