ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການເລືອກຕັ້ງທີ່ອັຟການິສຖານ


ກຸ່ມ​ນັກ​ສັງ​ເກດ​ການ​ເລືອກ​ຕັ້ງໃນ​ອັຟກາ​ນິສຖານ​ທີ່ສໍາ​ຄັນ​ກຸ່ມ​ນຶ່ງກາວ​ວ່າ ຄວາມ​ຖືກຕ້ອງ​ ຕາມ​ກົດໝາຍ​ຂອງ​ການ​ປ່ອນ​ບັດ​ເລືອກ​ຕັ້ງ​ສະພາ​ໃນ​ວັນ​ເສົາ​ວານ​ນີ້ ເປັນ​ທີ່ໜ້າ​ສົງ​ໄສ​ຢູ່.

ມູນ​ນິຖິການ​ເລືອກ​ຕັ້ງ​ທີ່​ເສລີ​ແລະ​ຍຸຕິ​ທໍາ​ຂອງ​ອັຟກາ​ນິສຖານກ່າວ​ວ່າ ຕົນ​ມີ​ຄວາມ​ເປັນ​ຫ່ວງ​ຢ່າງຈິງ​ຈັງ ກ່ຽວ​ກັບ​ຄຸນ​ນະພາ​ບຂອງ​ການເລືອກຕັ້ງ ​ເມື່ອ​ພິຈາລະນາເບິ່ງສະພາບ​ການ​ທີ່ບໍ່​ປອດ​ໄພ​ແລະ​ການ​ຈົ່ມ​ວ່າ​ມີ​ການສໍ້​ໂກງ​ບັດ​ເລືອກ​ຕັ້ງ​ຢ່າງ​ຫລວງຫລາຍ​ນັ້ນ​ແລ້ວ.

ໃນ​ຂະນະ​ດຽວ​ກັນ​ ທາງ​ຝ່າຍກໍາລັງ​ຮັກສາ​ຄວາມ​ປອດ​ໄພນາໆ​ຊາດ​ພາຍ​ໃຕ້​ການ​ນໍາພາຂອງ​ກຸ່ມ​ເນ​ໂຕ ກໍກ່າວ​ວ່າຕົນ​ໄດ້​ບັນທຶກ​ເຫດການ​ກ່ຽວ​ກັບ​ຄວາມ​ຮຸນ​ແຮງ​ ທີ່ພົວພັນ​ກັບ​ການ​ເລືອກ​ຕັ້ງນັ້ນໄວ້ ຫລາຍ​ກວ່າ 300 ກໍລະນີ.

ສ່ວນຄະນະ​ກໍາມາ​ທິການ​ວ່າ​ດ້ວຍ​ການ​ຈົມ​ວ່າກ່ຽວ​ກັບການ​ເລືອກ​ຕັ້ງໃນອັຟກາ​ນິສຖານກໍກ່າວ​ ວ່າ ຕົນ​ໄດ້​ຮັບ​ລາຍ​ງານ​ຫລາຍໆອັນກຽວ​ກັບ​ການ ກ່າວ​ຫາ​ທີ່​ວ່າ​ມີການ​ກະທໍາ​ທີ່​ບໍ່ຖືກ ຕ້ອງ​ຕາມ​ກົດໝາຍ​ຕ່າງໆ ທີ່​ຮວມທັງ​ການ​ໄຂ​ບ່ອນ​ປ່ອນ​ບັດ​ຊ້າ ການ​ໃຊ້​ບັດ​ລົງທະບຽນ​ເລືອກ​ຕັ້ງ​ທີ່​ບໍ່​ຖືກຕ້ອງ ​ການ​ປ່ອນ​ບັດ​ໂດຍ​ພວກຄົນ​ທີ່​ບໍ່​ມີ​ສິດ​ປ່ອນ​ບັດ ບັດ​ເລືອກ​ຕັ້ງບໍ່​ພຽງພໍ ຄຸນ​ນະພາ​ບບໍ່​ດີ​ຂອງ​ນໍ້າ​ມຶກ​ທີ່ລຶບ​ບໍ່​ອອກ ທີ່​ໃຊ້​ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ມີ​ການ​ປ່ອນ​ບັດ​ຊໍ້າ​ກັນ​ອີກ​ຫລາຍ​ເທື່ອ​ນັ້ນ.

ທາງ​ຄະນະ​ກໍາມະການກໍາກັບ​ເລືອກ​ຕັ້ງຍັງ​ບໍ່​ທັນ​ໄດ້​ປະກາດ​ໃຫ້ຮູ້​ເທື່ອວ່າ ມີ​ປະຊາຊົນຈໍານວນ​ເທົ່າ​ໃດ​ແທ້ທີ່​ໄດ້​ພາກັນອອກ​ໄປ​ປ່ອນ​ບັດ ​ແຕ່​ກ່າວໃຫ້​ຮູ້ໃນ​ຕອນແລງວັນ​ເສົາ​ວານ​ນີ້​ວ່າ ມີ​ປະ ຊາຊົນ​ອອກ​ໄປ​ປ່ອນ​ບັດ​ແລ້ວ ຈໍານວນ​ຫລາຍ​ກວ່າ 3 ລ້ານ 6 ​ແສນ​ຄົນ. ໃນ​ປີ​ແລ້ວນີ້​ ມີ ປະຊາຊົນອອກ​ໄປ​ປ່ອນ​ບັດ​ເລືອກ​ຕັ້ງ​ປະທານາທິບໍດີ ຈໍານວນ​ເກືອບ 6 ລ້ານ​ຄົນ.

XS
SM
MD
LG