ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຜູ້ວາງລະເບີດສະລະຊີບ ສັງຫານປະຊາຊົນ 2 ຄົນໃນກຸງຄາບູລ


ລົດຕູ້ທີ່ໄດ້ຮັບຄວາມເສຍຫາຍຈາກຜູ້ວາງລະເບີດສະລະຊີບ ວັນທີ 12 ມັງກອນ 2011.
ລົດຕູ້ທີ່ໄດ້ຮັບຄວາມເສຍຫາຍຈາກຜູ້ວາງລະເບີດສະລະຊີບ ວັນທີ 12 ມັງກອນ 2011.

ບັນດາ​ເຈົ້າ​ໜ້າ​ທີ່​ອັຟກາ​ນິສຖານ​ກ່າວ​ວ່າ ຜູ້​ວາງ​ລະ​ເບີດ
ສະລະ​ຊີບ​ຄົນ​ນຶ່ງ​ທີ່​ຂີ່​ລົດຈັກ​ມາ ໄດ້​ສັງຫານ​ປະຊາຊົນ
ຢ່າງ​ໜ້ອຍ 2 ຄົນ​ໃນ​ການ​ໂຈມ​ຕີ​ທີ່ມີຂຶ້ນໃກ້ໆ​ກັບ​ລັດ
ຖະສະພາ​ຂອງ​ປະ​ເທດ​ໃນ​ວັນ​ພຸດ​ມື້​ນີ້.

ທ່ານ Zemarai Bashary ລັດຖະມຸນຕີ​ກະຊວງ​ພາຍ​ໃນ
ຂອງ​ອັຟກາ​ນິສຖານກ່າວ​ວ່າ ເຫດລະ​ເບີດ​ໃນ​ນະຄອນ
ຫລວງ​ຄາ​ບູລ ເກີດ​ຂຶ້ນຢູ່​ໃກ້ໆ​ກັບ​ລົດ​ຕູ້​ນ້ອຍຄັນ​ນຶ່ງ​ ທີ່
ບັນທຸກ​ພວກ​ກໍາລັງ​ຮັກສາ​ຄວາມ​ປອດ​ໄພ​ອັຟກາ​ນິສຖານ​.

ກຸ່ມ​ຕາ​ລີ​ບັນ ​ໄດ້​ອ້າງ​ເອົາ​ຄວາມ​ຮັບຜິດຊອບ​ໃນການ​ໂຈມ​ຕີ​ຄັ້ງ​ນີ້ ຊຶ່ງ​ນອກນັ້ນ ຍັງໄດ້​ເຮັດ​ໃຫ້​ຜູ້​ຄົນ​ຢ່າງ​ໜ້ອຍ 25 ຄົນ​ໄດ້​ຮັບ​ບາດ​ເຈັບ. ທາງ​ການ​ຂອງ​ອັຟກາ​ນິສຖານ​ບໍ່ໄດ້​ໃຫ້ການຖະ​ແຫລ​ງ​ໃດໆໃນ​ທັນທີ​ກ່ຽວ​ກັບ​ວ່າ​ພວກ​ທີ່​ໄດ້​ຮັບ​ບາດ​ເຈັບລົ້ມ​ຕາຍ​ນີ້​ແມ່ນ​ຮວມທັງ​ພວກ​ພົນລະ​ເຮືອນ​ນໍາ​ຫລື​ບໍ.

ປະທານາທິບໍດີ Hamid Karzai ​ແຫ່ງ​ອັຟກາ​ນິສຖານ​ໄດ້​ກ່າວປະນາມການ​ໂຈມ​ຕີ​ດັ່ງກ່າວ ຊຶ່ງ​ມີ​ຂຶ້ນ​ໃນ​ຂະນະ​ທີ່​ຮອງ​ປະທານາທິບໍດີ Joe Biden ​ແຫ່ງສະຫະລັດ​ເສັດສິ້ນ​ການ​ຢ້ຽມ ຢາມ​ອັຟກາ​ນິສຖານ​ນັ້ນ.

ທ່ານ Biden ​ທີ່ໄດ້​ເດີນທາງ​ໄປ​ຢ້ຽມຢາມ​ອັຟກາ​ນິສຖານ​ຊອກ​ຫາ​ມູນ​ຄວາມ​ຈິງໂດຍ​ບໍ່​ມີ​ການ​ປະກາດໃຫ້​ຮູ້ລ່ວງ​ໜ້າ​ເພື່ອ​ຊັ່ງຊາຕີ​ລາຄາ​ເບິ່ງ​ຄວາມ​ຄືບ​ໜ້າ​ໃນ​ອັຟກາ​ນິສຖານ​ນັ້ນກ່າວ​ວ່າ ທ່ານ​ເຊື່ອ​ວ່າ ທະຫານ​ສະຫະລັດ​ກັບ​ກໍາລັງຮັກສາ ​ຄວາມ​ປອດ​ໄພ​ໃນ​ທ້ອງ​ຖິ່ນ​ພວມທັບມ້າງ ທຳລາຍ​ການບຸກໂຈມຕີຂອງ​ພວກ​ກະ ບົດ​ຕາ​ລີ​ບັນ​ນັ້ນ.

XS
SM
MD
LG