ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ເຫດລະເບີດສັງຫານ ຕໍາຫລວດອັຟການິສຖານ 4 ຄົນ


ກໍາລັງກຸ່ມຕາລີບັນ
ກໍາລັງກຸ່ມຕາລີບັນ

ບັນດາ​ເຈົ້າ​ໜ້າ​ທີ່​ອັຟກາ​ນິສຖານ​ກ່າວ​ວ່າ ພວກ​ວາງ​ລະ​ເບີດ
ສະລະ​ຊີບ​ຈໍານວນ​ນຶ່ງ​ໄດ້​ສັງຫານ​ພວກ​ເຈົ້າ​ໜ້າ​ທີ່​ຕໍາຫລວດ
ຢ່າງ​ນ້ອຍ 4 ຄົນ​ໃນ​ສໍານັກງານ​ໃຫຍ່ຕໍາຫລວດ​ແຫ່ງ​ນຶ່ງໃນ
ຂົງ​ເຂດ​ພາກ​ຕາ​ເວັນ​ອອກ​ຂອງ​ປະ​ເທດ.

ທາງ​ການ​ອັຟກາ​ນິສຖານ​ກ່າວ​ວ່າການ​ໂຈມ​ຕີ​ໃນ​ວັນ​ເສົາ​ມື້​ນີ້​ເກີດ​ຂຶ້ນ​ໃນ​ແຂວງ Paktika.

ອົງການ​ຂ່າວ Reuters ລາຍ​ງານ​ໃຫ້​ຊາບ​ວ່າ ​ໂຄສົກ​ກຸ່ມ​
ຕາ​ລີ​ບັນ​ໄດ້​ອ້າງເອົາ​ຄວາມ​ຮັບຜິດຊອບໃນ​ການ​ໂຈມ​ຕີ
ຄັ້ງ​ນີ້ ​ແລະ​ເວົ້າ​ວ່າ ພວກ​ໂຈມ​ຕີ​ເຫລົ່າ​ນີ້ໄດ້​ຮັບ​ການ​ເຝິກ
ແອບ​ຕໍາຫລວດ​ໃນ​ສູນ​ກາງ​ດັ່ງກ່າວ.

ນອກ​ນັ້ນ​ໃນ​ພາກ​ຕາ​ເວັນ​ອອກ​ຂອງ​ອັຟກາ​ນິສຖານ ກໍາລັງ​ຂອງ​ຝ່າຍ​ອັຟການິສຖານ
ແລະ​ຝ່າຍ​ປະສົມ​ໄດ້​ສັງຫານ​ພວກ​ກະບົດ​ຕາຍ​ໄປ​ຢ່າງ​ນ້ອຍ 15 ຄົນ​ໃນ​ແຂວງ Kandahar.

ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ກໍາ​ລັງ​ຮັກສາ​ຄວາມ​ສະຫງົບ​ໄດ້​ຖືກ​ໂຈມ​ຕີ​ໃນ​ຂະນະທີ່​ພວກ​ກໍາລັງ
ເຫລົ່າ​ນີ້​ເຂົ້າ​ໄປ​ຫາ​ບໍລິ​ເວນ​ນຶ່ງ​ເພື່ອ​ຊອກ​ຄົ້ນ​ຫາ​ຜູ້​ນໍາ​ກຸ່ມ​ຕາ​ລີ​ບັນຄົນ​ນຶ່ງ​ນັ້ນ.

XS
SM
MD
LG