ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຫດລະເບີດ ທີ່ອັຟການິສຖານ


ທະຫານເນໂຕທ່ີອັຟການິສຖານ.
ທະຫານເນໂຕທ່ີອັຟການິສຖານ.

ບັນດາ​ເຈົ້າ​ໜ້າ​ທີ່​ອັຟກາ​ນີສຖານ​ກ່າວ​ວ່າ ລະ​ເບີດ​ແຕກ
ໃນແຄມ​ຖະໜົນ​ລູກ​ນຶ່ງໄດ້​ເອົາ​ຊີວິດ​ພວກ​ພົນລະ​ເຮືອນ
15 ຄົນ​ໃນ​ພາກ​ໃຕ້​ຂອງ​ປະ​ເທດ. ທາງ​ການ​ອັຟກາ​ນິສ
ຖານ​ກ່າວໃນ​ຕອນ​ເຊົ້າ​ວັນ​ເສົາ​ມື້​ນີ້​ວ່າ ການລະ​ເບີດດັ່ງ
ກ່າວ​ໄດ້​ເກີດ​ຂຶ້ນ​ໃນວັນ​ສຸກ​ວານ​ນີ້​ໃນ​ເມືອງ Khansheen ​ໃນ​ແຂວງ Helmand.

ເວ​ລານີ້​ຍັງ​ບໍ່​ທັນ​ມີ​ຜູ້​ໃດ​ອ້າງ​ເອົາ​ຄວາມ​ຮັບຜິດຊອບ​ໃນ​ການວາງ​ລະ​ເບີດ​ຄັ້ງ​ນີ້​ເທື່ອ. ບັນດາ​ເຈົ້າ​ໜ້າ​ທີ່​ປະ​ຈໍາ​ແຂວງ​ໄດ້ຖິ້ມ​ໂທດ​ການ​ໂຈມ​ຕີຄັ້ງ​ນີ້​ໃສ່​ພວກ​ຕາ​ລີບັນ.

ໃນ​ແຫ່ງ​ອື່ນໆ​ອີກ ລະ​ເບີດ​ແຮງ​ສູງ​ລູກ​ນຶ່ງ​ໄດ້​ແຕກ​ຖືກ​ຂ້າງ​ນອກ​ຂອງ​ກອງ​ບັນຊາ​ການ​ຕໍາຫລວດ​ແຫ່ງ​ນຶ່ງ​ໃນ​ແຂວງ​ກັນດາ​ຮາ​ໃນ​ພາກ​ໃຕ້​ຂອງ​ອັຟກາ​ນິສຖານ ແຕ່​ຍັງ​ບໍ່​ທັນ​ໄດ້​ຮັບ​ຂ່າວ​ກຽວ​ກັບ​ຄວາມ​ເສຍ​ຫາຍ​ຜູ້​ບາດ​ເຈັບ​ຫລື​ລົ້ມ​ຕາຍ​ເທື່ອ.

ແລະ​ທີ່ແຂວງ Kunduz ​ໃນ​ພາກ​ເໜືອ​ຂອງ​ອັຟກາ​ນິສຖານ ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ຜູ້​ວາງ​ລະ​ເບີດ​ສະລະ​ຊີບ​ຄົນ​ນຶ່ງ​ທີ່ໃຊ້​ລົດ​ຕໍາຫລວດ​ຄັນ​ນຶ່ງ​ໄດ້​ເຮັດ​ໃຫ້ທະຫານ​ບາດ​ເຈັບ 5 ຄົນ​ແລະ​ພວກ​ພົນລະ​ເຮືອນ​ອີກ​ຫລາຍ​ຄົນ.

XS
SM
MD
LG