ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

14 ຄົນເສຍຊີວິດ ໃນການໂຈມຕີຂອງເນໂຕ້


ສົບເດັກນ້ອຍທີ່ເສຍຊີວິດ ໃນການໂຈມຕີທາງອາກາດຂອງກຸ່ມເນໂຕ້
ທີ່ແຂວງ Helmand ຂອງອັຟການີສຖານ,
ວັນທີ 29 ພຶດສະພາ 2011
ສົບເດັກນ້ອຍທີ່ເສຍຊີວິດ ໃນການໂຈມຕີທາງອາກາດຂອງກຸ່ມເນໂຕ້ ທີ່ແຂວງ Helmand ຂອງອັຟການີສຖານ, ວັນທີ 29 ພຶດສະພາ 2011

ບັນດາ​ເຈົ້າ​ໜ້າ​ທີ່​ໃນ​ພາກ​ໃຕ້ອັຟກາ​ນີສຖານ​ກ່າວ​ວ່າ ການ​
ໂຈມຕີ​ທາງອາກາດຂອງ​ກຸ່ມ​ເນ​ໂຕ້​ໄດ້​ສັງຫານ​ພວກ​ພົນລະ​
ເຮືອນ 14 ຄົນ ທັງ​ໝົດ​ເປັນ​ແມ່ຍິງ​ແລະ​ເດັກນ້ອຍ.

ທາງ​ການ​ກ່າວ​ວ່າ ປະຊາຊົນ​ອີກ 6 ຄົນ​ໄດ້​ຮັບ​ບາດ​ເຈັບ​ໃນ
ການ​ໂຈມ​ຕີ​ໃນ​ວັນ​ອາທິດ​ມື້​ນີ້​ ທີ່​ເມືອງ Nawzad ​ແຂວງ
Helmand ນັ້ນ.

ຫ້ອງການ​ເຈົ້າ​ແຂວງໆ Helmand ກ່າວ​ວ່າ ​ເຮືອນ​ຂອງ
ພົນ​ລະ​ເຮືອນ 2 ຫລັງ​ໄດ້​ຖືກ​ໂຈມ​ຕີ ​ຊຶ່ງໄດ້​ສັງຫານ​ແມ່ຍິງ
2 ຄົນ ​ເດັກ​ຍິງ 5 ຄົນ​ແລະ​ເດັກນ້ອຍ​ຜູ້​ຊາຍ 7 ຄົນ.

ໂຄສົກ​ປະ​ຈໍາ​ກຸ່ມ​ເນ​ໂຕ້ ກ່າວ​ວ່າ ທ່ານ​ຮູ້ຈັກ​ກ່ຽວ​ກັບ​
ຄວາມ​ເສຍ​ຫາຍແລະ​ການບາດ​ເຈັບ​ລົ້ມ​ຕາຍ​ຂອງ​ພວກ
​ພົນລະ​ເຮືອນ​ນີ້ ​ແລະ​ກ່າວ​ຕໍ່​ໄປ​ວ່າ ​ໄດ້​ມີ​ການ​ສົ່ງ​ຄະນະ
​ທີ​ມປະ​ເມິ​ນຄວາມ​ເສຍ​ຫາຍຮ່ວມ​ໄປ​ຍັງ​ບ່ອນເກີດ​ເຫດ​ແລ້ວ ແລະ​ກຸ່ມ​ພັນທະ​ມິດ​ຈະ​ໃຫ້​ຂໍ້​ມູນ​ເພີ່ມ​ອີກ​ໃນ​ຂັ້ນ​ຕໍ່​ໄປ​.

ການ​ສັງຫານ​ພວກ​ພົນລະ​ເຮືອນ​ຢ່າງ​ຜິດພາດໂດຍ​ພວກ​ທະຫານ​ຕ່າງ​ຊາດ ​ແມ່ນ​ເປັນ​
ແຫ​ລ່ງສໍາ​ຄັນ​ແຫ່ງ​ຄວາມ​ຂັດ​ແຍ້​ງກັນ​ລະຫວ່າງ​ປະທານາ​ທິບໍດີ Hamid Karzai ​ແຫ່ງ​
ອັຟກາ​ນີສຖານ​ແລະ​ພວກ​ເຈົ້າ​ໜ້າ​ທີ່ຝ່າຍ​ຕາ​ເວັນ​ຕົກ ນອກ​ນັ້ນ​ຍັງສ້າງ​ຄວາມ​ຫຍຸ້ງຍາກ
ຕື່ມຂຶ້ນ​ໃຫ້​ແກ່ຄວາມ​ພະຍາຍາມ​ເພື່ອ​ໃຫ້​ໄດ້​ຮັບ​ຄວາມ​ສະໜັບສະໜຸນ​ຈາກປະຊາຊົນ​ທໍາ​
ມະ​ດາ​ສາມັນຂອງອັຟການີສຖານ​ເຊ່ນ​ກັນ.

ໃນອີກ​ຂ່າວ​ນຶ່ງ​ນັ້ນ ​ຜູ້​ບັນຊາ​ການ​ຕໍາຫລວດ​ໃນ​ພາກ​ເໜືອ​ຂອງ​ອັຟກາ​ນີສຖານ​ໄດ້​ເສຍ​ຊີວິດ
ໃນ​ການ​ວາງໂຈມ​ຕີສະລະ​ຊີບ​ໃນວັນ​ເສົາ​ວານ​ນີ້.

ທາງ​ການ​ກ່າວ​ວ່າ ນາຍ​ພົນ Dawood Dawood ຊຶ່ງ​ເຄີຍ​ເປັນ​ຮອງ​ລັດຖະມົນຕີ​ກະຊວງ​ພາຍ​ໃນ ແມ່ນ​ນຶ່ງ​ໃນ​ບັນດາ​ເຈົ້າໜ້າ​ທີ່​ປະ​ຈໍາ​ແຂວງ 6 ຄົນ​ແລະ​ທະຫານ​ຂອງ​ກຸ່ມ​ເນ​ໂຕ້ອີກ​ຫລາຍ​ຄົນ ທີ່​ເສຍ​ຊີວິດເວລາ​ຜູ້​ວາງ​ລະ​ເບີດ​ສະລະ​ຊີບ​ທີ່ໃສ່​ເຄື່ອງ​ແບບ​ຕໍາຫລວດ ຈູ​ດລະ​ເບີດ​ຂ້າຕົວ​ຕາຍໃນ​ບໍລິ​ເວນ​ເດີ່ນໂຮງການເຈົ້າ​ແຂວງ​ນັ້ນ ​ແລະ​ປະຊາຊົນ​ຕື່ມ​ອີກ 9 ຄົນ​ ໄດ້​ຮັບ​ບາດ​ເຈັບ​ໃນ​ການລະ​ເບີດ​ດັ່ງກ່າວ.ກຸ່ມ​ຕາ​ລີ​ບັນ​ໄດ້​ອ້າງ​ເອົາ​ຄວາມ​ຮັບຜິດຊອບ​ສໍາລັບ​ການວາງ​ລະ​ເບີດ​ຄັ້ງ​ນີ້ ຊຶ່ງເກີ​ດຂຶ້ນ​ໃນ​ຂະນະ​ທີ່​ພວກ​ເຈົ້າ​ໜ້າ​ທີ່​ແລະ​ທະຫານ​ກຸມ​ເນ​ໂຕ້​ພວມ​ພົບ​ປະກັນ​ຢູ່​ໃນ​ເມືອງ Taloqan ​ແຂວງ Takhar ນັ້ນ.

XS
SM
MD
LG