ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຸ່ມຕາລີບັນຈະແກ້ແຄ້ນ ການສັງຫານ ພົນລະເຮືອນ ອັຟການິສຖານ (ເບິ່ງສະໄລດ໌ກັບວີດີໂອ)


ພວກທະຫານສະຫະລັດຍາມທາງເຂົ້າຖານທັບແຫ່ງນຶ່ງໃກ້ໆກັບບ້ານ Alkozai ຫລັງຈາກທະຫານສະຫະລັດຄົນນຶ່ງຍິງພວກຊາວບ້ານຕາຍ..
ວັນທີ 12 ມີນາ 2012
ພວກທະຫານສະຫະລັດຍາມທາງເຂົ້າຖານທັບແຫ່ງນຶ່ງໃກ້ໆກັບບ້ານ Alkozai ຫລັງຈາກທະຫານສະຫະລັດຄົນນຶ່ງຍິງພວກຊາວບ້ານຕາຍ.. ວັນທີ 12 ມີນາ 2012

ກຸ່ມ​ຕາ​ລິ​ບັນ​ໄດ້​ປະຕິຍານ​ທີ່​ຈະທໍາ​ການ​ແກ້​ແຄ້ນ ​ຕໍ່​ຄວາມ​ໂຫດຮ້າຍ​ປ່າເຖື່ອນຂອງ​ອະ
ເມຣິກາ ຫລັງ​ຈາກ​ນາຍ​ສິບ​ເອກ​ທະຫານ​ກອງທັບ​ບົກ ສະຫະລັດ​ຄົນ​ນຶ່ງ​ ​ໄດ້ຍ່າງ​ເຂົ້າ
ໄປ​ໃນ​ບ້ານ​ເຮືອນ​ຂອງ​ຊາວ​ອັຟກາ​ນິສ ຖານຈໍານວນ​ນຶ່ງ​ ​ໃນ​ເວລາ​ທີ່ພວກ​ຜູ້​ຄົນ​ເຫລົ່າ​
ນີ້​ກໍາລັງ​ນອນ​ຫລັບ​ຢູ່ໃນ​ຕອນ​ເຊົ້າ​ມືດວັນ​ອາທິດວານ​ນີ້ ​ແລ້ວເປີດ​ສາກຍິງ​ປືນ​ໃສ່​ເຂົາ​ເຈົ້າ.

ພວກ​ເຄາະ​ຮ້າຍ​ຫລາຍ​ຄົນ​ແມ່ນແມ່ຍິງ​ແລະເດັກນ້ອຍ. ການບາດ​ເຈັບ​ລົ້ມ​ຕາຍ​ຂອງ
ພວກພົນ​ລະເຮືອນແມ່ນ​ໄດ້​ເປັນ​ສາ​ເຫດ​ແຫ່ງ​ຄວາມ​ຂັດ​ແຍ່ງ​ກັນມາ​ເປັນ​ເວລາ​ດົນ​ນານ
ລະຫວ່າງ​ກຸງ​ວໍ​ຊິງ​ຕັນ​ແລະ​ກຸງ​ຄາ​ບູລນັ້ນ.

ສະຖານທູດ​ສະຫະລັດ​ໄດ້​ເຕືອນ​ປະຊາຊົນ​ອາ​ເມຣິກັນ​ໃນ​ອັຟກາ​ນິສຖານ​ກ່ຽວ​ກັບ​ຄວາມ
ເປັນ​ໄປ​ໄດ້​ ທີ່​ຈະ​ມີ​ການ​ແກ້​ແຄ້ນ​ນັ້ນ.

ໃນ​ວັນ​ຈັນ​ມື້​ນີ້ ສະພາແຫ່ງ​ຊາດອັຟກາ​ນິສຖານ​ກ່າວ​ວ່າ ຕົນ​ໝົດ​ຄວາມ​ອັດ​ທົນ​ແລ້ວນໍາ
ການ​ຂາດການ​ກໍາກັບຄວບ​ຄຸມພວກ​ທະຫານ​ຕ່າງປະເທດນັ້ນ.

ໂຄສົກ​ປະ​ຈໍາ​ກອງ​ກໍາລັງ​ຮັກສາ​ຄວາມ​ສະຫງົບ​ນາໆ​ຊາດ ISAF ພົນ​ຈັດຕະວາ Carsten
Jacobson ກ່າວໃນ​ວັນ​ຈັນ​ມື​ນີ້​ວ່າ ​ເຫດການ​ທີ່​ເກີດ​ຂຶ້ນ​ໃໝ່ໆ​ນີ້​ ​ພາ​ໃຫ້​ມີ​ຄວາມເປັນ​ຫ່ວງ​
ກັງວົນ​ຢ່າງ​ຫລວງຫລາຍ.

ປະທານາທິບໍດີ Hamid Karzai ​ແຫ່ງ​ອັຟກາ​ນິສຖານ​ໄດ້​ທວງ​ເອົາຄໍາ​ອະທິບາຍ​ກ່ຽວ​ກັບ
ການ​ສັງຫານ​ທີ່​ວ່າ​ນີ້ ຊຶ່ງ​ທ່ານກ່າວ​ວ່າ ​ເດັກນ້ອຍ 9 ຄົນ​ແລະ​ແມ່ຍິງ 3 ຄົນ​ ຮວມຢູ່​ໃນ
ພວກຄົນທີ່​ຖືກ​ສັງຫານ​ນັ້ນ ​ແລະ​ທ່ານ​ກ່າວ​ຕໍ່​ໄປ​ວ່າ ການ​ໂຈມ​ຕີ​ດັ່ງກ່າວ​ແມ່ນການ​ສັງຫານ
ໂດຍເຈດ​ຕະນາ​ພວກ​ພົນລະ​ເຮືອນທີ່​ບໍ່​ມີ​ຄວາມ​ຜິດ​ຫຍັງ ​ແລະ​ບໍ່​ສາມາດ​ທີ່​ຈະ​ຍົກ​ໂທດ​ໃຫ້​
ໄດ້.

ປະທານາທິບໍດີ ບາຣັກ ​ໂອ​ບາ​ມາ​ ​ໄດ້​ໂທລະສັບ​ໄປ​ຫາຜູ້​ນໍາ​ອັຟກາ​ນິສ ຖານ​ເພື່ອ​ສະ​ແດງ​
ຄວາມ​ໂສກ​ເສົ້າ​ສະຫລົດໃຈຂອງທ່ານ​ ຕໍ່​ປະຊາຊົນ​ອັຟກາ​ນິສຖານ ​ແລະສະ​ແດງ​ຄວາມ​ຕຶ່ນ
ຕົກໃຈແລະ​ໂສກ​ເສົ້າ​ເສຍ​ໃຈ ​ຂອງ​ທ່ານ​. ທ່ານ​ໂອ​ມາ​ບາ​ກ່າວ​ວ່າ ທ່ານເຫັນ​ພ້ອມ​ກັບທ່ານ
Leon Panetta ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ສະຫະລັດທີ່​ຮຽກຮ້ອງ​ໃຫ້​ມີ​ການ​ສືບສວນ​
ສອບ​ສວນ​ຂຶ້ນ​ຢ່າງ​ໄວ ​ແລະນໍາ​ເອົາ​ຜູ້​ໃດ​ກໍ​ຕາມ​ທີ່​ເປັນ​ຄາດ​ຕະກອນ​ນັ້ນ ມາ​ຮັບຜິດຊອບ​ໃນ​
ເລື້ອງ​ນີ້.

ບັນດາ​ເຈົ້າ​ໜ້າ​ທີ່​ກຸ່ມ​ເນ​ໂຕ້​ກ່າວ​ວ່າ ຜູ້​ຕ້ອງສົງ​ໄສທີ່​ມີ​ການ​ລະບຸ​ໂຕວ່າ ​ແມ່ນ​ສິບ​ເອກ​ກອງ​
ທັບບົກ​ສະຫະລັດ​ ຈາກ​ໜ່ວຍ​ລົບ​ໃນ​ລັດ​ວໍ​ຊິງ​ຕັນ ​ໄດ້​ເຂົ້າ​ມອບ​ໂຕ​ຕໍ່​ເຈົ້າ​ໜ້າ​ທີ່ ໃນມື້​ເຊົ້າ​
ວານ​ນີ້ຫລັງ​ຈາກຜູ້ກ່ຽວ​ໄດ້​ທໍາ​ການ​ເປີດ​ສາກ​ຍິງ​ປືນ​ໃສ່​ຜູ້​ຄົນ​ຢ່າງ​ບໍ່​ເລືອກ​ໜ້າ ໃນ​ໝູ່​ບ້ານ​
ແຫ່ງ​ນຶ່ງໃກ້ໆ​ກັບ​ຖານທັບ​ຂອງ​ເນ​ໂຕ້​ນັ້ນ. ພວກ​ທີ່​ເຫັນ​ເຫດການ​ເກີດ​ຂຶ້ນ​ຫລາຍ​ຄົນ​ກ່າວ​
ວ່າ ມີ​ຄົນ​ຮ່ວມ​ໃນ​ການໂຈມ​ຕີ​ຫລາຍ​ຄົນ ​ແຕ່​ເຈົ້າ​ໜ້າ​ທີ່​ໄດ້​ກ່າວ​ຊື່​ຜູ້​ຕ້ອງ​ສົງ​ໄສພຽງ​ຄົນ​ດຽວ.

ເຫດການ​ຍິງ​ສັງຫານ​ພົນລະ​ເຮືອ​ນ​ໃນ​ພາກ​ໃຕ້​ຂອງ​ອັຟກາ​ນິສຖານ​ຄັ້ງນີ້ ​ມີ​ທາງວ່າຈະ​ສ້າງ​
ຄວາ​ມ​ເສຍ​ຫາຍ​ເພິ່ມຂຶ້ນ​ໃຫ້​ແກ່​ສາຍ​ພົວພັນທີ່​ບາດໝາງ​ກັນ​ຢູ່​ແລ້ວ​ລະຫວ່າງ​ອັຟກາ​ນິສຖານ​
ແລະ​ສະຫະລັດ ຫລັງ​ຈາກໄດ້​ມີການ​ຈູດ​ເຜົາ​ພະ​ຄໍາ​ພີ​ກູຣ່ານ​ໃນ​ເດືອນ​ແລ້ວ​ນີ້ ​ທີ່​ຖານ​ທັບ
ສະຫະລັດ​ແຫ່ງ​ນຶ່ງ​ໃນອັຟກາ​ນິສຖານ​ນັ້ນ. ພວກ​ກໍາລັງ​ຂອງ​ອັຟກາ​ນິສຖານ​ໄດ້​ສັງຫານ​ທະ
ຫານສະຫະລັດ 6 ຄົນ​ ຫລັງ​ຈາກ​ການ​ຈູດ​ເຜົາ​ປຶ້ນພະ​ຄໍາ​ພີ​ສາສະ​ໜາ​ອິສລາມ ຂະນະ​ທີ່​
ເກີດ​ການປະ​ທ້ວງ​ທີ່ເຮັດ​ໃຫ້​ຜູ້​ຄົນ​ເສຍ​ຊີວິດໃນ​ທົ່ວ​ປະ​ເທດ.

ການ​ສໍາ​ຫລວດ​ຫາງ​ສຽງ​ປະຊາຊົນ​ຂອງ​ຕາໜ່າງຂ່າວ ABC ໜັງສືພິມWashington
Post ກ່າວ​ວ່າ 60 ​ເປີ​ເຊັນ​ຂອງ​ຈໍານວນປະຊາຊົນ ສະຫະລັດ​ເຊື່ອ​ວ່າ ສົງຄາມ​ໃນ​ອັຟກາ​
ນິສຖານ​ບໍ່​ກຸ້ມ​ຄ່າ. ການ​ສໍາ​ຫລວດ​ນັ້ນ​ຍັງ​ສະ​ແດງ​ໃຫ້​ຮູ້​ຕື່ມ​ວ່າ ຄົນ​ອາ​ເມຣິກັນ​ໃນ​ຈໍານວນ
54 ເປີ​ເຊັນຢາກ​ໃຫ້​ສະຫະລັດ​ຖອນ​ທະຫານ​ອອກ​ຈາກ​ອັຟກາ​ນິສຖານ ​ເຖິງ​ແມ່ນ​ກອງ
ທັບ​ອັຟກາ​ນິສຖານ​ຍັງ​ບໍ່​ທັນ​ໄດ້​ຮັບ​ການ​ເຝິກ​ແອບ​ພຽງພໍ​ເພື່ອ​ດໍາ​ເນີນ​ການ​ຕໍ່ສູ້ສົງຄາມ​ຕໍ່​
ໄປ​ກໍ​ຕາມ.

ໃນ​ພາກ​ເໜືອ​ຂອງ​ອັຟກາ​ນິສຖານ ນາຍົກລັດຖະມົນຕີ​ Angela Merkel ​ແຫ່ງ​ເຢຍຣະມັນ​
ໄດ້​ໄປ​ຢ້ຽມຢາມ ​ໂດຍ​ບໍ່​ປະກາດ​ໃຫ້ຮູ້ລ່ວງ​ໜ້າ ​ພວກ​ທະຫານ​ເຢຍຣະມັນທີ່​ຮັບ​ໃຊ້​ຢູ່​ໃນໜ່ວຍ
ກໍາລັງ​ຮັກສາ​ຄວາມ​ປອດ​ໄພ​ພາຍ​ໃຕ້​ການ​ນໍາພາ​ຂອງ​ກຸ່ມ​ເນ​ໂຕ້​ໃນ​ອັຟກາ​ນິສຖານ​ນັ້ນ.
ທ່ານນາງ Angela Merkel ​ເດີນທາງ​ໄປ​ຮອດ​ເມືອງ Mazar e-Sharif ​ໃນ​ວັນຈັນ​ມື້​ນີ້.

XS
SM
MD
LG