ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອັຟການິສຖານ ສະແດງ ຄວາມເຊື່ອໝັ້ນ ໃນການໂອນຄວາມຮັບຜິດຊອບ ດ້ານຄວາມປອດໄພ


ທ່ານ ຮາມິດ ກາຊາຍ ປະທານາທິບໍດີ ອັຟການີສຖານ
ທ່ານ ຮາມິດ ກາຊາຍ ປະທານາທິບໍດີ ອັຟການີສຖານ

ທ່ານ ຮາ​ມິດ ກາ​ຊາຍ ປະທານາທິບໍດີ​ອັຟກາ​ນີສຖານ ກ່າວ​ວ່າ ບັນດາປະ​ເທດພາຄີ​ນາໆ​ຊາດ​ກໍາລັງ​ຮ່ວມ​ໄມ້​ຮ່ວມ​ມື​ກັນ ​ເພື່ອຊ່ວຍ​ເຫຼືອປະ​ເທດ ​ຂອງ​ທ່ານ ຕໍ່ສູ້​ກັບ​ພວກກໍ່​ການ​ຮ້າຍ ​ແລະພວກ​ຫົວ​ຮຸນ​ແຮງ ​ແລະ​ນໍາ​ເອົາ ສັນຕິພາບ ​ແລະ​ຄວາມ​ຈະ​ເຣີນທາງ​ດ້ານເສດຖະກິດ​ມາສູ່​ຂົງ​ເຂດ.

ປະທານາທິບໍດີກາ​ຊາຍ ​ກ່າວ​ເມື່ອ​ວັນ​ພະຫັດ​ມື້​ນີ້​ ຢູ່​ທີ່​ກອງ​ປະຊຸມ​ນຶ່ງມື້ ທີ່ ​ເມືອງຫຼວງກາ​ບູລ ບ່ອນ​ທີ່​ບັນດາ​ເຈົ້າໜ້າ​ທີ່​ໄດ້​ປຶກສາ​ຫາລື​ກັນກ່ຽວ​ກັບອະ ນາ​ຄົດ​ຂອງ​ອັຟກາ​ນີສຖານ ຫຼັງຈາກກໍາລັງ​ທະຫານ​ຂອງ​ຕ່າງປະ​ເທດ​ຖອນ ອອກ​ໄປ​ໃນ​ປີ 2014. ການ​ເຈ​ລະ​ຈາ​ກັນ​ດັ່ງກ່າວ​ ​ແມ່ນມີ​ຂຶ້ນລຸນ​ຫຼັງການ​ປຶກສາ​ຫາ​ລືທີ່​ຄ້າຍຄື​ກັນ ​ຢູ່ທີ່​ປະ​ເທດ​ເທີ​ກີ ​ເມື່ອ​ເດືອນ​ພະຈິກ​ປີກາຍ.

ທ່ານກາ​ຊາຍ ກ່າວ​ອີກ​ວ່າ ​ແນ່ນອນ​ທີ່​ສຸດ​ອັຟກາ​ນີສຖານ​ຈະ​ສໍາ​ເລັດການໂອນ​ຄວາມ​ຮັບຜິດຊອບ​ເພື່ອ​ເຂົ້າ​ຄວບ​ຄຸມ​ຄວາມ​ໝັ້ນຄົງ​ຂອງ​ຕົນ​ເອງ​ພາຍໃນ​ປີໜ້ານີ້ກ່ອນ ​ການ​ຖອນ​ກໍາລັງ​ທະຫານ​ຂອງ​ນາໆ​ຊາດ​ອອກ​ໄປ ​ໃນ​ປີ 2014 ນັ້ນ.

ນອກ​ນີ້​ແລ້ວ ທ່ານ​ກາ​ຊາຍ ຍັງ​ໄດ້​ເນັ້ນ​ຍໍ້າພາລະກິດ​ຂອງ​ສະພາ​ສັນຕິພາບ ລະດັບ​ສູງ​ຂອງ​ອັຟກາ​ນີສຖານ ທີ່​ຖື​ວ່າ​ເປັນ​ອົງ​ປະກອບ​ທີ່​ສໍາຄັນ​ທີ່​ສຸດອັນ ນຶ່ງ​ ​ໃນການ​ຫັນ​ປ່ຽນ ​ໂດຍ​ກ່າວ​ອີກ​ວ່າ ​ໃນ​ບໍ່​ຊ້າ​ນີ້ ຫົວໜ້າ​ສະພາ​ດັ່ງກ່າວ​ຈະ​ເດີນທາງ​ໄປ​ເຈລະຈາ​ກັບ Saudi Arabia ​ແລະ ປາ​ກີ​ສຖານ.

ທ່ານ​ກາ​ຊາຍ ​ໄດ້​ກ່າວ​ຂອບ​ໃຈ​ປະ​ເທດ​ຕ່າງໆ​ທີ່​ໄດ້​ໃຫ້​ຄໍາ​ໝັ້ນ​ສັນຍາ​ໃນ​ລະ ຫວ່າງ​ກອງປະຊຸມ​ສຸດ​ຍອດ​ຂອງ​ເນ​ໂຕ້ ຢູ່ນະຄອນ Chicago ທີ່​ວ່າ ​ຈະ​ໃຫ້ການສະໜັບສະໜຸນອຸ້ມ​ຊູ​ກໍາລັງ​ຮັກສາ​ຄວາມ​ປອດ​ໄພ​ຂອງ​ອັຟກາ​ນີສ ຖານ ​ໄປຈົນ​ເຖິງ​ປີ 2024 ນັ້ນ.

XS
SM
MD
LG