ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຜູ້ບັນຊາການກອງທັບຄົນໃໝ່ ຂອງສະຫະລັດປະຈຳອັຟກາ ນີສຖານ


ນາຍພົນ Petraeus ຜູບັນຊາການກອງທັບຄົນໃໝ່ຂອງສະຫະລັດ ປະຈຳອັຟການີສຖານ ວັນທີ3 ກໍລະກົດ
ນາຍພົນ Petraeus ຜູບັນຊາການກອງທັບຄົນໃໝ່ຂອງສະຫະລັດ ປະຈຳອັຟການີສຖານ ວັນທີ3 ກໍລະກົດ

.ນາຍ​ພົນ David Petraeus ​ໄດ້​ເຂົ້າກຳຕຳ​ແໜ່​ງຜູ້​ບັນຊາ​ການ​ກຳລັງ ທະຫານ​ຂອງ​ສະຫະລັດ​ແລະ​ຂອງ NATO ຈຳນວນ 140 ພັນ​ຄົນ

ໃນ​ ອັຟກາ​ນິສຖານ​ ຢ່າງ​ເປັນ​ທາງ​ການ​ແລ້ວ​. ໃນ​ພິທີ​ໂອນ​ຕຳ​ແໜ່​ງ​ໃນ​ວັນ​ອາທິດ​ມື້​ນີ້ ທ່ີ​ກອງ​ບັນຊາ​ການຂອງ​ກຳລັງ ຊ່ອຍ​ຮັກສາ​ຄວາມ
ປອດ​ໄພຂອງ​ນາໆ​ຊາດພາຍ​ໃຕ້​ການ​ນຳພາ​ຂອງ​ກຸ່ມ NATO ທ່ີ​ນະຄອນຫລວງ​ຄາ​ບູລນັ້ນ ນາຍ​ພົນ Petraeus ກ່າວ​ວ່າ ສົງຄາມ​ທ່ີ​ໄດ້
ດຳ​ເນີນ​ມາ​ເກືອບ 9 ປີ​ນັ້ນ ​ໄດ້​ກ້າວ​ມາ​ເຖິງ​ຂັ້ນຫົວລ້ຽວ ຫົວ​ຕໍ່​ແລ້ວ ແລະທ່ານ​ກ່າວ​ຕື່ມວ່າ ພວກ​ເຮົາ​ຈະ​ຊະນະ​ສົງຄາມ​ອັນ​ນີ້.

ນາຍ​ພົນ Patraeus ​ເຂົ້າຮັບຕຳ​ແໜ່​ງ​ແທນ​ນາຍ​ພົນ Stanley McChrystal ທ່ີ​ໄດ້​ຖືກປົກ​ອອກ​ຈາກ​ໜ້າ​ທ່ີ​ໃນ​ເດືອນ​ແລ້ວ​ນີ້ ຫລັງ​ຈາກ
ທ່ີ​ທ່ານກັບ​ພວກລູກ​ນ້ອງ​ຜູ້​ຊ່ວຍ​ວຽກຂອງ​ທ່ານ ໄດ້​ສະ​ແດງ​ຄວາມ​ເຫັນ ທີ່​ບໍ່ເຄົາລົບ​ນັບຖື​ຕໍ່​ເຈົ້າໜ້າ​ທີ່​ຂັ້ນສູງ​ຂອງ​ສະຫະລັດ ​ໃນ​ການ​ໃຫ້

ສຳພາດ ແກ່​ວາລະສານ​ສະບັບ​ນຶ່ງ​. ນາຍ​ພົນ Petraeus ກ່າວ​ວ່າ ການ​ປ່ຽນ​ແປງຜູ້​ບັນຊາ​ການ​ໃໝ່​ນີ້ ບໍ່ແມ່ນ​ການ​ໃຫ້​ສັນຍານເຖິງການ
ປ່ຽນ​ແປງ​ໃນ​ຍຸດ​ທະ​ສາດ​ ທີ່​ຖື​ວ່າການ​ປ້ອງ​ກັນປະຊາ​ຊົນອັຟກາ​ນິສຖານ ​ເປັນ​ຈຸດ​ເພ່ງ​ເລັງ​ຂອງ​ການ​ປະຕິບັດ​ງານ​ທາງທະຫານ
ຂອງ​ສະຫະລັດນັ້ນ.

ນາຍ​ພົນ Petraeus ​ເດີນທາງ​ໄປ​ຮອດ​ນະຄອນຫລວງ​ຄາ​ບູລ​ໃນ​ວັນ​ສຸກ​ຜ່ານ​ມາ. ທ່ານ​ຕົກ​ຢູ່​ໃຕ້​ຄວາມ​ກົດ​ດັນ​ ​ໃຫ້​ຊ່ອຍ​ນຳເອົາ
ຄວາມ​ປອດ​ໄພ​ມາສູ່​ອັຟກາ​ນິສຖານ ໂດຍ​ການ​ປາບການ​ກໍ່​ການ​ກະບົດ​ຂອງ​ພວກ​ຕາລີ​ບັນ​ ທ່ີ​ພວມ​ເພ່ີມ​ທະວີຄວາມ​ຮຸນ​ແຮງ​ຂຶ້ນ​ນັ້ນ
ໃນ​ຂະນະ​ດຽວ​ກັນກໍ ​ໃຫ້​ວາງ​ແຜນ​ຍຸດ​ທະ​ສາດ ສຳລັບ​ໃຫ້​ພວກ​ທະຫານ​ຂອງ​ສະຫະລັດ​ຖອນ ອອກ​ໄປຈາກ​ອັຟກາ​ນິສຖານ ພາຍ​ໃນ​ປີໜ້າ​ນັ້ນ.

XS
SM
MD
LG