ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທູດ ສຫລ ປະຈໍາ ອັຟການິສຖານ ຈະລາອອກ (ວີດີໂອ)


ທ່ານ Ryan Crocker ເອກອັກຄະລັດຖະທູດສະຫະລັດປະຈໍາອັຟກາ ນີສຖານ. ວັນທີ 23 ພຶດສະພາ 2012.
ທ່ານ Ryan Crocker ເອກອັກຄະລັດຖະທູດສະຫະລັດປະຈໍາອັຟກາ ນີສຖານ. ວັນທີ 23 ພຶດສະພາ 2012.






















ທ່ານ Ryan Crocker ​ເອກ​ອັກຄະ​ລັດຖະທູດ​ສະຫະລັດ ​ປະ​ຈໍາອັຟກາ​ນິສຖານ​ ປະກາດ​ໃຫ້​ຮູ້ວ່າ ທ່ານ​ຈະລາ​ອອກ​ຈາກ​ຕໍາ​ແໜ່​ງ ພາຍ​ໃນ​ອີກ​ສອງ​ສາມ​ເດືອນ​ຂ້າງ​ໜ້າ​ນີ້ ​ຍ້ອນ​ເຫດຜົນ​ທາງ​ດ້ານ​ສຸຂະ​ພາບ.

ທ່ານ​ນາງ Victoria Nuland ​ໂຄສົກ​ປະ​ຈໍາ​ກະຊວງ​ການ​ຕ່າງປະ​ເທດ​ສະຫະລັດ ​ກ່າວ​ຢູ່​ໃນ​ຖະ​ແຫຼ​ງການ​ສະບັບ​ນຶ່ງ ​ໃນ​ວັນ​ອັງຄານ​ວານ​ນີ້​ວ່າ ເອກ​ອັກຄະ​ລັດຖະທູດ Ryan Crocker ຈະລາ​ອອກ​ຈາກ​ຕໍາ​ແໜ່​ງ ຂອງ​ທ່ານ​ຫຼັ​ງຈາກ​ກອງ​ປະຊຸມ​ບໍລິຈາກ​ເງິນຊ່ອຍ​ເຫຼືອ​ຂອງນາໆ​ຊາດ​ແກ່ ອັຟກາ​ນິສຖານ ​ທີ່​ກຸງ​ໂຕ​ກຽວ​ແລະ​ກຸງ​ຄາ​ບູລ​ແລ້ວ.

ທ່ານ​ນາງ Nuland ກ່າວ​ຕື່ມ​ວ່າ ການ​ດໍາລົງ​ຕໍາ​ແໜ່​ງຂອງ​ທ່ານ Crocker ​ໄດ້​ບັນລຸ​ຄວາມ​ສໍາ​ເລັດ​ຢ່າງ​ໃຫຍ່​ຫຼວງ ຊຶ່ງ​ທ່ານ​ນາງ​ໄດ້ເລົ່າເຖິງ​ຈຸດ​ສໍາຄັນ​ຕ່າງໆ​ຂອງ​ການ​ເຈລະຈາ ​ທີ່​ໄດ້​ບັນລຸ​ຜົນ​ສໍາ​ເລັດຂອງຂໍ້​ຕົກລົງ​ເປັນ​ພາຄີ​ດ້ານ​ຍຸດ​ທະ​ສາດ​ກັບອັຟກາ​ນິສຖານ ​ແລະກອງ​ປະ ຊຸມ​ສຸດ​ຍອດ​ຂອງ​ກຸ່ມ​ເນ​ໂຕ້​ ທີ່​ນະຄອນ Chicago ທີ່​ຫາກໍ​ປິດ​ລົງເມື່ອ​ຫວ່າງ​ໄວໆ​ມາ​ນີ້ ຊຶ່ງ​ໄດ້​ເວົ້າ​ເລື້ອງ​ອັຟກາ​ນິສຖານ​ແລະ​ເລື້ອງ​ອື່ນໆ​ນັ້ນ. ຍັງ​ບໍ່​ເປັນ​ທີ່​ຈະ​ແຈ້ງ​ເທື່ອ​ໃນ​ເວລາ​ນີ້ວ່າ ຜູ້​ໃດ​ຈະ​ໄປຮັບ​ຕຳ​ແໜ່​ງ​ແທນ​ທ່ານ Crocker ​ແຕ່​ບັນດາ​ເຈົ້າ​ໜ້າ​ທີ່​ສະຫະລັດ​ກ່າວ​ວ່າ ມີ​ທ່າ​ທາງວ່າ​ຜູ້​ທີ່​ຈະ​ໄປແທນ​ນັ້ນ​ອາດ​ຈະ​ແມ່ນ​ທ່ານ James Cunningham ຊຶ່ງ​ເວລາ​ນີ້​ເປັນ​ຮອງ​ເອກ​ອັກຄະ​ລັດຖະທູດ​ປະ​ຈໍາ​ກຸງ​ຄາ​ບູລນັ້ນ.

ຄໍາ​ປະກາດ​ນີ້​ມີ​ຂຶ້ນ​ນຶ່ງ​ມື້​ຫຼັງ​ຈາກ​ປະທານາທິບໍດີບາຣັກ ​ໂອ​ບາ​ມາ ປິດ​ກອງ​ປະຊຸມ​ສຸດ​ຍອດເປັນ​ເວລາ​ສອງ​ມື້ຂອງ​ກຸ່ມ​ເນ​ໂຕ້ ຊຶ່ງ​ໃນ​ລະຫວ່າງ​ການ​ປະຊຸມ​ກັນ​ນັ້ນ ພວກ​ສະມາຊິກ​ຂອງ​ພັນທະ​ມິດ​ໄດ້ເປັນ​ນໍ້າ​ນຶ່ງໃຈ​ດຽວ​ກັນ​ສະໜັບສະໜຸນ​ແຜນການ​ເພື່ອ​ຍຸດຕິ​ສົງຄາມ​ລົງ​ໃນ​ອັຟກາ​ນິສຖານແລະ​ໃຫ້​ອັຟກາ​ນິສຖານ​ເປັນ​ຜູ້​ກຳກັບ​ດ້ານ​ຄວາມ​ປອດ​ໄພ​ຂອງ​ຕົນເອງ​ພາຍ​ໃນ​ປີ 2014 ນັ້ນ.

XS
SM
MD
LG