ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

50 ຄົນ ເສຍຊີວິດ ໃນອຸບປະຕິເຫດ ລົດຕໍາກັນ ຢູ່ອັຟການິສຖານ


ແຜນທີ່ອັຟການິສຖານ
ແຜນທີ່ອັຟການິສຖານ
ບັນດາ​ເຈົ້າ​ໜ້າ​ທີ່ໃນ​ພາກ​ຕາ​ເວັນ​ອອກ​ຂອງອັຟກາ​ນິສຖານ
ກ່າວ​ວ່າ ຢ່າງ​ໜ້ອຍ 50 ຄົນ​ໄດ້​ເສຍ​ຊີວິດ ຍ້ອນອຸບປະ​ຕິເຫດ
ລະ​ຫວ່າງ​ລົດ​ໂດຍສານ ​ແລະ​ລົດ​ແກ່​ເຄື່ອງ​ຕໍາ​ກັນ.

ອຸບປະຕິ​ເຫດ​ດັ່ງກ່າວໄດ້​ເກີ​ດຂື້ນ​ໃນ​ວັນ​ສຸກມື້ນີ້ ທີ່​ແຂວງ Ghazni ຢູ່ເທິ​ງທາງ ຫຼວງ ຊຶ່ງ​ເປັນ​ເສັ້ນ​ທາງ​ເຊື່ອມ​ຕໍ່​ ລະຫວ່າງ​ເມືອງ Kandahar ​ໃນ​ພາກ​ໃຕ້​ຂອງ ປະ​ເທດ ​ແລະ​ນະຄອນ​ຫລວງ Kabul.

ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ລົດ​ທັງ​ສອງ​ຄັນ​ໄດ້​ລ​ະ​ເບີດ​ລຸກ​ໄໝ້ເປັນ​ໄຟ ຫລັງ​ຈາກ​ໄດ້​ຕໍາ​ກັນ​ແລ້ວ ໃນ​ເຂດ​ເມືອງ Ab Band​. ພວກ​ຜູ້ຍິງ ​ແລະເດັກນ້ອຍ​ແມ່ນ​ຮວມ​ຢູ່​ໃນ​ຈໍາ​ນວນ​ຜູ້​ເສຍ​ຊີວິດ ​ແລະມີ​ອີກ​ຫລາຍໆ​ຄົນ​ໄດ້​ຮັບ​ບາດ​ເຈັ​ບ.

ສ່ວນ​ໃນ​ເຂດ​ອື່ນໆ​ທາງ​ພາກ​ຕາ​ເວັນ​ອອກຂອງ​ອັຟກາ​ນິສຖານ​ນັ້ນ ອົງການ NATO ກ່າວ​ວ່າ ພວກ​ກະບົດໄດ້​ສັງຫານ​ທະຫານ​ກຳລັງ​ປະສົມ​ຄົນນຶ່ງ​ໃນ​ວັນ​ວັນ​ພະຫັດວານ​ນີ້.
XS
SM
MD
LG