ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ການສູ້ລົບກັນ 18 ຊົ່ວໂມງ ໃນເມືອງຫລວງກາບູລ ສິ້ນສຸດລົງແລ້ວ (ເບິ່ງສະໄລດ໌)


ເຫດການໂຈມຕີ ທີ່ເມືອງຫລວງກາບູນ
ເຫດການໂຈມຕີ ທີ່ເມືອງຫລວງກາບູນ

ເຈົ້າໜ້າ​ທີ່​ອັຟກາ​ນີສຖານ​ກ່າວ​ວ່າ ການ​ໂຈມ​ຕີເມືອງ​ຫລວງກາ​ບູລ ​ແລະ​ອີກ​ສາມ​ແຂ​ວງ
ເປັນ​ເວລາເກືອບ 18 ຊົ່ວ​ໂມງ ​ໂດຍ​ພວກ​ກຸ່ມ​ຕາ​ລິ​ບານ​ນັ້ນ ​ໄດ້ສິ້ນ​ສຸດ​ລົງ​ໃນ​ຕອນ​ເຊົ້າ​ວັນ
ຈັນ​ມື້​ນີ້ຫລັງ​ຈາກ​ກໍາລັງ​ຮັກສາ​ຄວາມ​ປອດ​ໄພ​ທີ່​ໜຸນ​ຫລັງ​ໂດຍ​ຍົນ​ເຮ​ລິ​ຄອບ​ເຕີ​ຂອງ​ເນ​ໂຕ້
ໄດ້​ຍິງ​ຖະຫລົ່ມຕຶກ​ແຫ່ງ​ນຶ່ງ​ຢູ່​ໃນກາບູລ ບ່ອນ​ພວກ​ຫົວ​ຮຸນ​ແຮງ​ລີ້​ຊ່ອນຢູ່​ນັ້ນ.

ທ່ານ Besmillah Mohammad ລັດ​ຖະມົນຕີ​ກະຊວງ​ພາຍ​ໃນ ບອກ​ບັນດາ​ຜູ້​ສື່ຂ່າວ​ວັນ
ຈັນ​ມື້​ນີ້​ວ່າ ພວກ​ຫົວ​ຮຸນ​ແຮງ ຖືກ​ຂ້າ​ຕາຍ 36 ຄົນ ​ໃນ​ລະ ຫວ່າງ​ການໂຈມ​ຕີ ທີ່​ເລິ່ມຕົ້ນ
ມາ​ເມື່ອ​ວັນ​ອາທິດ​ວານ​ນີ້ ທີ່​ເມືອງ​ຫລວງ ​ແລະ​ອີກ​ສາມ​ຫົວ​ເມືອງ. ທ່ານ​ກ່າວ​ອີກ​ວ່າ
ກໍາລັງ​ຮັກສາ​ຄວາມ​ປອດ​ໄພ ​ເສຍ​ຊີວິດ​ແປດ​ຄົນ ​ແລະ​ພົນລະ​ເຮືອນ​ອີກ​ສາມ​ຄົນ.

ການ​ປະກາດ​ທີ່​ວ່າ ການ​ສູ້​ລົບ​ໄດ້​ສິ້ນ​ສຸດ​ລົງ ​ແລະພວກ​ຫົວ​ຮຸນ​ແຮງ​ຖືກ​ຂ້າຕາຍ​ນັ້ນ ມີ​ຂຶ້ນ
ຫລາຍໆ​ຊົ່ວ​ໂມງ ​ຫລັງ​ຈາກ​ພວກ​ຊາວ​ເມືອງ​ກາ​ບູລ ຕື່ນຂຶ້ນມາ ພົບ​ກັບ​ສຽງ​ຍິງ​ຕໍ່ສູ້​ກັນ
ຢ່າງ​ດຸ​ເດືອດ ​ແລະສຽງ​ລະ​ເບີດ​ແຕກ ເປັນ​ມື້​ທີ່​ສອງ ​ໃນ​ເຊົ້າ​ມື້​ນີ້.

ການ​ໂຈມ​ຕີຂອງ​ພວກ​ຫົວ​ຮຸນ​ແຮງໄດ້​ແນ​ເປົ້າໝາຍ​ໃສ່​ຕຶກ​ສະພາ​ແຫ່​ງຊາດ ​ກອງ​ບັນຊາ
ການ​ເນ​ໂຕ້ ​ແລະ​ຄຸ້ມ​ສະຖານທູດ​ສະຫະລັດ ເຢຍຣະມັນ​ແລະ ອັງກິດ. ລະ​ເບີດ​ສະຫລະ
ຊີບ​ຫລາຍ​ຄັ້ງໄດ້ແຕກ​ຂຶ້ນຢູ່​ໃນ​ເມືອງ​ຫລວງ ທີ່​ຕິດຕາມ​ມາດ້ວຍການ​ລະດົມ​ຍິງ​ປືນ​ແລະ
ຈະ​ຫລວດ. ຄວັນ​ກຸ້ມ​ຂຶ້ນສູ່​ທ້ອງຟ້າ ​ເວລາກໍາ​ລັງ​ທະຫານຮີບ​ຮ້ອງ​ແລ່ນ​ລົງ​ສູ່​ຖະໜົນ​ຫົນ
ທາງພ້ອມ​ອາວຸດ. ​ຊາວບ້ານ​ຊາວເມືອງ​ພາກັນ​ຫລົບ​ລີ້​ຢູ່​ໃນເຮືອນ ​ແລະໄດ້​ຍິນສຽງ​ຫວໍ​
ສຸກ​ເສີນດັງ​ກ້ອງ ​ຢູ່​ທົ່ວ​ເມືອງ​ຫລວງ.

ນອກ​ນີ້​ແລ້ວພວກ​ຫົວ​ຮຸນ​ແຮງ​ຍັງ​ໄດ້​ໂຕມຕີ​ສາມ​ແຂວງ​ທາງ​ພາກ​ຕາ​ເວັນອອກ ອັນ​ເປັນ​
ພາກສ່ວນຂອງ​ອັນທີ່​ພວກ​ເຂົາ​ເອິ້ນ​ວ່າ ການ​ບຸກຍາມລະດູ ບານ​ໃໝ່

ພວກ​ກຸ່ມ​ຕາ​ລິ​ບານ ​ໄດ້​ອ້າງ​ເອົາ​ຄວາມ​ຮັບຜິດຊອບ​ຕໍ່​ການ​ໂຈມ​ຕີ​ເຫລົ່າ​ນີ້.

XS
SM
MD
LG