ນາຍພົນ David Petraeus ຜູ້ບັນຊາການກອງທັບສະຫະລັດແລະກໍາລັງເນໂຕ້ໃນອັຟການີສຖານທີ່ຈະພົ້ນຈາກຕໍາແໜ່ງໄປ ໄດ້ສະແດງຄວາມເຄົາລົບຕໍ່ພວກທະຫານໃນວັນທີ 4 ກໍລະກົດ ວັນເອກະລາດສະຫະລັດ ບັ້ນສຸດທ້າຍຂອງທ່ານໃນຊຸດເຄື່ອງແບບທະຫານ ກ່ອນ
ທ່ານຈະກາຍເປັນຜູ້ອໍານວຍການຄົນໃໝ່ຂອງອົງການສືບລັບ CIA ຂອງສະຫະລັດນັ້ນ. ໃນລະຫວ່າງທໍາພິທີຈົດ
ທະບຽນພວກທະຫານທີ່ ຢາກເຂົ້າຮັບໃຊ້ໃນກອງທັບຕື່ມອີກ ທີ່ເມືອງກັນດາຮາໃນວັນຈັນມື້ວານນີ້ ນາຍພົນ Petraeus ກ່າວຕໍ່ພວກທະຫານກ່ຽວກັບວັນກໍ່ຕັ້ງອາເມຣິກາຄົບຮອບ 235 ປີ ນັ້ນວ່າ ພຶດຕິກໍາຂອງພວກເຂົາເຈົ້າໄດ້ເປັນການສະແດງເຖິງຄວາມຮັກຊາດທີ່ມີຄວາມໝາຍຫລາຍທີ່ສຸດທີ່ເປັນໄປໄດ້ຂອງເຂົາເຈົ້າ. ເຖິງຢ່າງໃດກໍດີ ທ່ານໄດ້ກ່າວເຕືອນວ່າ ຍັງມີວຽກຂວາງໜ້າຢູ່ຢ່າງຫລວງຫລາຍທີ່ຈະຕ້ອງໄດ້ເຮັດໃນອັຟການີສຖານນັ້ນ.
ນາຍພົນ Petraeus ຊຶ່ງໄດ້ຮັບການແຕ່ງຕັ້ງໃຫ້ເປັນຫົວໜ້າຄົນຕໍ່ໄປຂອງອົງການສືບລັບ CIA ຫວ່າງໄວໆຜ່ານມານີ້ ຈະຖືກສັບປ່ຽນໂດຍນາຍພົນໂທ John Allen ທະຫານມາຣິນ ໃນພິທີທີ່ກໍານົດຈະມີຂຶ້ນໃນວັນທີ 18 ກໍລະກົດນີ້.
ໃນຄວາມວຸ້ນວາຍໃນອັຟການີສຖານໃນວັນຈັນວານນີ້ ກຸ່ມເນໂຕ້ກ່າວວ່າ ທະຫານ 2 ຄົນໄດ້ເສຍຊີວິດ ຄົນນຶ່ງຖືກລະເບີດທີ່ແຕກຂຶ້ນໃນພາກຕາເວັນອອກ ແລະອີກຄົນນຶ່ງເສຍຊີວິດໃນການໂຈມຕີຂອງພວກກະບົດໃນພາກໃຕ້. ພວກທະຫານໄດ້ພົບເຫັນສົບຂອງທະຫານອັງກິດຄົນນຶ່ງທີ່ໄດ້ຫາຍສາບສູນໄປໃນຕອນເຊົ້າໃນແຂວງ Helmand ໃນພາກໃຕ້ຂອງອັຟ
ການີສຖານນັ້ນ. ກະຊວງປ້ອງກັນປະເທດອັງກິດ ກ່າວວ່າ ທະຫານຄົນນີ້ຖືກຍິງຕາຍຫລັງຈາກມີການຊອກຫາຜູ້ກ່ຽວມາກວ້າງຂວາງນັ້ນ.
ໂຄສົກກຸ່ມຕາລີບັນ ໄດ້ກ່າວອ້າງເອົາຄວາມຮັບຜິດຊອບໃນການຈັບກຸມແລະການເສຍຊີວິດຂອງທະຫານຄົນນີ້.
ຂ່າວການລັກຈັບໂຕທະຫານຄົນນີ້ມີຂຶ້ນໃນຂະນະທີ່ນາຍົກລັດຖະມົນຕີ David Cameron ທໍາການເຄື່ອນໄຫວຢ້ຽມຢາມອັຟການີສຖານຢູ່ນັ້ນ.
ທ່ານ Cameron ເດີນທາງໄປຮອດຄ້າຍ Bastion ໃນແຂວງ Helmand ໃນພາກໃຕ້ຂອງອັຟການີສຖານ ແຕ່ຕໍ່ມາໄດ້ລົບລ້າງແຜນການໄປຢ້ຽມຢາມຖານທັບແຫ່ງນຶ່ງໃນແຂວງ Lashkar Gah ເພື່ອວ່າທາງກອງທັບຈະສາມາດໃຊ້ພວກເຮືອບິນເຮລີຄອບເຕີເຫລ່ົານັ້ນໄປຊອກຫາໂຕທະຫານຄົນນັ້ນ.