ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ກຳລັງປະສົມ ພວມຊະນະສົງຄາມ ໃນອັຟການີສຖານ


ທ່ານ Leon Panetta ລັດຖະມົນຕີປ້ອງກັນປະເທດສະຫະລັດ ເດີນທາງໄປເຖິງເມືອງຫລວງ Kabul ຂອງ ອັຟການີສຖານເມືອວັນທີ 13 ເດືອນທັນວານີ້
ທ່ານ Leon Panetta ລັດຖະມົນຕີປ້ອງກັນປະເທດສະຫະລັດ ເດີນທາງໄປເຖິງເມືອງຫລວງ Kabul ຂອງ ອັຟການີສຖານເມືອວັນທີ 13 ເດືອນທັນວານີ້

ທ່ານ Leon Panetta ລັດ​ຖະມົນຕີ​ປ້ອງ​ກັນ​ປະ​ເທດ​ສະຫະລັດ ກ່າວ​ເມື່ອວັນ​ພຸດ​ມື້​ນີ້​ວ່າ
ກໍາລັງ​ປະສົມ​ທີ່​ນໍາ​ໂດຍ​ສະຫະລັດກໍາລັງ​ຊະນະ​ສົງຄາມ​ໃນອັຟກາ​ນີສຖານ ​ໃນ​ຂະນະ​ກໍາ
ລັງ​ທະຫານ​ຂອງ​ຕ່າງປະ​ເທດ ​ສືບ​ຕໍ່​ດໍາ​ເນີນ​ການ​ໂອນ​ຄວາມ​ຮັບຜິດຊອບໃນການຮັກສາ
ຄວາມໝັ້ນຄົງ​ຂອງ​ປະ​ເທດ​ໃຫ້​ແກ່​ກໍາລັງ​ທະຫານ​ອັຟກາ​ນີສຖານ ລ່ວງ​ໜ້າ​ກ່ອນ​ກໍານົດ​ວັນ
ເສັ້ນ​ຕາຍ ຄື​ປີ 2014 ນັ້ນ.

ທ່ານ ພາແນ​ດຕ້າ ​ໄດ້​ກ່າວຕໍ່​ທະຫານ​ສະຫະລັດ ທີ່​ປະ​ຈໍາ​ການ​ຢູ່​ແຂວງ Paktika ທາງ​
ພາກ​ຕາ​ເວັນ​ອອກ​ຂອງ​ອັຟກາ​ນີສຖານ​ວ່າ ພວກ​ເຂົາ​ເຈົ້າ ປະ​ເຊີນ​ກັບ​ສິ່ງ​ທ້າຍ​ທີ່​ສໍາຄັນ​
ຫຼາຍປະການ​ໃນບັນຫາຂັດ​ແຍ້​ງທີ່​ໜັກໜ່ວງ​ທີ່​ສຸດ ​ແຕ່​ທ່ານ​ໃຫ້​ຄໍາ​ໝັ້ນ​ສັນຍາ​ທີ່​ຈະ​ເຮັດໃຫ້
ອັຟການິສຖານກາຍເປັນ​ປະ​ເທດ​ທີ່​ປອດ​ໄພ ທີ່​ປົກຄອງ​ຕົນ​ເອງ​ໄດ້ ບ່ອນ​ທີ່​ກຸ່ມ​ຕາ​ລິ​ບານ
ແລະ​ອາລ ຄາ​ອີ​ດາ ບໍ່​ສາມາດ​ມີ ບ່ອນ​ລີ້​ຊ່ອນ​ນັ້ນ​ອີກ​ຕໍ່​ໄປ.

ຂະນະນີ້ ທ່ານ Leon Panetta ລັດ​ຖະມົນຕີ​ປ້ອງ​ກັນ​ປະ​ເທດ​ສະຫະລັດກໍາລັງ​ຢ້ຽມຢາມ
ອັຟຖາ​ນີສຖານ​ເປັນ​ເວລາ​ສອງ​ວັນ ​ເພື່ອ​ກວດກາ​ຄວາມ​ກ້າວໜ້າ​ຂອງ​ຄວາມ​ພະຍາຍາມ​ໃນ
ການ​ຮັບ​ມື​ກັບ​ກຸ່ມ​ກໍ່​ການ​ຮ້າຍ​ທີ່​ນໍາພາ​ໂດຍ​ສະຫະລັດ​ນັ້ນ ຊຶ່ງ​ທ່ານ ລີ ອອນ ພາແນ​ດຕ້າ
ກ່າວ​ວ່າ ​ໄດ້​ບັນລຸບາດລ້ຽວໃໝ່​ແລ້ວໃນ​ປີ​ນີ້ ຫລັງ​ຈາກ​ການ​ສູ້​ລົບ​ກັບ​ກຸ່ມ​ຕາ​ລິ​ບານ​ມາ​ໄດ້​
ນຶ່ງ​ທົດ​ສະ​ວັດ ຫລື​ສິບ​ປີ​ແລ້ວນັ້ນ.

ຄາດ​ວ່າ ທ່ານ ພາ​ແນ​ດຕ້າ ​ຈະ​ພົບ​ປະ​ກັບ​ປະທານາທິບໍດີອັຟກາ​ນີສຖານ ທ່ານ​ຮາມິດ ກາ
ຊາຍ ​ໃນ​ຕອນ​ບ່າຍ​ວັນ​ພຸດມື້​ນີ້.

XS
SM
MD
LG