ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວອັຟການິສຖານປະທ້ວງອີກ ຕໍ່ແຜນການຈູດເຜົາຄໍາພີໂກຣ່ານ


ຊາວອັຟກາ​ນິສຖານ​ພາກັນ​ທໍາ​ການ​ປະ​ທ້ວງ​ອີກ​ໃນ​ມື້​ນີ້ເປັນ​ ມື້​ທີ 3 ກ່ຽວກັບ​ແຜນການ​ຂອງ​ນັກ​ສອນ​ສາ​ສະໜາທີ່​ບໍ່​ໃຜ​ຮູ້ຈັກ​ຂອງ​ສະຫະລັດຄົນນຶ່ງ​ ທີ່ຈະ​ຈູດ​ເຜົາ​ພະ​ຄໍາ​ພີ​ໂກຣ່ານ ​ເຖິງ​ແມ່ນແຜນການ​ດັ່ງກ່າວໄດ້ຖືກ​ລົບ​ລ້າງ​ໄປ​ແລ້ວ​ກໍ​ຕາມ​ນັ້ນ.

ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ພວກ​ປະ​ທ້ວງ 3 ຄົນ​ໃນ​ແຂວງ Logar ​ໃນ​ພາກ​ຕາ​ເວັນ​ອອກ​ຂອງ​ອັຟກາ​ນິສຖານ ​ໄດ້​ຮັບ​ບາດ​ໃນ​ວັນ​ອາທິດ​ມື້​ນີ້​ເວລາ​ຕໍາຫລວດ​ອັຟກາ​ນິສຖານ​ເປີດ​ ສາກ​ຍິງ​ປືນ​ໃສ່​ພວກ​ປະ​ທ້ວງ​.ໃນ​ວັນ​ສຸກ​ແລະ​ວັນ​ເສົາຜ່ານ​ ມາ​ນີ້ ປະຊາຊົນ​ຫລາຍ​ພັນ​ຄົນ​ໃນ​ທົ່ວອັຟກາ​ນີສຖານໄດ້​ພາ ກັນ​ສະ​ແດງ​ຄວາມ​ໂກດ​ແຄ້ນ​ຂອງ​ຕົນ​ອອກ​ມາ ​ກ່ຽວ​ກັບ ແຜນການ​ຈູດ​ເຜົາ​ປຶ້ມຄໍາ​ພີ​ຂອງ​ສາສະໜາ​ອີສລາມ​ນັ້ນ ຊຶ່ງ​ພວກ​ປະ​ທ້ວງບາງ​ຄົນ​ເບິ່ງ​ຊົງ​ວ່າ​ຄົງຈະ​ບໍ່​ຮູ້ຈັກ​ວ່າ ຜູ້​ສອນ​ສາສະໜາ​ຄົນ​ນັ້ນ​ໄດ້​ລົບ​ລ້າງແຜນການ​ດັ່ງ​ກ່າວໄປ​ແລ້ວ​.

ຄົນ​ພໍ່ Terry Jones ທີ່​ເປັນ​ຫົວໜ້າ​ໂບດ​ນ້ອຍໆ​ແຫ່ງ​ນຶ່ງໃນ​ລັດ Florida ​ໃນ​ພາກ​ຕາ​ເວັນ​ອອກສຽງ​ໃຕ້​ຂອງ​ສະຫະລັດ ​ໄດ້ລົບ​ລ້າງ​ແຜນການ​ທີ່​ຈະຈູດເຜົາ​ຄໍາ​ພີ​ໂກຣ່ານ​ໃນ​ວັນ​ເສົາ​ວານ​ນີ້ ຫລັງ​ຈາກ​ມີ​ການປະນາມຈາກ​ບັນດາ​ເຈົ້າ​ໜ້າ​ທີ່​ພາຍ​ໃນ​ປະ​ເທດ​ແລະ​ຕ່າງປະ​ເທດ​ນັ້ນ.

ໃນ​ແຫ່ງ​ອື່ນໆ​ອີກ​ໃນ​ອັຟກາ​ນິສຖານ ອົງການ NATO ກ່າວ​ວ່າ ກໍາລັງ​ປະສົມ​ໃນ​ແຂວງ Nangarhar ​ໄດ້​ສັງຫານ​ພວກກະບົດ​ 5 ຄົນທີ່​ຮວມທັງ​ນາຍ Qari Wali ຜູ້​ບັນຊາ​ການ​ກຸ່ມ​ຕາ​ລີ​ບັນ​ນໍາ.

ທະຫານ​ຝ່າຍ​ພັນທະ​ມິດ​ກ່າວ​ວ່າ ລາຍ​ງານ​ສືບ​ລັບ​ສະ​ແດງ​ໃຫ້​ເຫັນ​ວ່າ ຜູ້​ບັນຊາ​ການ​ກຸ່ມ​ຕາ​ລີ​ບັນ​ຄົນ​ນີ້​ ກໍາລັງວາງ​ແຜນ​ທີ່​ຈະ​ທໍາ​ການ​ໂຈມ​ຕີ​ດ້ວຍ​ຈະຫລວດ​ໃສ່ບ່ອນປ່ອນ​ບັດ​ແຫ່ງ​ຕ່າງໆ ​ໃນ​ລະຫວ່າງ​ເລືອກ​ຕັ້ງ​ສະພາ​ທີ່ຈະ​ມີຂຶ້ນ​ໃນ​ປະ​ເທດ​ນັ້ນ.

XS
SM
MD
LG