ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

13 ຄົນເສຍຊີວິດ ໃນເຫດ ວາງລະເບີດສະລະຊີບ ທີ່ພາກເໜືອອັຟການິສຖານ


ພວກຕໍາຫຼວດອັການິສຖານແກ່ແກ່ລາກຜູ້ເສຍຊີວິດຄົນນຶ່ງອອກຈາກ
ບ່ອນວາງລະເບີດສະລະຊີບ ໃນແຂວງ Faryab ໃນພາກເໜືອຂອງ
ອັຟການິສຖານ.
ວັນທີ 5 ເມສາ 2012
ພວກຕໍາຫຼວດອັການິສຖານແກ່ແກ່ລາກຜູ້ເສຍຊີວິດຄົນນຶ່ງອອກຈາກ ບ່ອນວາງລະເບີດສະລະຊີບ ໃນແຂວງ Faryab ໃນພາກເໜືອຂອງ ອັຟການິສຖານ. ວັນທີ 5 ເມສາ 2012



















ບັນດາ​ເຈົ້າ​ໜ້າ​ທີ່​ໃນ​ພາກ​ເໜືອ​ອັຟກາ​ນິສຖານ​ກ່າວ​ວ່າ ຜູ້​ວາງ​ລະ​ເບີດສະລະ​ຊີບ​ທີ່​ຂີ່​ລົດຈັກ
ມາ ​ໄດ້​ສັງຫານ​ປະຊາຊົນ​ຢ່າງ​ໜ້ອຍ 13 ຄົນຮວມທັງ​ທະຫານ​ສະຫະລັດ 3 ຄົນ ​ແລະ
ຫຼາຍກວ່າ 25 ຄົນ​ໄດ້​ຮັບ​ບາດ​ເຈັບ.

ບັນດາ​ເຈົ້າ​ໜ້ທີ່​ທ້ອງ​ຖິ່ນ​ກ່າວ​ວ່າ ຜູ້​ໂຈມ​ຕີ​ໄດ່​ລະ​ເບີດຕົນ​ເອງ ​ໃນ​ວັນ​ພຸດ​ວານ​ນີ້ ​ໃນ​ເມືອງ
Maimanah ​ເມືອງ​ຫຼວງ​ຂອງແຂວງ Faryab ​ໃນ​ຂະນະ​ທີ່​ພວກ​ທະຫານ​ກໍາລັງ​ຖ່າຍ
ພາບ​ການ​ສໍາພາດ​ປະຊາຊົນຢູ່ ​ສວນສາທາລະນະ​ແຫ່ງ​ນຶ່ງ.

ກຸ່ມ​ຕາ​ລີ​ບັນ ​ໄດ້​ອ້າງ​ເອົາ​ຄວາມ​ຮັບຜິດຊອບ​ໃນ​ການ​ໂຈມ​ຕີ​ຄັ້ງ​ນີ້.

ມາ​ຮອດ​ປັດຈຸບັນ​ໃນ​ປີ​ນີ້ ມີທະຫານ​ນາໆຊາດ​ຈໍານວນ​ເກືອບ 100 ຄົນ​ໄດ້​ເສຍ​ຊີວິດ​ໃນ
ອັຟກາ​ນິສຖານ. ຄວາມ​ຮຸນ​ແຮງ​ຍັງ​ດໍາ​ເນີນສືບ​ຕໍ່ໄປ ຂະນະ​ທີ່​ພວກກໍາລັງ​ປະສົມ​ໄດ້​ເລີ້ມ
ຕົ້ນ​ຖອນ​ອອກ​ຈາກ​ອັຟການິສຖານ ​ແລະ​ໂອນ​ອໍານາດ​ຄວາມ​ຮັບຜິດຊອບ​ດ້ານ​ຄວາມ
ປອດ​ໄພໃຫ້​ແກ່​ຝ່າຍທະຫານ​ອັຟກາ​ນິສຖານ​ນັ້ນ.

ໃນ​ວັນ​ພຸດ​ວານ​ນີ້​ເຊ່ນ​ກັນ ປະທານາທິບໍດີ Hamid Karzai ​ແຫ່ງອັຟກາ​ນິສຖານ​ໄດ້
ພົບ​ປະ​ກັບ​ນາຍ​ພົນ James Mattis ຫົວໜ້າກອງ​ບັນຊາ​ການ​ກອງທັບ​ສະຫະລັດສໍາ
ລັບພາກ​ຕາ​ເວັນ​ອອກ​ກາງ ​ເພື່ອ​ທໍາ​ການໂອ້​ລົມ​ສົນທະນາ​ກັນໃນ​ຫຼາຍ​ເລື້ອງ ຮວມທັງ​
ເລື້ອງ​ສະຖານະ​ການ​ໃນ​ອັຟກາ​ນິສຖານ ​ແລະຄວາມ​ຕ້ອງການ​ການ​ສະໜັບສະໜຸນ
ຂອງ​ນາໆ​ຊາດ​ສືບ​ຕໍ່​ໄປ​ສໍາລັບ​ກອງທັບ​ແຫ່ງ​ຊາດອັຟກາ​ນິສຖານ​ນັ້ນ.

XS
SM
MD
LG