ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຸ່ມຕາລິບານ ພ້ອມແລ້ວ ທີ່ຈະໄຂການເຈລະຈາ ກັບລັດຖະບານອັຟການີສຖານ


ກຸ່ມຕາລິບານ
ກຸ່ມຕາລິບານ

ພວກ​ຕາ​ລິ​ບານ​ກ່າວ​ວ່າ ຄະນະ​ພັກ​ການ​ເມືອງ​ຂອງ​ຕົນພ້ອມແລ້ວ ທີ່​ຈະ​ເຂົ້າຮ່ວມ​ການ​ເຈ
ລະຈາ​ສັນຕິພາບ ​ເພື່ອ​ຍຸຕິ​ສົງຄາມ​ໃນ​ອັຟກາ​ນີສຖານ.

ໃນ​ຖະ​ແຫລ​ງການ​ທາງ​ອີ​ເມລສະບັບ​ນຶ່ງ​ເມື່ອ​ວັນ​ພະຫັດ​ມື້​ນີ້ ກຸ່ມ​ຕາ​ລິ​ບານ ກ່າວ​ວ່າ ຕົນ​
ໄດ້​ເພີ່ມ​ຄວາມ​ພະຍາຍາມ​ຫລາຍ​ຂຶ້ນ​ເພື່ອ​ນໍາ​ເອົາ​ສັນຕິພາບມາສູ່​ປະ​ເທດ​ຊາດ​ທີ່​ບໍ່​ມີ​ຄວາມ
ສະຫງົບ​ສຸຂນັ້ນ. ​ແຕ່​ກໍ​ໄດ້​ເນັ້ນ​ຍໍ້າ​ເຖິງ​ການ​ຄັດຄ້ານ​ຂອງ​ຕົນ ​ຕໍ່​ລັດຖະທໍາ​ມະນູນສະບັບ
ປັດຈຸບັນ​ຂອງອັຟກາ​ນີສຖານ ​ແລະ​ກໍ​ໄດ້​ກ່າວເຖິງລັດຖະບານ​ທີ່​ນໍາ​ໂດຍ​ປະທານາທິບໍດີ
ຮາ​ມິດ ກາ​ຊາຍ ນັ້ນ ວ່າ​ເປັນ​ລັດຖະບານ​ລູກ​ແຫຼ້ງຕີນ​ມື.

ຖະ​ແຫຼງການ​ດັ່ງກ່າວ​ນີ້​ມີ​ຂຶ້ນ ​ໃນ​ຂະນະ​ທີ່​ທ່ານ Marc Grossman ນັກ​ການ​ທູດ​ສະຫະ
ລັດ ຕຽມ​ນໍາພາ​ຜູ້​ຕ່າງ​ໜ້າ​ຈຸ​ນຶ່ງ​ໄປ​ຍັງ​ອັຟກາ​ນີສຖານ​ ໃນ ອາທິດ​ໜ້າ​ນີ້ ​ໃນ​ຄວາມ​ຫວັງ
ເພື່ອຈະ​ໄດ້​ຮັບ​ການ​ອະນຸມັດ​ຈາກ​ປະທານາທິ ບໍດີຮາ​ມິດ ກາ​ຊາຍ ສໍາລັບ​ການ​ເຈລະຈາ
​ສັນຕິພາບ​ກັບ​ກຸ່ມ​ຕາ​ລິ​ບານ​ນັ້ນ.

ໃນ​ຕົ້ນ​ເດືອນ​ນີ້ ກຸ່ມ​ຕາ​ລິ​ບານ​ອັຟກາ​ນີສຖານ​ກ່າວ​ວ່າ ຕົນ​ໄດ້​ບັນລຸ​ຂໍ້​ຕົກລົງ ຂັ້ນ​ຕົ້ນ​ເພື່ອ
ເປີດ​ສຳນັກງານ​ການ​ເມືອງ​ຢູ່​ທີ່ຄາ​ຕ້າ ​ໃນ​ການ​ເຄຶ່ອນ​ໄຫວ​ເພື່ອ​ອາດຈະ​ຊ່ວຍ​ອຳນວຍ
ຄວາມ​ສະດວກໃຫ້ການ​ເຈລະຈາ​ກັນ​ນັ້ນ.

ທ່ານ Zabihullah Mujahid ​ໂຄສົກ​ກຸ່ມ​ຕາ​ລິ​ບານ​ກ່າ​ວ​ໃນ​ຖະ​ແຫລ​ງການ​ວ່າ ກຸ່ມ​ຕາ​ລິ​
ບານ​ກໍາລັງ​ຂໍ​ຮ້ອງ​ໃຫ້​ປ່ອຍ​ຕົວ​ພວກ​ນັກ​ໂທດ ທີ່​ຖືກກັກ​ຂັງ​ຢູ່​ສະຖານ​ຄຸມ​ຂັງ​ຂອງ​ສະຫະລັດ
ທີ່ອ່າວ​ກວນ​ຕາ​ນະ​ໂມ ​ປະ​ເທດ​ຄິວ​ບາ​ນັ້ນ.

ເມື່ອ​ໝໍ່ໆ​ມາ​ນີ້​ໄດ້​ມີ​ການ​ອ້າງ​ເອົາ​ຄໍາ​ເວົ້າຂອງພວກ​ເຈົ້າໜ້າ​ທີ່​ສະຫະລັດ​ ທີ່ວ່າ​ວໍ​ຊິງ​ຕັນ​ແມ່ນ
ເປີດກວ້າງ​ສຳລັບການເຈລະຈາສັນຕິພາບ​ກັນ ​ກັບ​ກຸ່ມ​ຕາ​ລິບານ ​ແລະ​ຂໍ້​ຕົກລົງ​ທີ່​ອາດ​ເປັນ
ໄປ​ໄດ້ນັ້ນ ອາດ​ຈະ​ໂຮມທັງ​ການ​ມອບ​ໂອນ ພວກ​ນັກ​ໂທດ​ຕາ​ລິ​ບານ​ນຳ​ດ້ວຍ.

XS
SM
MD
LG