ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ພົບເຫັນ 5 ສົບຂອງພະນັກງານ ໂຄສະນາຫາສຽງເລືອກຕັ້ງ


ສົບຂອງຜູ້ວາງລະເບີດສະລະຊີບຄົນນຶ່ງຢູ່ນອກເຂດຊານເມືອງ Khost ວັນທີ 28 ສິງຫາ
ສົບຂອງຜູ້ວາງລະເບີດສະລະຊີບຄົນນຶ່ງຢູ່ນອກເຂດຊານເມືອງ Khost ວັນທີ 28 ສິງຫາ

ບັນດາ​ເຈົ້າ​ໜ້າ​ທີ່​ອັຟກາ​ນິສຖານ​ກ່າວ​ວ່າ ​ເຂົາ​ເຈົ້າ​ໄດ້​ພົບ​ເຫັນ​ສົບ​ຂອງພວກ​ພະນັກງານ​ໂຄສະນາ​ຫາ​ສຽງ​ເລືອກ​ຕັ້ງ 5 ຄົນ​ຂອງ​ຜູ້​ສະ​ໝັກ​ເປັນ​ຜູ້ແທນ​ລາດ​ສະ​ດອນ​ແມ່ຍິງ​ຄົນ​ນຶ່ງ​ ທີ່​ຖືກ​ລັກພາ​ໂຕ​ໄປນັ້ນ.

ທາງ​ການ​ເວົ້າ​ວ່າ ​ໄດ້​ມີ​ການ​ພົບ​ເຫັນ​ສົບ​ເຫລົ່າ​ນີ້​ໃນ​ວັນ​ອາ ທິດ​ມື້​ນີ້​ທີ່ແຂວງ Herat​ ​ໃນ​ພາກ​ຕາ​ເວັນ​ຕົກ​ຂອງ​ອັຟກາ​ນິສຖານ. ພວກ​ພະນັກງານ​ເຫລົ່າ​ນີ້​ເຮັດ​ວຽກ​ໃຫ້ທ່ານ​ນາງ Fawzya Galani ຊຶ່ງ​ເປັນ​ຄົນ​ນຶ່ງ​ໃນ​ບັນດາ​ແມ່ຍິງ ຈໍານວນ​ບໍ່​ເທົ່າ​ໃດ​ຄົນ ທີ່ສະໝັກ​ເຂົ້າ​ແຂ່ງຂັນ​ໃນການ​ເລືອກ​ຕັ້ງ ​ສະພາໃນ​ອັຟກາ​ນິສຖານ​ ທີ່​ກໍານົດ​ຈະ​ມີ​ຂຶ້ນ​ໃນ​ວັນ​ທີ 18 ກັນຍາ​ໜ້າ​ນີ້ ທີ່ຖືກພວກ​ຜູ້​ຊາຍ​ປະກອບ​ອາວຸດ​ຈໍານວນນຶ່ງ ລັກພາ​ໂຕ​ໄປໃນ​ວັນ​ພຸດ​ຜ່ານ​ມາ.

ຍັງບໍ່​ມີ​ຜູ້​ໃດ​ຫລື​ກຸ່ມ​ໃດ​ອ້າງ​ເອົາ​ຄວາມ​ຮັບຜິດຊອບໃນ​ການ​ສັງຫານ​ພວກ​ພະນັກງານ​ເຫລົ່າ​ນີ້​ເທື່ອ.

ເລື້ອງ​ຄວາມ​ປອດ​ໄພ​ໄດ້​ເປັນເລື້ອງ​ທີ່​ມີ​ຄວາມ​ເປັນ​ຫ່ວງ​ກັງວົນ​ຫລາຍ​ທີ່ສຸດ​ກ່ອນ​ການ​ເລືອກ​ຕັ້ງ​ນີ້. ບັນດາ​ເຈົ້າ​ໜ້າ​ທີ່​ກໍາກັບ​ການ​ເລືອກ​ຕັ້ງໃນ ອັຟການິສຖານໄດ້ກ່າວ​ໄວ້ແລ້ວວ່າ ໜ່ວຍ​ປ່ອນ​ບັດ​ເລືອກ​ຕັ້ງ​ຈໍານວນ​ຫລາຍ​ກວ່າ 900 ແຫ່ງ​ຈະ​ບໍ່​ໄຂ​ຂຶ້ນ​ເພາະວ່າ ຄວາມ​ປອດ​ໄພ​ສໍາລັບ​ຜູ້​ປ່ອນ​ບັດ​ຈະ​ບໍ່​ສາມາດ​ຮັບປະກັນ​ໄດ້.

ໃນ​ພາກ​ຕາ​ເວັນ​ອອກ​ຂອງ​ອັຟກາ​ນິສຖານນັ້ນ ກຸ່ມ​ເນ​ໂຕ້​ກ່າວ​ວ່າ ກໍາລັງອັຟກາ​ນິສຖານ​ແລະ​ກໍາລັງ​ປະສົມ​ນາໆ​ຊາດ​ໄດ້​ສັງຫານ​ຜູ້​ບັນຊາ​ການກຸ່ມ​ຕາ​ລີ​ບັນ​ຄົນ​ນຶ່ງ ​ແລະ​ພວກ​ກະບົດ​ອື່ນໆ​ອີກ 7 ຄົນ.

XS
SM
MD
LG