ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຜູ້ນໍາອັຟການີສຖານບອກໃຫ້ ເນໂຕໄປຕໍ່ສູ້ກັບ ພວກກໍ່ການຮ້າຍ ໃນປາກີສຖານ


ປະທານາທິບໍດີ Hamid Karzai ແຫ່ງອັຟການີສຖານ
ວັນທີ 12 ມີນາ 2011
ປະທານາທິບໍດີ Hamid Karzai ແຫ່ງອັຟການີສຖານ ວັນທີ 12 ມີນາ 2011

ປະທານາທິບໍດີ Hamid Karzai ​ກ່າວ​ວ່າ ພວກທະຫານ
ນາໆຊາດ ​ຄວນ​ຈະ​ອອກ​ຈາ​ກອັຟກາ​ນີສຖານ​ໄປ ​ແລະເອົາ
ການ​ຕໍ່ສູ້​ຂອງ​ເຂົາ​ເຈົ້າ ຕ້ານພວກ​ກໍ່​ການ​ຮ້າຍ​ນັ້ນ ຂ້າມ​ຊາຍ
ແດນ​ເຂົ້າ​ໄປ​ໃນ​ປາ​ກີ​ສຖານ.

ທ່ານ Karzai ​ໄດ້​ກ່າວສະ​ແດງ​ການຕໍາ​ໜິຕິຕຽນຄັ້ງຫລ້າ
ສຸດຂອງທ່ານຕໍ່ຄວາມ​ພະຍາຍາມ​ຂອງ​ເນ​ໂຕ​ ໃນ​ວັນ​ເສົາ​
ວານນີ້​ທີ່​ເມືອງ Asadabad ​ເມືອງຫລວງ​ຂອງ​ແຂວງ
Kunar ​ໃນ​ພາກ​ຕາ​ເວັນ​ອອກ​ຂອງ​ອັຟກາ​ນີສຖານ ບ່ອນ
ທີ່​ທ່ານໄປ​ຢ້ຽມຢາມ​ຍາດຕິ​ພີ່ນ້ອງ​ຂອງ​ພວກ​ພົນລະ​ເຮືອນ
ທີ່​ໄດ້​ເສຍຊີວິດ​ໄປ ​ໃນ​ການ​ບຸກ​ໂຈມ​ຕີ​ນບັ້ນ​ນຶ່ງຂອງ​ກໍາລັງ
ນາໆ​ຊາດ​ນັ້ນ.

ຜູ້​ນໍາ​ອັຟກາ​ນີສຖານ ກ່າວ​ວ່າ ລັດຖະບານ​ຂອງ​ທ່ານ​ໄດ້​ສະ​ແດງ​ໃຫ້​ກຸ່ມເນ​ໂຕ ເຫັນ​ແລ້ວວ່າ ພວກ​ກໍ່​ການ​ຮ້າຍ​ແລະ​ພວກ​ນັກ​ຕໍ່ສູ້​ຫົວ​ຮຸນ​ແຮງບໍ່​ຢູ່​ໃນອັຟກາ​ນີສຖານ​ ແຕ່ພວກ​ເຂົາ​ພາກັນ​ລີ້​ຊ່ອນ​ຢູ່​ໃນ​ປະ​ເທດ​ເພື່ອນ​ບ້ານປາ​ກີ​ສຖານ​ນັ້ນ.

XS
SM
MD
LG