ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

​ພົນລະເຮືອນ ອັຟການິສຖານ ເສຍຊີວິດ ເພີ້ມຂຶ້ນ ໃນຫົກເດືອນ ຕົ້ນປີນີ້ (ວີດິໂອ)


ຊາຍຊາວອັຟການິສຖານ ອ່ານໜັງສືພິມ ຢູ່ຮ້ານນໍ້າຊາແຫ່ງນຶ່ງ ໃນນະຄອນ Kabul ໃນວັນທິ 3 ພຶດສະພາ 2013 ທີ່ຜ່ານມາ
ຊາຍຊາວອັຟການິສຖານ ອ່ານໜັງສືພິມ ຢູ່ຮ້ານນໍ້າຊາແຫ່ງນຶ່ງ ໃນນະຄອນ Kabul ໃນວັນທິ 3 ພຶດສະພາ 2013 ທີ່ຜ່ານມາ
ອົງການສະຫະປະຊາຊາດເວົ້າວ່າ ຕົວເລກການບາດເຈັບ
ແລະເສຍຊີວິດຂອງພົນລະເຮືອນ​ໃນອັຟການິສຖານເພີ້ມ
ຂຶ້ນ 23 ເປີເຊັນ ໃນຫົກເດືອນຕົ້ນປີ 2013 ນີ້.

ອົງການ​ໃຫ້​ຄວາມຊ່ວຍເຫລືອຂອງສະຫະປະຊາຊາດຢູ່ໃນ
ອັຟການິສຖານ ຫລື UNAMA ເວົ້າຢູ່ໃນລາຍງານປະຈຳ
​ຫົກ​ເດືອນທີ່ນຳ​ອອກເຜີຍແຜ່ໃນວັນພຸດມື້ນີ້ວ່າ ການເພີ້ມຂຶ້ນ
ຂອງຈໍານວນພົນລະເຮືອນທີ່ເສຍຊີວິດແມ່ນເປັນຍ້ອນການ
ໃຊ້ລະເບີດ.

ອົງການ UNAMA ໄດ້ບັນທຶກຫລັກຖານການຕາຍຂອງພົນລະ
ເຮືອນ 1,319 ຄົນ ແລະ ການບາດເຈັບ 2,533 ຄົນ ຢູ່ໃນ​ໄລຍະຫົກເດືອນຕົ້ນປີ 2013 ນີ້ ຊຶ່ງເປັນການເພີ້ມຂຶ້ນ 14 ເປີເຊັນໃນກໍລະນີການຕາຍ ແລະ 28 ເປີເຊັນຂອງຈໍານວນ
ຄົນໄດ້ຮັບບາດເຈັບເມື່ອທຽບກັບໄລຍະດຽວກັນຂອງປີ 2012.

ອົງການດັ່ງກ່າວເວົ້າອີກວ່າ ຈໍານວນຄົນບາດເຈັບ ໄດ້ຕ່າວປີ້ນທ່າອ່ຽງທີ່ຫລຸດລົງໃນປີ 2012 ແລະເປັນຂີດໝາຍ ຂອງການກັບຄືນ​ໄປ​ສູ່ທ່າອ່ຽງເພີ້ມຂຶ້ນ ໃນປີ 2011 ຊຶ່ງມີການ
ບັນທຶກວ່າ ຕົວເລກຂອງການເສຍຊີວິດ ແລະການບາດເຈັບສູງ.

ບົດລາຍງານປະຈໍາຫົກເດືອນກ່ຽວກັບການປົກປ້ອງພົນລະເຮືອນ ຢູ່ໃນການຂັດແຍ້ງ ທີ່ມີ
ການໃຊ້ອາວຸດໃນອັຟກາ​ນິສຖານ
ໄດ້ເປີດເຜີຍໃຫ້ຮູ້ວ່າ 74 ເປີເຊັນຂອງຈໍານວນຄົນເສຍ
ຊີວິດ ແລະໄດ້ຮັບບາດເຈັບນັ້ນ ແມ່ນມີສາເຫດມາຈາກການກະທໍາ ຂອງພວກກະບົດ, 9
ເປີເຊັນແມ່ນການກະທໍາຂອງກໍາລັງທະຫານນິຍົມລັດຖະບານ ແລະ 12 ເປີເຊັນແມ່ນ
ເປັນຜົນເນື່ອງມາຈາກການສູ້ລົບກັນທາງພາກພື້ນດິນລະຫວ່າງສອງຝ່າຍ.

ກໍາລັງ​ໃຫ້​ຄວາມຊ່ວຍເຫລືອດ້ານຄວາມໝັ້ນຄົງຂອງສາກົນ ຫລື ISAF ໄດ້ໂຕ້ຖຽງ​ກ່ຽວ ກັບຕົວເລກຂອງອົງການ UNAMA. ອົງການ ISAF ເວົ້າໃນວັນພຸດມື້ນີ້ວ່າ ພວກກະບົດ
ແມ່ນຮັບຜິດຊອບ 90 ເປີເຊັນຂອງການບາດເຈັບ ແລະເສຍຊີວິດຂອງພົນລະເຮືອນໃນ ປີນີ້. ກຳລັງ​ພັນທະ​ມິດ​ສາກົນເວົ້າວ່າ ການໃຫ້ການປົກປ້ອງແກ່ພົນລະເຮືອນອັຟກາ​ນິສ ຖານ
ທີ່​ບໍ່​ມີຄວາມ​ຜິດ ແມ່ນເປັນ “ຄວາມເຊື່ອຖືແລະຄວາມຮັບຜິດຊອບທີ່ສັກສິດ ທີ່ກໍາລັງປະສົມ
ຖືວ່າສໍາຄັນແທ້ໆ.”

ເບິ່ງວີດິໂອກ່ຽວກັບຂ່າວນີ້:

​ການເສຍຊີວິດ ໃນອັຟການິສຖານ ເພີ້ມຂຶ້ນ
please wait

No media source currently available

0:00 0:00:52 0:00


XS
SM
MD
LG