ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຊາວອັຟການິສຖານທໍາການ ປະທ້ວງ ຕໍ່ຕ້ານເນໂຕ້ ຢ່າງຮຸນແຮງ


ຊາວອັຟການີສຖານກໍາລັງຫາມສົບຂອງຄົນຜູ້ນຶ່ງໃນຈໍານວນ 4 ຄົນທີ່
ເສຍຊີວິດໃນການໂຈມຕີຂອງກຸ່ມເນໂຕ້ ທີ່ເມືອງ Taloqan, ແຂວງ Takhar ວັນທີ 18, ພຶດສະພາ 2011.
ຊາວອັຟການີສຖານກໍາລັງຫາມສົບຂອງຄົນຜູ້ນຶ່ງໃນຈໍານວນ 4 ຄົນທີ່ ເສຍຊີວິດໃນການໂຈມຕີຂອງກຸ່ມເນໂຕ້ ທີ່ເມືອງ Taloqan, ແຂວງ Takhar ວັນທີ 18, ພຶດສະພາ 2011.

ການ​ປະ​ທ້ວງ​ທີ່​ຮຸນ​ແຮງ​ໄດ້​ລະ​ເບີດ​ຂຶ້ນ​ໃນ​ວັນ​ພຸດ​ມື້​ນີ້​ໃນ​ພາກ
ເໜືອ​ຂອງອັຟກາ​ນີສຖານ ຫລັງ​ຈາກ​ບັນດາ​ເຈົ້າ​ໜ້າ​ທີ່​ທ້ອງ​
ຖິ່ນກ່າວ​ວ່າ ການ​ໂຈມ​ຕີ​ຂອງ​ກຸ່ມ​ເນ​ໂຕ້​ໄດ້​ເຮັດ​ໃຫ້​ພວກ​ພົນ
ລະ​ເຮືອນ 4 ຄົນ​ເສຍ​ຊີວິດ ຮວມທັງ​ແມ່ຍິງ 2 ຄົນ.

ຖະ​ແຫລ​ງການ​ສະບັບ​ນຶ່ງ​ຂອງ​ກຸ່ມ​ເນ​ໂຕ້ ກ່າວ​ວ່າ ພວກ​ພົນ
ລະ​ເຮືອນ​ທັງ 4 ຄົນ​ເປັນ​ພວກ​ກະບົດ.

ເຈົ້າ​ໜ້າ​ທີ່​ດ້ານ​ການ​ແພດ​ໃນ​ທ້ອງ​ຖິ່ນ​ທ່ານ​ນຶ່ງ​ກ່າວ​ວ່າ ຢ່າງ​
ນ້ອຍ​ປະຊາຊົນ 10 ຄົນ​ເສຍ​ຊີວິດ ​ແລະ​ໄດ້​ຮັບ​ບາດ​ເຈັບ
50 ຄົນ​ໃນ​ການ​ປະ​ທ້ວງທີ່​ໄດ້​ເກີດ​ຂຶ້ນ​ຫລັງ​ຈາກ​ການ​ບຸກ​ໂຈມ​
ຕີຂອງ​ກຸ່ມ​ເນ​ໂຕ້​ໃນ​ເມືອງ Taloqan ​ໃນ​ແຂວງ Tashkar.
ບັນດາ​ເຈົ້າ​ໜ້າ​ທີ່​ທ້ອງ​ຖິ່ນກ່າວ​ວ່າ ຢ່າງ​ນ້ອຍ​ປະຊາຊົນ​ຈໍາ
ນວນ 1 ພັນ 500 ຄົນ​ໄດ້​ພາກັນ​ຮ້ອງ​ຄໍາ​ຂັວນຕໍ່ຕ້ານ​ສະ
ຫະລັດ​ແລະ​ປະທານາທິບໍດີ Hamid Karzai ​ແຫ່ງ​ອັຟກາ​ນີສ
ຖານ. ພວກ​ຕໍາຫລວດແລະ​ກໍາລັງ​ຮັກສາ​ຄວາມ​ປອດ​ໄພ​ໄດ້​ຍິງ​ປືນໃສ່​ພວກ​ປະ​ທ້ວງ​ ທີ່​ພາກັນເດີນຂະບວນປະທ້ວງໄປຍັງ​ຖານ​ທັບ​ແຫ່ງ​ນຶ່ງ​ຢູ່ທີ່ຢູ່​ໃກ້ໆນັ້ນ ເພື່ອ​ຂັບໄລ່​ພວກ​
ເຂົາ​ເຈົ້າໃຫ້​ແຕກ​ໜີ​ໄປ.

ກຸມ​ເນ​ໂຕ້ ກ່າວ​ວ່າ ການ​ປະຕິບັດງານຮ່ວມກັນ​ລະຫວ່າງ​ກໍາລັງ​ຂອງ​ອັຟກາ​ນີສຖານ​ແລະ​ກຸ່ມ​ພັນທະ​ມິດ​ໄດ້​ສັງຫານ​ພວກ​ກະບົດ​ທີ່​ປະກອບອາວຸດ 4 ຄົນ ທີ່​ໄດ້​ຂົ່ມຂູ່​ພວກ​ກໍາລັງ​ຂອງ​ຕົນ ​ແລະ​ກ່າວ​ຕໍ່​ໄປ​ວ່າ ການ​ປະຕິບັດ​ງານ​ໃນ​ຄັ້ງ​ນີ້ ​ແມ່ນ​ແນ​ເປົ້າ​ໝາຍ​ໃສ່​ສະມາຊິກ​ຄົນ​ນຶ່ງ​
ຂອງຂະ​ບວນການ​ອີສລາມ Uzbekistan ທີ່​ເປັນ​ຜູ້​ຂົນ​ສົ່ງ​ອາວຸດ​ແລະ​ວັດ​ຖຸລະ​ເບີດ​ໄປ​ຍັງ​ທົ່ວ​ແຂວງດັ່ງກ່າວ​ນັ້ນ.

XS
SM
MD
LG