ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ນາຍພົນ Petraeus ມອບໂອນໜ້າທີ່ ໃຫ້ຜູ້ບັນຊາການເນໂຕ້ ຄົນໃໝ່


An employee works at a textile mill in Jiujiang, Jiangxi province, China.
An employee works at a textile mill in Jiujiang, Jiangxi province, China.

ນາຍ​ພົນ David Petraeus​ ແຫ່ງສະຫະລັດ​ ທີ່​ໄດ້​ເປັນ​ຜູ້​ບັນຊາ​ການ ກໍາລັງ​ທັບ​ເນ​ໂຕ້​ໃນ
ອັຟກາ​ນີສຖານ​ມາ​ເປັນ​ເວລາ 1 ປີ ໄດ້ມອບ​ໂອນໜ້າທີ່ຜູ້ບັນຊາການກໍາລັງ​ພັນທະ​ມິດນາໆ
ຊາດໃຫ້ນາຍພົນ John Allen ຜູ້ຂຶ້ນດໍາລົງຕໍາແໜ່ງແທນທ່ານ ຢ່າງເປັນທາງການແລ້ວ.

ການໂອນອໍານາດດັ່ງກ່າວໄດ້ມີຂຶ້ນໃນພິທີທ່ີຈັດຂຶ້ນໃນນະຄອນຫລວງຄາບູລຂອງອັຟກາ
ນີສຖານ ໃນວັນຈັນມື້ນີ້.

ນາຍພົນ John Allen ຊຶ່ງກ່ອນ​ໜ້າ​ນີ້ ເປັນຮອງຫົວໜ້າກອງບັນຊາການພາກກາງຂອງ
ກອງທັບສະຫະລັດ ທີ່​ກໍາກັບ​ນໍາ​ເຂດ​ພາກ​ຕາ​ເວັນ​ອອກ​ກາງ​ນັ້ນ ກ່າວໃນພິທີມອບໜ້າທີ່​
ໃຫ້​ທ່ານ​ນັ້ນວ່າ ທ່ານຢາກເຫັນອັຟການີສຖານ​ຕົກຢູ່ໃນສະພາບແວດລ້ອມທີ່ປອດໄພແລະ
ທຸ່ນທ່ຽງ ປາດສະຈາກພວກຫົວຮຸນແຮງແລະພວກກໍ່ການຮ້າຍ ທີ່​ໄດ້​ຄຸກ​ຄາມປະເທດມາ
ນັ້ນ.

ນາຍພົນ Petraeus ອອກຈາກອັຟການີສຖານເພື່ອມາດໍາລົງຕໍາແໜ່ງຫົວໜ້າອົງການ
ສືບລັບ CIA ຂອງສະຫະລັດ ຊຶ່ງທ່ານຈະຂຶ້ນດໍາລົງຕໍາແໜ່ງແທນທ່ານ Leon Panetta
ຊຶ່ງໄດ້​ໄປ​ຮັບຕໍາແໜ່ງລັດຖະມົນຕີກະຊວງປ້ອງກັນປະເທດສະຫະລັດນັ້ນ.

ໃນຂະນະດຽວກັນ ຄວາມຮຸນແຮງຍັງດໍາເນີນຢູ່ຕໍ່ໄປໃນອັຟການີສຖານຊຶ່ງກຸ່ມເນໂຕ້ກ່າວ
ວ່າ ທະຫານຂອງຕົນ 3 ຄົນໄດ້ເສຍຊີວິດໄປໃນວັນຈັນມື້ນີ້ໃນເຫດລະເບີດຢູ່ພາກຕາເວັນ
ອອກຂອງອັຟການີສຖານນັ້ນ.

ໃນວັນອາທິດວານນີ້ທີ່ກຸງຄາບູລ ເຈົ້າໜ້າທີ່ອັຟການີສຖານກ່າວວ່າ ທີ່ປຶກສາຂັ້ນອາວຸໂສ
ທ່ານນຶ່ງຂອງປະທານາທິບໍດີ Hamid Karzai ແລະສະມາຊິກລັດຖະສະພາທ່ານນຶ່ງ ​ໄດ້
ເສຍຊີວິດໃນການໂຈມຕີທີ່ພວກ​ຕາ​ລີ​ບານ​ໄດ້​ອ້າງ​ເອົາ​ຄວາມ​ຮັບຜິດຊອບ.

XS
SM
MD
LG