ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໐ ພຶດສະພາ ໒໐໒໔

ເນໂຕ້ຂໍຂະມາໂທດ ສໍາລັບ ການຕາຍຂອງພົນລະເຮືອນ ໃນອັຟການີສຖານ


ການໂຈມຕີທາງອາກາດຂອງກຸ່ມເນໂຕ້ ໃນອັຟການີສຖານ
ວັນທີ 29 ພຶດສະພາ 2011
ການໂຈມຕີທາງອາກາດຂອງກຸ່ມເນໂຕ້ ໃນອັຟການີສຖານ ວັນທີ 29 ພຶດສະພາ 2011

ພວກ​ກໍາລັງ​ຕ່າງ​ຊາດ​ໃນ​ອັຟກາ​ນີສຖານ​ໄດ້​ຂໍ​ຂະ​ມາ​ໂທດ​ສໍາລັບ​ການ​ຕາຍ​ຂອງ​ພວກ​ພົນລະ​ເຮືອນ​ອັຟກາ​ນີສຖານ​ ຍ້ອນການ​ໂຈມ​ຕີ​ທາງ​ອາກາດ​ຂອງ​ກຸ່ມ​ເນ​ໂຕ້​ໃນ​ວັນ​ເສົາ​ຜ່ານ​ມາ​ໃນ​ພາກ​ໃຕ້​ຂອງ​ອັຟກາ​ນີສຖານ​ນັ້ນ.

ກໍາລັງ​ປະສົມ​ນາໆ​ຊາດ​ໄດ້​ຂໍ​ຂະ​ມາ​ໂທດ​ໃນ​ຖະ​ແຫລ​ງການ
ສະບັບ​ນຶ່ງ​ໃນວັນ​ຈັນ​ມື້​ນີ້ ສໍາລັບ​ການ​ເສຍ​ຊີວິດ​ຂອງ​ພວກ​ພົນລະ​ເຮືອນ 9 ຄົນ​ໃນ​ການ​ໂຈມ​ຕີ​ທາງ​ອາກາດ​ໃສ່​ເມືອງ Nawzad ​ໃນ​ແຂວງ Helmand.

ແຕ່​ທາງ​ການ​ອັຟກາ​ນີສຖານ​ກ່າວ​ວ່າ ການ​ໂຈມ​ຕີ​ທາງ​ອາກາດ​ໃນ​ແລງ​ວັນ​ເສົາ​ຜ່ານ​ມາ​ ໄດ້​ຕົກ​ຖືກ​ເຮືອນ 2 ຫລັງ​ແລະ​ເຮັດ​ໃຫ້​ປະຊາຊົນ​ເສຍ ຊີວິດ​ໄປ 14 ຄົນຊຶ່ງ​ຮວມທັງ​ແມ່ຍິງ 2 ຄົນ​ແລະ​ເດັກນ້ອຍ 12 ຄົນ ​ແລະເຮັດ​ໃຫ້​ພົນ ລະ​ເຮືອນ​ ຕື່ມ​ອີກ 6 ຄົນ​ໄດ້​ຮັບ​ບາດ​ເຈັບ.

ໃນວັນອາທິດ​ວານ​ນີ້ ປະທານາທິບໍດີ Hamid Karzai ​ແຫ່ງ​ອັຟກາ​ນີສຖານ ​ໄດ້​ກ່າວ​ອອກ
ມາ​ອັນ​ທີ່​ທ່ານ​ເອີ້ນ​ວ່າ ຄໍາ​ເຕືອນ​ເທື່ອ​ສຸດ​ທ້າຍ​ຕໍ່ກໍາລັງ​ຂອງ​ສະຫະລັດ​ແລະ​ກຸ່ມ​ເນ​ໂຕ້​ກ່ຽວ​ກັບ
ກາ​ນບາດ​ເຈັບ​ລົ້ມ​ຕາຍ​ຂອງ​ພວກພົນລະ​ເຮືອນ​ນັ້ນ ​ແລະ​ທ່ານ​ໄດ້​ຮຽກຮ້ອງ​ໃຫ້​ກໍາລັງ​ຝ່າຍ​ປະ
ສົມ​ລົດ​ຜ່ອນ​ການ​ໂຈມ​ຕີ​ຍາມ​ກາງຄືນ​ລົງ ແລະ​ໃຫ້ແຈ້ງໃຫ້ຝ່າຍ​ກໍາລັງ​ຂອງ​ອັຟກາ​ນີສຖານ
ຊາບ​ເສຍ​ກ່ອນ ​ເພື່ອ​ລົດ​ຜ່ອນ​ຈໍານວນ​ການບາດ​ເຈັບ​ແລະ​ລົ້ມ​ຕາຍ​ຂອງພົນລະ​ເຮືອນລົງ.

ໃນ​ວັນ​ອາທິດ​ວານ​ນີ້ ​ໂຄສົກ​ປະ​ຈໍາ​ທໍານຽບຂາວ ກ່າວ​ວ່າ ທາງ​ສະຫະລັດ​ກໍ​ມີ​ຄວາມ​ເປັນ​
ຫ່ວງ​ກ່ຽວ​ກັບ​ການບາດ​ເຈັບ​ແລະ​ລົ້ມ​ຕາຍ​ຂອງ​ພວກ​ພົນລະ​ເຮືອນ​ນັ້ນ ​ເຊ່ນ​ກັນ.

XS
SM
MD
LG