ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ນັກໂທດ 400 ຄົນ ຫລົບໜີຈາກຄຸກ ໃນອັຟການີສຖານ


ຄຸກໃຫຍ່ເມືອງກັນດາຮາ ໃນພາກໃຕ້ຂອງອັຟການີສຖານ,
ວັນທີ 25 ເມສາ 2011
ຄຸກໃຫຍ່ເມືອງກັນດາຮາ ໃນພາກໃຕ້ຂອງອັຟການີສຖານ, ວັນທີ 25 ເມສາ 2011

ບັນດາ​ເຈົ້າ​ໜ້າ​ທີ່​ອັຟກາ​ນີສຖານ​ກ່າວ​ວ່າ ນັກ​ໂທດ​ຈໍານວນ​ຫລາຍ​ກວ່າ 400 ຄົນ ຊຶ່ງ​ຫລາຍ​ຄົນ​ເປັນ​ພວກ​ກະບົດ​ກຸ່ມ​ຕາ​ລີ​ບັນ ​ໄດ້​ພາກັນ​ຫລົບໜີໄປ​ທາງອຸ​ໂມງ​ໃຕ້​ດິນ​ຈາກ​ຄຸກ​ໃຫຍ່​ແຫ່ງ​ນຶ່ງ​ໃນ​ເມືອງ Kandahar ​ໃນ​ພາກ​ໃຕ້​ຂອງ​ອັຟກາ​ນີສຖານ.

ກຸ່ມ​ຕາ​ລີ​ບັນ​ໄດ້​ອ້າງ​ເອົາ​ຄວາມ​ຮັບຜິດຊອບ​ ໃນ​ການ​ຂຸດ​
ອຸ​ໂມງ​ຍາວ 320 ແມັດ​ ໃຕ້​ດິນ​ຄຸກ​ດັ່ງກ່າວ​ເປັນ​ເວລາ 5
ເດືອນ​ໂດຍສາມາດ​ຫລີກ​ລ່ຽງ​ດ່ານ​ກວດກາ​ແຫ່ງ​ຕ່າ​ງໆ​ຂອງ
ລັດຖະບານ.

ກຸ່ມ​ຕາ​ລີ​ບັນກ່າວ​ວ່າ ຄວາມ​ພະຍາຍາມ​ໃນ​ການ​ຂຸດ​ອຸ​ໂມງ​
ຂອງ​ຕົນ ໃນ​ທີ່​ສຸດກໍ​ໄປ​ຮອດ​ຄຸກດັ່ງກ່າວ​ໃນ​ແລງ​ວັນ​ອາ
ທິດ​ວານ​ນີ້ ​ເວລາ​ພວກ​ນັກ​ໂທດ​ພາກັນ​ເລີ້ມ​ຫລົບໜີ​ໄປ​ສູ່​
ອິດ​ສະລະພາບ​ນັ້ນ.

ໃນ​ປີ 2008 ພວກ​ນັກ​ໂທ​ດຫລາຍ​ຮ້ອຍ​ຄົນຮວມທັງ​ພວກ​ສະມາຊິກ​ຂອງກຸ່ມ​ຕາ​ລີ​ບັນ​ນໍາ ​ໄດ້​ພາກັນ​ຫລົບໜີອອກ​ຈາກ​ຄຸກ​ດຽວ​ກັນ​ນີ້ ​ເວລາ​ພວກ​ກະບົດ​ທໍາ​ການລະ​ເບີດ​ປະຕູ​ຄຸກ​.

XS
SM
MD
LG