ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສານທະຫານ ຕັດສິນໂທດ ປະຫານຊີວິດ ທະຫານ ອັຟການິສຖານ


ປະທານາທິບໍດີຝຣັ່ງ Francois Hollande ​ພົບ​ປະ​ກັບ​ກອງ​ກໍາລັງ​ຂອງ​ຕົນ
ປະທານາທິບໍດີຝຣັ່ງ Francois Hollande ​ພົບ​ປະ​ກັບ​ກອງ​ກໍາລັງ​ຂອງ​ຕົນ

​ສານທະຫານຂອງອັຟການີສຖານໄດ້ຕັດສິນໂທດປະຫານ​ຊີ​ວິດທະຫານອັຟການີສຖານ
ຄົນ​ນຶ່ງ ໃນຖານ​ໄດ້ສັງຫານທະຫານຝຣັ່ງ 5 ຄົນ ໃນຂະນະທີ່ທໍາການຝຶກຊ້ອມທາງ
ທະຫານຮ່ວມ​ກັນ ໃນຕົ້ນປີນີ້.

ກະຊວງປ້ອງກັນປະເທດອັຟກາ​ນິສຖານກ່າວໃນວັນອັງຄານມື້ນີ້ວ່າ ທາງສານໄດ້ ສັ່ງ
ປະຫານຊີວິດນາຍ Abdul Sabor ດ້ວຍການ​ແຂວນຄໍ ຍ້ອນການໂຈມຕີຄັ້ງ ວັນທີ
20 ເດືອນມັງກອນ ຜ່ານມານັ້ນ.

ການຍິງກັນທີ່ແຂວງ Kapisa ທາງພາກຕາເວັນອອກຂອງ​ອັຟກາ​ນິສຖານນັ້ນ ໄດ້ສັງຫານ
ທະຫານຝຣັ່ງ 4 ຄົນ ແລະອີກ 15 ຄົນໄດ້ຮັບບາດເຈັບ ຊຶ່ງຮວມ ທັງຜູ້ນຶ່ງທີ່ບາດເຈັບ
ສາຫັດແລະເສຍຊີວິດໃນເວລາຕໍ່ມາ ຍ້ອນ​ທົນ​ຕໍ່​ພິດ​ບາດ​ແຜບໍ່​ໄດ້.

ເຫດການດັ່ງກ່າວນີ້ໄດ້ຊຸກຍູ້ໃຫ້ປະທານາທິບໍດີຄົນໃໝ່ຂອງຝຣັ່ງ ທ່ານ Francois
Hollande ​ເລັ່ງລັດການຖອນກອງກໍາລັງສູ້​ລົບຂອງຕົນ ອອກ​ຈາກ​ການ​ປະຕິບັດ ງານຂອງ
​ກຳລັງ​ປະສົມ ພາຍ​ໃຕ້​ການ​ນຳພາ​ຂອງອົງການ NATO ຢູ່ໃນອັຟກາ ນີສຖານ.

ກອງກໍາລັງທະຫານຝຣັ່ງ ຊຶ່ງໃຫຍ່​ເປັນອັ​ນດັນ 5 ​ໃນ​ກຳລັງ​ປະສົມ​ນັ້ນ ມີ​ກຳນົດ ທີ່ຈະຖອນ
ອອກຈາກອັຟການີສຖານ ໃນທ້າຍປີນີ້.

XS
SM
MD
LG