ປະທານາທິບໍດີ Hamid Karzai ແຫ່ງປາກີສຖານໄດ້
ເຕືອນກຸ່ມເນໂຕ້ວ່າ ການໂຈມຕີທາງອາກາດ ໃສ່ບ້ານ
ເຮືອນຂອງປະຊາຊົນໂດຍແນເປົ້າໝາຍໃສ່ພວກຫົວຮຸນ
ແຮງນັ້ນ ຈະບໍ່ໄດ້ຮັບອະນຸມັດອີກໃນຂະນະທີ່ທ່ານສືບ
ຕໍ່ທໍາຄວາມກົດດັນ ຕໍ່ກໍາລັງຂອງສະຫະລັດແລະກຸ່ມເນ
ໂຕ້່ ກ່ຽວກັບການບາດເຈັບລົ້ມຕາຍ ຂອງພວກພົນລະ
ເຮືອນນັ້ນ.
ທ່ານ Karzai ກ່າວໃນວັນອັງຄານມື້ນີ້ວ່າ ປະຊາຊົນ
ອັຟການີສຖານບໍ່ ສາມາດໂຍະຍານການໂຈມຕີເຊ່ນ
ນີ້ອີກແລ້ວແລະວ່າ ພວກກໍາລັງປະ ສົມພາຍໃຕ້ການ
ນໍາພາຂອງສະຫະລັດ ແມ່ນສ່ຽງຕໍ່ການທີ່ຈະຖືກເບິ່ງວ່າ
ເປັນກໍາລັງຢຶດຄອງ ຖ້າການຖິ້ມລະເບີດເຊ່ນນີ້ຫາກ
ຍັງດໍາເນີນສືບຕໍ່ໄປ.
ການໃຫ້ຄວາມເຫັນເຊ່ນນີ້ຂອງທ່ານ Karzai ມີຂຶ້ນ 1 ມື້
ຫລັງຈາກຜູ້ນໍາອັຟການີສຖານໄດ້ອອກໃນອັນທີ່ເອີ້ນວ່າ
ຄໍາເຕືອນຄັ້ງສຸດທ້າຍກ່ຽວກັບການບາດເຈັບລົ້ມຕາຍ ຂອງພວກພົນລະເຮືອນນັ້ນ.
ກຸ່ມເນໂຕ້ໄດ້ຂໍຂະມາໂທດໃນການຕາຍຂອງພວກພົນລະເຮືອນ 9 ຄົນໃນວັນເສົາຜ່ານ
ມາຍ້ອນການໂຈມຕີທາງອາກາດໃນແຂວງ Helmand ນັ້ນ. ທາງການອັຟການີສຖານ
ກ່າວວ່າ ການໂຈມຕີດັ່ງກ່າວໄດ້ຕົກຖືກເຮືອນ 2 ຫລັງຊຶ່ງໄດ້ເຮັດໃຫ້ປະຊາຊົນເສຍຊີວິດ
ໄປ 14 ຄົນ.
ໂຄສົກປະຈໍາທໍານຽບຂາວກ່າວໃນວັນອາທິດຜ່ານມາວ່າ ສະຫະລັດກໍມີຄວາມເຫັນເຊ່ນ
ດຽວກັນກັບຄວາມເປັນຫ່ວງ ຂອງທ່ານ Karzai ກ່ຽວກັບການບາດເຈັບລົ້ມຕາຍຂອງ
ພວກພົນລະເຮືອນນັ້ນ.