ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທ່ານຮາມິດ ກາໄຊຢ້ຽມຢາມກຸງວໍຊິງຕັນ


ປະທານາທິບໍດີອັບຟະການິດສະຖານທ່ານຮາມິດ ກາໄຊ
ໄດ້ມ້ວນທ້າຍການຢ້ຽມຢາມກຸງວໍຊິງຕັນ ເປັນເວລາ 4 ມື້
ໃນວັນພະຫັດມື້ນີ້ ໃນການຢ້ຽມຢາມຊຶ່ງ ສ່ວນໃຫຍ່ແລ້ວ
ບໍ່ໄດ້ເອີ່ຍເຖິງຄວາມເຄັ່ງຕຶງເມື່ອໄວໆມານີ້ ລະຫວ່າງ
ສະຫະລັດ ແລະອັບຟະການິດສະຖານ.

ໃນຕອນບ່າຍມື້ນີ້ທ່ານກາໄຊຈະໄດ້ສະແດງຄວາມເຫັນ
ແລະໄປຮ່ວມການຕອບຄຳຖາມ ກັບລັດຖະມົນຕີການ
ຕ່າງປະເທດສະຫະລັດ ທ່ານນາງ ຮິລລາຣີ ຄລິນຕັນ
ຜູ້ຊຶ່ງທ່ານໄດ້ພົບປະມາແລ້ວ ເມື່ອຕົ້ນອາທິດນີ້.

ນອກນັ້ນ ປະທານາທິບໍດີອັບຟະການິດສະຖານ ຍັງຈະເດີນທາງໄປ
ທີ່ສຸສານແຫ່ງຊາດອາຣ໌ລິງຕັນຂອງສະຫະລັດ ເພື່ອຢ້ຽມຂຸມຝັງສົບ
ຂອງພວກທະຫານອະເມຣິກັນທີ່ເສຍຊີວິດ ໃນການສູ້ລົບຢູ່ໃນອີຣັກ
ແລະອັບຟະການິດສະຖານ. ທ່ານກາໄຊທີ່ໄດ້ໄປຢ້ຽມທະຫານອະເມຣິກັນ
ບາດເຈັບ ໃນມື້ວັນອັງຄານຜ່ານມານີ້ ໄດ້ສະແດງຄວາມຮູ້ບຸນຄຸນຕໍ່
ສະຫະລັດ ໃນການໃຫ້ຄວາມສະໜັບສະໜຸນ ແກ່ອັບຟະການິດສະຖານ
ຮວມທັງການເສຍສະລະຂອງທະຫານອະເມລິກັນໃນການສູ້ລົບກັບ
ພວກກະບົດນັ້ນ.

ປະທານາທິບໍດີສະຫະລັດທ່ານບາຣັກ ໂອບາມາ ໄດ້ກ່າວເຖິງໃນອັນທີ່
ທ່ານເອີ້ນວ່າ ຄວາມຮູ້ສຶກກ່ຽວກັບຄວາມເຄັ່ງຕຶງລະຫວ່າງວໍຊິງຕັນແລະ
ກາບູລ ຫລັງຈາກການເຈລະຈາຫາລືເກືອບໝົດມື້ ກັບປະທານາທິບໍດີ
ກາໄຊທີ່ທຳນຽບ ຂາວໃນວັນພຸດວານນີ້. ທ່ານເວົ້າວ່າ ທັງສອງຝ່າຍ
ໄດ້ມີຄວາມໝາຍໝັ້ນຕັ້ງໃຈ ຕໍ່ເປົ້າໝາຍໃນການເຮັດໃຫ້ອັບຟະການິດສະຖານ
ເປັນປະເທດທີ່ປອດໄພແລະທຸ່ນທ່ຽງ.

XS
SM
MD
LG