ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເນໂຕ້ເລີ້ມເກັບກູ້ ຊາກເຮືອບິນຕົກ ທີ່ອັຟການີສຖານ.


ເຮືອບິນເຮລີຄອບເຕີຕົກ ທີ່ເນໂຕ້ກໍາລັງເກັບກູ້ເອົາຊາກຄືນມາ ໃນອັຟການີສຖານ, ວັນທີ 7 ສິງຫາ 2011
ເຮືອບິນເຮລີຄອບເຕີຕົກ ທີ່ເນໂຕ້ກໍາລັງເກັບກູ້ເອົາຊາກຄືນມາ ໃນອັຟການີສຖານ, ວັນທີ 7 ສິງຫາ 2011

ກຸ່ມ​ເນ​ໂຕ​ກ່າວ​ໃນ​ວັນ​ຈັນ​ມື້​ນີ້​ວ່າ ພວກ​ກໍາລັງ​ຂອງ​ຕົນ​ໄດ້​ເລີ້ມ​ຕົ້ນພາລະກິດ​ໃນ​ການ​ເກັບ​ກູ້ ​ຊາກ​ຫັກ​ພັງ​ຂອງ​ເຮືອບິນ​ເຮ​ລີ​ຄອບ​ເຕີ​ຂອງ​ກອງທັບ​ສະຫະລັດ​ລໍາ​ນຶ່ງ​ທີ່​ຕົກລົງ ​ແລະ​ຊາກ​ສົບ​ຂອງ​ພວກ​ທະຫານ​ທີ່​ໄດ້​ເສຍຊີວິດ​ໄປ​ໃນ​ເຮືອບິນ​ທີ່​ຕົກລົງ​ໃນ​ແຂວງ Wardak ​ໃນ​ພາກ​ກາງຂອງອັຟກາ​ນີສຖານ​ນັ້ນ​ແລ້ວ.

ກຸ່ມ​ພັນທະ​ມິດ​ນາໆ​ຊາດ​ກ່າວ​ວ່າ ພວກ​ທະຫານ​ຂອງ​ຕົນ​ໄດ້​ເອົາ​ມາດ​ຕະການ​ຮັກສາ​ຄວາມ​ປອດ​ໄພ​ແລ້ວ​ ໃນ​ບ່ອນ​ທີ່​ເຮືອບິນ​ເຮືອບິນ​ເຮ​ລີ​ຄອບ​ເຕີຂົນ​ສົ່ງ 2 ໝາກ​ປິ່ນ Chinook ຕົກລົງ​ໃນ​ວັນ​ເສົາ​ຜ່ານ​ມາ​ນີ້ ​ເຮັດ​ໃຫ້​ພວກ​ຢູ່​ໃນ​ເຮືອບິນ 38 ຄົນ​ເສຍ​ຊີວິດ​ ຮວມທັງ​ພວກ​ທະຫານ​ສະຫະລັດ 30 ຄົນ ທະຫານ​ໜ່ວຍ​ກ້າ​ຕາຍ​ຂອງ​ອັຟກາ​ນີສຖານ 7 ຄົນ ​ແລະນາຍ​ພາສາ​ຄົນ​ນຶ່ງ​ນັ້ນ.

ບັນດາ​ເຈົ້າ​ໜ້າ​ທີ່​ສະຫະລັດ​ກ່າວ​ວ່າ ພວກ​ທະຫານ​ເຫລົ່າ​ນັ້ນ​ໄດ້ໄປ​ຊ່ອຍ​ເຫລືອ​ໜ່ວຍ​ລົບ​ພິ​ເສດ​ Rangers ຈຸ​ນຶ່ງ​ຂອງ​ກອງທັບ​ບົກສະຫະລັດ​ ທີ່​ໄດ້​ຖືກ​ພວກ​ກະບົດ​ໂຈມ​ຕີ​ຢູ່​ໃນເຂດ​ຮ່ອມ​ພູ Tagab Valley ​ທີ່​ສອກຫລີກ​ຫ່າງ​ໄກ​ນັ້ນ.

ກໍາລັງ​ອັຟກາ​ນີສຖານ​ແລະ​ສະຫະລັດ​ໄດ້​ທໍາ​ການ​ສູ້​ລົບ​ກັນ​ກັບ​ພວກ​ກະບົດ​ໃນ​ເຂດ​ດັ່ງກ່າວ​ໃນ​ວັນ​ອາທິດ​ວານ​ນີ້ ໃນ​ຂະນະ​ທີ່​ພວກ​ເຂົາ​ເຈົ້າ​ພະຍາຍາມ​ໄປ​ເກັບກູ້​ເອົາ​ຊາກ​ຫັກ​ພັງ​ຂອງ​ເຮືອບິນ​ຈາກ​ບ່ອນ​ເຮືອບິນ​ຕົກ​ນັ້ນ.

ເຮືອບິນ​ຕົກ​ຄັ້ງ​ນີ້​ນນັບ​ວ່າ​ເປັນການ​ສູນເສຍ​ຊີວິດ​ຄັ້ງ​ຮ້າຍ​ແຮງ​ທີ່ສຸດ ພ້ອມ​ກັນ​ບາດດຽວ ​ທີ່​ກໍາລັງ​ສະຫະລັດ​ໄດ້​ປະສົບ​ມາ ​ນັບ​ແຕ່​ສົງຄາມ​ອັຟ ກາ​ນີສຖານໄດ້ເລີ້ມ​ຂຶ້ນ​ໃນ​ທ້າຍ​ປີ 2001 ນັ້ນ.

ກຸ່ມ​ເນ​ໂຕ້​ກ່າວ​ວ່າ ຕົນ​ກໍາລັງ​ທໍາ​ການ​ສືບສວນ​ສອບ​ສວນ​ການ​ກ່າວ​ອ້າງ​ຂອງກຸ່ມ​ກະບົດ​ຕາ​ລີ​ບັນ ທີ່​ວ່າ​ພວກ​ເຂົາໄດ້​ຍິງ​ເຮືອບິນ​ເຮ​ລີ​ຄອບ​ເຕີ​ລໍາ​ນີ້​ຕົກ​ນັ້ນ.

ພວກ​ກໍາລັງຂອງ​ລັດຖະບານ​ອັຟກາ​ນີສຖານໃນ​ເຂດທ້ອງ​ຖິ່ນກ່າວ​ວ່າ ​ເຮືອບິນ​ເຮ​ລີ​ຄອບ​ເຕີ​ລໍາ​ນີ້​ຖືກ​ລູກ​ຈະ​ຫລວດ ຫລັງຈາກການ​ບຸກ​ໂຈມ​ຕີ​ຂອງ​ພວກ​ກໍາລັງ​ພາຍ​ໃຕ້​ການ​ນໍາພາ​ຂອງ​ສະຫະລັດ​ຕໍ່​ບໍລິ​ເວນ​ແຫ່ງ​ນຶ່ງ​ຂອງ​ກຸ່ມ​ຕາ​ລີ​ບັນ​. ພວກ​ນັກ​ຕໍ່ສູ້​ຫົວ​ຮຸນ​ແຮງ​ຂອງ​ກຸ່ມ​ຕາ​ລີ​ບັນ 8 ຄົນ​ໄດ້​ເສຍ​ຊີວິດ​ໄປ​ເຊ່ນ​ກັນ​ໃນ​ການ​ສູ້​ລົບ​ກັນນັ້ນ.

XS
SM
MD
LG