ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ Karzai ​ໄດ້ສັ່ງ​ໃຫ້​ສອບ​ສວນ ເລື້ອງ​ການ​​ໂຈມ​ຕີ​ທາງ​ອາກາດ ຂອງ​ເນໂຕ້


ທ່ານ Hmid Karzai ພົບປະກັບ ປະທານາທິບໍດີສະຫະລັດ ທ່ານ Obama
ທ່ານ Hmid Karzai ພົບປະກັບ ປະທານາທິບໍດີສະຫະລັດ ທ່ານ Obama

ປະທະນາທິບໍດີ ອັຟກາ​ນີສຖານ ທ່ານ Hmid Karzai ​ໄດ້ສັ່ງ​ໃຫ້​ມີ​ການສືບສວນ​ສອບ​
ສວນກ່ຽວ​ກັບ​ເລື້ອງ​ການໂຈມ​ຕີ​ທາງ​ອາກາດຂອງ​ກໍາລັງ​ປະສົມ​ນາໆ​ຊາດ ທີ່​ທາງ​ການ
ກ່າວ​ວ່າ​ໄດ້​ສັງຫານ​ສະມາຊິກທັງ 8 ຄົນ​ຂອງຄອບຄົວ​ນຶ່ງ ໃນ​ພາກ​ຕະ​ເວັນ​ອອກຂອງ
ແຂວງ Paktia ບ່ອນທີ່​ກອງ​ທະຫານ ອັຟກາ​ນີສຖານ​ແລະ​ນາໆ​ຊາດ ພະຍາຍາມ​ຈະ
ກໍ​າຈັດກຸ່ມກະບົດ Taliban.

ໂຄສົກ​ປະ​ຈໍາແຂວງ ທ່າ​ນ Rohullah ​Samoon ກ່າວ​ກັບ VOA ​ໃນ​ວັນ​ອາທິດ​ວານ​ນີ້
ວ່າ ການ​ໂຈມ​ຕີທາງ​ອາກາດໃນ​ຄໍ່າ​ຄືນວານ​ນີ້​ ໄດ້ສັງຫານຊາຍ​ຜູ້​ນຶ່ງພ້ອມ​ກັບພັນ​ລະ​ຍາ
ແລະ​ລູກໆຂອງ​ລາວອີກ 6 ຄົນ ​ໃນ​ເຂດ​ເມືອງ Gerda Serai.

ໂຄສົກ​ກ່າວ​ວ່າ ຊາຍ​ຄົນ​ນັ້ນ​ ​ບໍ່ໄດ້ມີ​ສ່ວນພົວພັນ​ກ່ຽວ​ຂ້ອງກັບ​ກຸ່ມ​ກະບົດ​ໃດໆ ​ແລະ​ບໍ່ໄດ້​ມີ​ການປະກອບ​ກິດຈະ​ກໍາ​ຕໍ່ຕ້ານ​ລັດຖະບານ ​ແຕ່​ຢ່າງໃດ.

ໂຄສົກ​ຂອງ​ຝ່າຍ​ກໍາລັງ​ປະສົມ​ກລື​ເນ​ໂຕ້ ຮ້ອຍ​ໂທຍິງ Liuren Riger ຢືນຢັນ​ວ່າ ກຸ່ມ NATO ​ໄດ້​ຍິງ​ຕອບ​ໂຕ້​ຄືນ​ໄປ ຫຼັງ​ຈາກ​ທີ່​ ​ທະຫານຂອງ​ຕົນ​ໄດ້​ຖືກ​ໂຈມ​ຕີຈາກ​ກຸ່ມ​ກະບົດ. ທ່ານ​ນາງໄດ້ກ່າວ​ວ່າ ການ​ສູ້​ລົບ​ກັນ​ທີ່ Paktia ​ໄດ້​ມີ​ຂຶ້ນ ນຶ່ງ​ມື້ກ່ອນໜ້າ​ນີ້ ​ຫລັງ​ຈາກ​ທີ່ກຸ່ມ​ກະບົດທໍາ​ການ​ໂຈມຕີ ທະຫານຂອງ​ກໍາລັງ​ຊ່ວຍເຫລືອ​ດ້ານຄວາມ​ປອດ​ໄພນາໆ​ຊາດ ທີ່​ນໍາ​ໂດຍ​ກຸ່ມ NATO ນັ້ນ ​ແລະກໍໄດ້​ທໍາ​ການ​ໂຈມ​ຕີ​ແບບ​ເດີມ​ອີກ ໃນ​ວັນ​ອາທິດ​ວານ​ນີ້.

XS
SM
MD
LG