ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໓ ມິຖຸນາ ໒໐໒໕

ທະຫານສະຫະລັດ ຍິງປືນໃສ່ ພົນລະເຮືອນ ອັຟການິສຖານ


ຊາຍ​ຄົນ​ນື່ງນັ່ງ​ຢູ່​ທາງ​ຫລັງ​ລົດ​ກະບະ​ຄັນ​ນຶ່ງ ທີ່​ບັນທຸກ​ສົບ​ຜູ້​ໃຫຍ່​ແລະ​ເດັກນ້ອຍ ທີ່​ກ່າວ​ກັນ​ວ່າ ຖືກ​ທະຫານ​ອາ​ເມຣິກັນ​ຄົນ​ນຶ່ງ ຍິງ​ຕາຍ​ໃນ​ວັນ​ອາທິດ ທີ 11 ມີນາ​ນີ້ ທີ່​ເມືອງ Panjwai ​ແຂວງ Kandahar ພາກ​ໃຕ້​ຂອງ​ອັຟກາ​ນິສຖານ. (AP Photo/Allauddin Khan)
ຊາຍ​ຄົນ​ນື່ງນັ່ງ​ຢູ່​ທາງ​ຫລັງ​ລົດ​ກະບະ​ຄັນ​ນຶ່ງ ທີ່​ບັນທຸກ​ສົບ​ຜູ້​ໃຫຍ່​ແລະ​ເດັກນ້ອຍ ທີ່​ກ່າວ​ກັນ​ວ່າ ຖືກ​ທະຫານ​ອາ​ເມຣິກັນ​ຄົນ​ນຶ່ງ ຍິງ​ຕາຍ​ໃນ​ວັນ​ອາທິດ ທີ 11 ມີນາ​ນີ້ ທີ່​ເມືອງ Panjwai ​ແຂວງ Kandahar ພາກ​ໃຕ້​ຂອງ​ອັຟກາ​ນິສຖານ. (AP Photo/Allauddin Khan)

ບັນດາເຈົ້າ​ໜ້າ​ທີ່​ອັຟກາ​ນິສຖານແລະ​ສະຫະລັດກ່າວ​ວ່າ ທະຫານສະຫະລັດ​ຄົນ​ນຶ່ງ​ໄດ້ຍ່າງ​ອອກ​ຈາກ​ຄ້າຍ​ຂອງ​ລາວ​ໄປ ​ໃນ​ເຊົ້າ​ວັນ​ອາທິດ​ມື້​ນີ້​ໃນ​ພາກ​ໃຕ້​ຂອງ​ອັຟການິສຖານ ​ແລ້ວ​ເລີ້ມ​ຍິງ​ປືນ​ໃສ່​ພວກ​ພົນລະ​ເຮືອນ​ອັຟກາ​ນິສຖານຈໍານວນ​ນຶ່ງ.

ກຸ່ມ​ເນ​ໂຕ້​ກ່າວ​ວ່າ ຕົນ​ໄດ້​ຈັບ​ທະຫານ​ຄົນ​ນີ້​ໄວ້​ແລ້ວ ​ແລະ​ກໍາລັງ​ທໍາການ​ສືບສວນ​ສອບ​ສວນ​ຫາ​ສາ​ເຫດ​ຂອງ​ເຫດການ​ດັ່ງ​ກ່າວ ທີ່​ເກີດ​ຂຶ້ນ​ໃນ​ແຂວງ Kandahar ​ໃນ​ພາກ​ໃຕ້​ຂອງ​ອັຟກາ​ນິສຖານ​ນັ້ນ.

ໂຄສົກ​ປະ​ຈໍາ​ກຸ່ມ​ເນ​ໂຕ້ ​ໄດ້​ຢືນຢັນ​ວ່າ ມີ​ຫລາຍ​ຄົນ​ໄດ້​ຮັບ​ບາດ​ເຈັບ​ໃນ​ການ​ໂຈມ​ຕີຄັ້ງ​ນີ້ ​ແຕ່​ໂຄສົກ​ບໍ່​ຢືນຢັນ​ລາຍ​ງານ​ຂອງ​ອັຟກາ​ນິສຖານ​ທີ່​ວ່າ​ມີ​ປະຊາຊົນ​ຫລາຍ​ຄົນ​ໄດ້​ເສຍ​ຊີວິດ​ ໃນ​ການ​ໂຈມ​ຕີ​ດັ່ງກ່າວນັ້ນ.

ສະຖານທູດ​ສະຫະລັດ​ໃນ​ອັຟກາ​ນິສຖານ​ກ່າວໃນ​ວັນ​ອາທິດ​ມື້​ນີ້​ວ່າ ຄົນ​ທີ່​ຮັບຜິດຊອບ​ໃນ​ການ​ໂຈມ​ຕີ​ຄັ້ງ​ນີ້ຈະຖືກ​ນໍາ​ມາຮັບ​ໂທດ​ຕາມ​ກົດໝາ​ຍ.

ກຸ່ມເນ​ໂຕ້ ກ່າວ​ວ່າ ​ເຫດການ​ຍິງ​ຜູ້​ຄົນຄັ້ງ​ນີ້​ເປັນ​ທີ່​ໜ້າ​ເສຍໃຈ​ຢ່າງ​ເລິກ​ເຊິ່ງ ແລະຈະ​ມີການ​ແຈ້ງ​ຂ່າວ​ນີ້​ຕື່ມ​ອີກ​ໃຫ້​ຊາບ​ໃນ​ເວລາ​ທີ່​ເໝາະ​ສົມ​ໃນ​ຂັ້ນ​ຕໍ່​ໄປ​.

ບໍ່​ມີ​ລາຍ​ງານໃດໆກ່ຽວ​ກັບ​ວ່າແມ່ນ​ຫຍັງທີ່​ພາ​ໃຫ້​ທະຫານ​ຄົນ​ນີ້​ກະທໍາ​ເຊ່ນ​ນັ້ນ.

ເຫດການ​ຍິງ​ກັນ​ນີ້​ມີ​ຂຶ້ນ​ຫລັງ​ຈາກ ​ມີ​ຄວາມ​ສໍາພັນ​ທີ່​ເຄັ່ງ​ຕຶງ​ມາ​ຫລາຍ​ສັບປະດາ​ລະຫວ່າງ
ກໍາລັງ​ສະຫະລັດ​ແລະ​ພວກ​ທະຫານ​ອັຟກາ​ນິສຖານ ຫລັງ​ຈາກ​ມີ​ການ​ຈູດ​ເຜົາຄໍາ​ພີ Quran
ຢູ່​ຖານ​ທັບ​ຂອງສະຫະລັດແຫ່ງ​ນຶ່ງ​. ​ເຖິງ​ແມ່ນ​ບັນດາ​ເຈົ້າ​ໜ້າ​ທີ່​ສະຫະລັດ​ໄດ້​ຂໍໂທດ​ໄປ​ແລ້ວ
ແລະກ່າວ​ວ່າ ການ​ຈູດ​ເຜົາ​ຄໍາ​ພີ​ກູຣານນັ້ນ​ແມ່ນ​ເຫດ​ບັງ​ເອີນກໍ​ຕາມ ແຕ່​ເຫດການດັ່ງກ່າວ
ກໍ​ໄດ້​ກະ​ຕຸ້ນ​ໃຫ້​ເກີດ​ການ​ປະ​ທ້ວງ​ຢ່າງ​ຮຸນ​ແຮງ​ແລະ​ມີ​ການໂຈມ​ຕີ​ຫລາຍ​ບັ້ນ​ໃນ​ທົ່ວ​ປະ​ເທດ
ເຮັດ​ໃຫ້​ຜູ້​ຄົນ​ເສຍ​ຊີວິດ​ຫລາຍ​ສິບ​ຄົນ. ນອກ​ນັ້ນ ຍັງ​ໄດ້​ມີ​ການ​ໂຈມ​ຕີ​ຫລາຍ​ບັ້ນ​ຕິດ​ຕໍ່​ກັນ
ໂດຍ​ພວກ​ທະຫານ​ອັຟການິສຖານ​ ຕໍ່​ພວກ​ທະຫານ​ຕ່າງປະ​ເທດ.

ໝາຍ​ເຫດ​: ຂ່າວ​ຫລ້າ​ສຸດ​ແຈ້ງ​ຈໍານວນ​ຄົນ​ຖືກ​ຍິງ​ຕາຍ​ວ່າ ມີຢ່າງ​ນ້ອຍ 16 ຄົນ.

XS
SM
MD
LG