ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຸ່ມຕາລິບານເລີ້ມທໍາການບຸກໂຈມຕີ ໃນລະດູບານໃໝ່ ທີ່ອັຟການີສຖານ


ກຸ່ມຕາລິບານ
ກຸ່ມຕາລິບານ

ການໂຈມຕີທີ່ຮຸນແຮງເຖິງແກ່ຊີວິດຫລາຍໆບັ້ນໄດ້ປະທະອັຟການີສຖານ ເມື່ອວັນອາທິດມື້ນີ້ ຫລັງ​ຈາກ​ທີ່ກຸ່ມຕາລິບານກ່າວເມື່ອອາທິດຜ່ານມານີ້ວ່າ ຕົນຈະເລີ່ມທໍາການບຸກລຸກຍາມລະດູ ບານໃໝ່ ຕໍ່ຕ້ານກໍາລັງຝ່າຍປະ ສົມ ທີ່ນໍາໂດຍສະຫະລັດ ແລະກຸ່ມພັນທະມິດຂອງຝ່າຍ ປະສົມໃນ​ວັນ​ອາທິດ​ນີ້.

ໃນມື້ທໍາອິດຂອງການປະກາດບຸກລຸກຂອງກຸ່ມຕາລິບານນັ້ນ ຄວາມຮຸນແຮງ​ໃນທົ່ວອັຟການີສ
ຖານ ​ໄດ້ຍັງຜົນໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 8 ຄົນ ແລະໄດ້ຮັບບາດເຈັບອີກ 20 ກວ່າ ຄົນ.

ພວກເຈົ້າໜ້າທີ່ອັຟການີສຖານກ່າວວ່າ ມືລະເບີດສະລະຊີບທີ່​ເປັນເດັກນ້ອຍອາຍຸສິບສອງປີ ຄົນນຶ່ງ ສວມເສື້ອທີ່​ເຊື່​ອງລະເບີດ​ໄວ້​ເຕັມ ໄດ້ລະເບີດຕົນເອງ ໃນເຂດເມືອງ Barmal ໃນແຂວງ Paktika ທາງພາກເໜືອຂອງປະເທດ ທີ່ຍັງຜົນໃຫ້ມີຜູ້ເສຍຊີວິດ 4 ຄົນ ແລະ ບາດເຈັບອີກ 12 ຄົນ.

ທີ່ເມືອງ Ghazni ຢູ່ທາງຕາເວັນຕົກສຽງໃຕ້ຂອງປະເທດ ລະເບີດລູກນຶ່ງທີ່ຜູກຕິດກັບ ລົດຖີບ ​ໄດ້​ເຮັດໃຫ້ມີຜູ້ໄດ້ຮັບບາດເຈັບຢ່າງໜ້ອຍ 11 ຄົນ ເວລາລະເບີດລູກດັ່ງກ່າວ​ແຕກຂຶ້ນ ຢູ່​ໃກ້ກອງບັນຊາການຕໍາຫລວດ.

ແລະຢູ່ໃນເຂດເມືອງ Ghazni ເຊັ່ນດຽວກັນນັ້ນ ມືປືນຄົນນຶ່ງໄດ້ສັງຫານຕໍາຫລວດສອງຄົນ ແລະຜູ້ຢູ່​ໃກ້ເຫດການຄົນນຶ່ງໄດ້ຮັບບາດເຈັບ

ລະເບີດແຄມທາງລູກນຶ່ງ ໄດ້ລະເບີດຂຶ້ນ ສົ່ງຜົນໃຫ້ຄົນຍາມຄົນນຶ່ງເສຍຊີວິດໃນເຂດເມືອງ Charkh ແຂວງ Logar.

ແລະອີກເຫດການນຶ່ງນັ້ນ ທະຫານອັຟການີສຖານຄົນນຶ່ງຖືກຍິງຕາຍໂດຍພວກມືປືນທີ່ຂີ່ລົດ ຈັກ ໃນເມືອງ Kandahar​.

ທ່ານ De Mistura ຫົວໜ້າ​ອົງ​ກາ​ສະຫະ​ປະຊາ​ຊາດ​ປະຈໍາອັຟກາ​ນິສຖານ ໄດ້ຮຽກຮ້ອງ​ໄປ​ຍັງພວກກຸ່ມກະບົດ ບໍ່ໃຫ້ໃຊ້ວັດຖຸລະເບີດຢ່າງບໍ່ເລືອກໜ້າ ຫລືຢ່າງບໍ່ມີເປົ້າໝາຍ ແລະຮຽກ ຮ້ອງ​ໃຫ້ກໍາລັງຂອງອັຟການີສຖານແລະຂອງຝ່າຍປະສົມ ຈົ່ງຄວບຄຸມການໂຈມຕີທາງ ອາກາດ ແລະການບຸກກວດຄົ້ນໃນຍາມກາງຄືນນັ້ນ ໃຫ້ດີຂຶ້ນແລະຮອບຄອບກວ່າເກົ່າ.

ກຸ່ມຕາລິບານໄດ້ເວົ້າວ່າ ຕົນຈະແນເປົ້າໝາຍໂຈມຕີໃສ່ຄ້າຍທະຫານ ແລະ ພວກລົດລໍາລຽງ ຕ່າງໆ ໂຮມທັງພວກເຈົ້າໜ້າທີ່ຂອງອັຟການີສຖານ

ນອກນີ້ແລ້ວ ພວກກະບົດຍັງໄດ້ຮຽກຮ້ອງໃຫ້ປະຊາຊົນອັຟການີສຖານ ໃຫ້ພາກັນຢູ່ຫ່າງໆ ຈາກສູນກາງ ແລະກິດຈະກໍາຕ່າງໆຂອງພວກກໍາລັງປະສົມນັ້ນ.

XS
SM
MD
LG