ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຈົ້າເມືອງກັນດາຮາ ຖືກລອບສັງຫານ


ທ່ານ Ghulam Haider Hamidi ເຈົ້າຄອງກໍາແພງເມືອງກັນດາຮາ
ຂອງອັຟການີສຖານທີ່ຖືກສັງຫານ.
ວັນທີ 27 ກໍລະກົດ 2011
ທ່ານ Ghulam Haider Hamidi ເຈົ້າຄອງກໍາແພງເມືອງກັນດາຮາ ຂອງອັຟການີສຖານທີ່ຖືກສັງຫານ. ວັນທີ 27 ກໍລະກົດ 2011

ການ​ໂຈມ​ຕີ​ດ້ວຍລະ​ເບີດ​ສະລະ​ຊີບ​ໄດ້​ສັງຫານ​ເຈົ້າ​ຄອງ​ກໍາ​ແພງ​ເມືອງ​ກັນດາ​ຮາ​ໃນ​ພາກ​ໃຕ້
ຂອງ​ອັຟກາ​ນີສຖານ.

ກຸ່ມ​ຕາ​ລີ​ບັນ​ໄດ້​ອ້າງ​ເອົາ​ຄວາມ​ຮັບຜິດຊອບ​ໃນ​ການວາງ​ລະ​ເບີດ​ໂຈມ​ຕີ​ໃນ​ວັນ​ພຸດ​ມື້​ນີ້ ທີ່ໄດ້​
ສັງຫານ​ທ່ານ Ghulam Haider Hamidi ​ເຈົ້າຄອງ​ກໍາ​ແພງ​ເມືອງ​ດັ່ງກ່າວ. ​ໂຄສົກ​ກຸ່ມ​ຕາ​
ລີ​ບັນ​ກ່າວ​ວ່າ ທ່ານ Hamidi ​ໄດ້​ຕົກ​ເປັນ​ເປົ້າ​ໝາຍ​ຫລັງ​ຈາກ​ການ​ເສຍ​ຊີວິດ​ຂອງ​ເດັກນ້ອຍ
2 ຄົນ ທີ່​ມີການກ່າວ​ຫາ​ວ່າ ​ໄດ້ຕາຍ​ໄປ​ໃນ​ລະຫວ່າງການ​ທໍາລາຍເຮືອນ​ຫລາຍ​ຫລັງ​ທີ່​ທາງ​
ເຈົ້າ​ໜ້າ​ທີ່​ເມືອງ​ອ້າງ​ວ່າ ກໍ່ສ້າງ​ຂຶ້ນ​ມາ​ຢ່າງ​ຜິດ​ກົດໝາຍ​ນັ້ນ.

ລາຍ​ງານ​ຂ່າວ​ເວົ້າ​ວ່າ ທ່ານຮາ​ມີ​ດີ ກໍາລັງ​ພົບ​ປະ​ກັບ​ປະຊາຊົນ​ຜູ້​ມີ​ສິດເລືອກ​ຕັ້ງ​ໃນ​ເມືອງ​ດັ່ງ
ກ່າວ​ກ່ຽວ​ກັບ​ບັນຫາ​ຂັດ​ແຍ້​ງກັນ​ເລື້ອງ​ທີ່​ດິນ​ເວລາການ​ໂຈມ​ຕີ​ເກີດ​ຂຶ້ນ​ນັ້ນ. ບັນດາ​ເຈົ້າ​ໜ້າ​
ທີ່​ກ່າວ​ວ່າ ວັດຖຸ​ລະ​ເບີດ​ໄດ້​ຖືກ​ເຊື່ອງ​ໄວ້​ໃນ​ຜ້າ​ປົກ​ຫົວ​ຂອງ​ຜູ້​ໂຈມຕີດ້ວຍລະ​ເບີດ​ສະລະ​ຊີບ​
ນັ້ນ.

ການ​ເສຍ​ຊີວິດ​ຂອງ​ທ່ານ​ຮາ​ມີ​ດີ ມີ​ຂຶ້ນ​ໃນ​ເວລາ​ພຽງ​ແຕ່ 2 ສັບປະດາ​ຫລັງ​ຈາກ​ນ້ອງ​ຊາຍ​
ຂອງປະທານາທິບໍດີ Hamid Karzai ຖືກ​ລອບ​ສັງຫານ​ຢູ່​ທີ່​ບ້ານ​ພັກ​ຂອງ​ທ່ານ​ເອງ​ໃນ
ເມືອງ​ກັນດາ​ຮາ​ນັ້ນ.

ຄວາມ​ຮຸນ​ແຮງ​ໃນ​ອັຟການິສຖານ​ໄດ້​ເພີ່ມ​ທະວີ​ຂຶ້ນ​ໃນ​ຂະນະ​ທີ່ຊາວ​ອັຟກາ​ນີສຖານ ​ເລີ້ມ
ທໍາ​ການເຂົ້າ​ຄວບ​ຄຸມດ້ານ​ຄວາມ​ປອດ​ໄພ​ຈາກ​ກໍາລັງສະຫະລັດ​ແລະ​ພວກ​ກໍາລັງ​ພາຍ​ໃຕ້​
ການ​ນໍາພາ​ຂອງ​ກຸ່ມ​ເນ​ໂຕ້.

ພວກ​ທະຫານ​ອະ​ເມຣິກັນ​ປະມານ 33 ພັນ​ຄົນ​ກໍານົດ​ຈະ​ຖອນ​ອອກ​ຈາກ​ອັຟກາ​ນີສຖານ
ພາຍ​ໃນ​ເດືອນ​ກັນຍາ​ປີ 2012 ໜ້າ​ນີ້. ​ໃນ​ສັບປະດາ​ແລ້ວ​ ​7 ​ເຂດ​ທໍາ​ອິດ​ຂອງ​ອັຟກາ​ນີສ
ຖານ​ມີ​ການ​ໂອນ​ອໍານາດ​ການ​ຄວບ​ຄຸມ​ດ້ານ​ຄວາມ​ປອດ​ໄພ​ຈາກ​ກຸມ​ເນ​ໂຕ້​ ໄປ​ໃຫ້​ກໍາລັງ
ອັຟກາ​ນີສຖານ. ທະຫານ​ສູ້​ລົບ​ຕ່າງປະ​ເທດ​ສ່ວນ​ຫລາຍ​ກໍານົດ​ຈະຖອນອອກ​ຈາກ​ອັຟກາ
ນີສຖານ​ໄປ​ ພາຍ​ໃນທ້າຍ​ປີ 2014.

XS
SM
MD
LG