ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຫລາຍພັນຄົນ ຢູ່ພາກເໜືອອັຟການິສຖານ ຫາທາງເຂົ້າຮ່ວມກອງທັບ ເພື່ອຕໍ່ສູ້ກັບກຸ່ມຕາລີບານ


ລົດພາກັນຈອດໃນຂະນະທີ່ລົດຂອງສະມາຊິກກໍາລັງພິເສດຂອງກອງທັບອັຟການິສຖານໄປເຕົ້າໂຮມກັນຄືນຫລັງຈາກປະທະກັນກັບກຸ່ມຕາລີບານ ຢູ່ແຂວງ Kandahar ຊຶ່ງເປັນເຂດຊົນນະບົດແຫ່ງນຶ່ງໃນອັຟການິສຖານທີ່ກຸ່ມຕາລີບານໄດ້ພະຍາຍາມເຂົ້າຍຶດຄອງ, ວັນທີ 13 ກໍລະກົດ 2021
ລົດພາກັນຈອດໃນຂະນະທີ່ລົດຂອງສະມາຊິກກໍາລັງພິເສດຂອງກອງທັບອັຟການິສຖານໄປເຕົ້າໂຮມກັນຄືນຫລັງຈາກປະທະກັນກັບກຸ່ມຕາລີບານ ຢູ່ແຂວງ Kandahar ຊຶ່ງເປັນເຂດຊົນນະບົດແຫ່ງນຶ່ງໃນອັຟການິສຖານທີ່ກຸ່ມຕາລີບານໄດ້ພະຍາຍາມເຂົ້າຍຶດຄອງ, ວັນທີ 13 ກໍລະກົດ 2021

ໃນຂະນະທີ່ສະຫະລັດຖອນກໍາລັງທະຫານອອກຈາກອັຟການິສຖານ, ການໂຈມຕີຂອງກຸ່ມຕາລີບານໄດ້ເພີ່ມຂຶ້ນຢ່າງຫຼວງຫຼາຍ, ແລະກຸ່ມດັ່ງກ່າວກຳ ລັງເຂົ້າໄປຄວບຄຸມພື້ນທີ່ໃນເຂດຊົນນະບົດຈໍານວນນຶ່ງຢູ່ທົ່ວປະເທດ. ແຕ່ວ່າ ປະຊາຊົນໃນທ້ອງຖິ່ນຫລາຍພັນຄົນຢູ່ພາກເໜືອຂອງອັຟການິສຖານ ກຳລັງຮ່ວມກັນກັບກອງທັບອັຟການິສຖານຕໍ່ສູ້ກັບພວກຕາລີບານຢູ່ໃນຂົງເຂດນັ້ນ. Abdulbasir Ilgor ນັກຂ່າວວີໂອເອ ມີລາຍລະອຽດເພີ້ມ ມາຈາກແຂວງຈາວຊ໌ຈານ (Jowzjan) ທາງພາກເໜືອຂອງອັຟການິສຖານ ຊຶ່ງບົວສະຫວັນ ຈະນໍາມາສະເໜີທ່ານໃນອັນດັບຕໍ່ໄປ.

ການປະທະກັນລະຫວ່າງກອງກຳລັງຮັກສາຄວາມໝັ້ນຄົງແຫ່ງຊາດອັຟການິສຖານ ແລະກຸ່ມຕາລີບານ ຍັງສືບຕໍ່ມີຂຶ້ນຢູ່ເຂດອ້ອມແອ້ມ ແຂວງຈາວຊ໌ຈານ (Jowzjan) ທາງພາກເໜືອຂອງອັຟການິສຖານ.

ເຈົ້າໜ້າທີ່ທ້ອງຖິ່ນກ່າວວ່າ ການສູ້ລົບກັນແມ່ນຢູ່ໃນໄລຍະ 30 ກິໂລແມັດຫ່າງ ຈາກເມືອງເຊີເບີການ (Sheberghan), ເມືອງເອກ ຂອງແຂວງຈາວຊ໌ຈານ (Jowzjan) ທີ່ມີປະຊາກອນຫຼາຍກວ່າເຄິ່ງນຶ່ງ ຂອງພົນລະເມືອງທັງໝົດໃນແຂວງນັ້ນ.

ກອງກຳລັງທະຫານບ້ານໃນທ້ອງຖິ່ນ ໄດ້ສົມທົບກັບທະຫານກອງທັບອັຟການິສະຖານ ເພື່ອປ້ອງກັນເຂດຂອງພວກເຂົາເຈົ້າ ບໍ່ໃຫ້ກຸ່ມຕາລີບານຢຶດເອົາໄດ້.

ທ່ານອັບດຸລ ບາເຊຍ (Abdul Bashir), ຜູ້ບັນຊາການທະຫານບ້ານໃນທ້ອງ ຖິ່ນ, ກ່າວເປັນພາສາອູສເບັກກິສຖານວ່າ:
"ເມືອງອູສເບັກກິສຖານເຫຼົ່ານີ້ ກຳລັງປະເຊີນໜ້າກັບພວກຕາລີບານ, ແລະປະຊາຊົນຂອງພວກເຮົາບໍ່ຄວນກັງວົນໃຈເລີຍ. ພວກເຮົາຈະຂັບໄລ່ສັດຕູອອກຈາກບ້ານໃນໄວໆນີ້."

ໃນຂະນະທີ່ກຸ່ມຕາລີບານສືບຕໍ່ກົດດັນຢ່າງໜັກໃນເຂດຊົນນະບົດຕ່າງໆ ຢູ່ນີ້, ບັນດາຜູ້ບັນຊາການກອງທັບແຫ່ງຊາດອັຟການິສຖານໃນຂັ້ນທ້ອງຖິ່ນ ຢູ່ໃນເມືອງເຊີເບີການ (Sheberghan), ກ່າວວ່າ, ກຸ່ມຕາລີບານໄດ້ມີຜູ້ຮັບບາດເຈັບ ແລະລົ້ມຕາຍໃນຊຸມມື້ມໍ່ໆມານີ້ ແລະໄດ້ຮັບປະກັນຕໍ່ຊາວເມືອງໃນທ້ອງຖິ່ນນັ້ນ ວ່າ ເຂົາເຈົ້າຈະປົກປ້ອງຂົງເຂດດັ່ງກ່າວໄວ້.

ທ່ານ ອັບດຸລ ການີ ນີຊາມີ (Abdul Ghani Nizami), ຜູ້ບັນຊາການກອງ ທັບອັຟການິສະຖານ ກ່າວເປັນພາສາດາຣີວ່າ:
"ປະຊາຊົນອັຟການິສຖານຕ້ອງຮູ້ວ່າພວກທະຫານກອງທັບຈະເສຍສະລະເລືອດເນື້ອຂອງເຂົາເຈົ້າ ແລະຈະບໍ່ຍອມມອບດິນແດນໃຫ້ສັດຕູໄປ."

ໃນຂະນະດຽວກັນ, ປະຊາຊົນຢູ່ໃນເມືອງດັ່ງກ່າວ ໄດ້ພາກັນລົງໄປສູ່ຖະໜົນຫົນ ທາງເພື່ອສະໜັບສະໜູນທະຫານກອງທັບ ແລະກ່າວວ່າ ພວກເຂົາເຈົ້າ ຈະເຂົ້າຮ່ວມໃນການຕໍ່ສູ້ຖ້າລັດຖະບານອະນຸຍາດໃຫ້ເຮັດແນວນັ້ນໄດ້.

ທ່ານ ອັບດຸລເຮ ຮາຢອດ (Abdulhay Hayot), ພັກຂະບວນການເຄື່ອນໄຫວແຫ່ງຊາດກ່າວເປັນພາສາດາຣີວ່າ:
"ພວກເຮົາຈະຍຶດໝັ້ນຕໍ່ການປົກຄອງດ້ວຍຕົວບົດກົດໝາຍ ແລະມີຄວາມຮັບຜິດ ຊອບຕໍ່ດິນແດນຂອງເຮົາ, ແລະພວກເຮົາຈະຢືນຢູ່ຂ້າງທະຫານກອງທັບຂອງພວກເຮົາ ແລະໃຫ້ການປົກປ້ອງແກ່ພວກເຂົາເຈົ້າ."

ທ່ານອັບດຸລ ມາຕາລລິບ ຢູລມັສ (Abdul Matallib Yulmas), ຜູ້ອາໄສຢູ່ໃນທ້ອງຖິ່ນນັ້ນ ກ່າວເປັນພາສາອູສເບັກກິສຖານວ່າ:
"ທຸກໆຄົນ, ບໍ່ວ່າໜຸ່ມ ແລະແກ່ ແມ່ນກາງຕໍ່ອາໄສພວກເຮົາໃຫ້ປົກປ້ອງປະເທດຊາດຂອງເຮົາ. ພວກເຮົາສະໜັບສະໜູນອ້າຍນ້ອງຂອງພວກເຮົາ. ພວກເຮົາຈະບໍ່ຍອມອະນຸຍາດໃຫ້ພວກນັກປຸ້ນສະດົມມາປຸ້ນເອົາຊັບສິນຂອງພວກເຮົາໄປ."

ລັດຖະບານທ້ອງຖິ່ນກ່າວວ່າ ຕົນກຳລັງເຮັດວຽກໃນການຂຶ້ນແຜນການທີ່ຈະສົ່ງອາສາສະໝັກໄປແນວໜ້າ.

ທ່ານ ອັບດຸລ ຄາເດຍ ມາລີຢາ (Abdul Qadir Maliya), ຮອງຜູ້ປົກຄອງ ແຂວງຈາວຊ໌ຈານ (Jowzjan) ກ່າວເປັນພາສາດາຣີວ່າ:
"ພວກເຮົາຂໍຂອບໃຈ ແລະຂໍສະໜັບສະໜູນຜູ້ທີ່ມີຄວາມສາມັກຄີກັນໃນການປ້ອງກັນອັຟການິສຖານໄວ້."

ກຸ່ມຕາລີບານຍັງບໍ່ທັນໃຫ້ຄຳເຫັນໃດໆກ່ຽວກັບການປະທະກັນຢູ່ໃນເຂດຊານ ເມືອງເຊີເບີການ (Sheberghan) ນັ້ນເທື່ອ.

ເບິ່ງວີດິໂອກ່ຽວກັບລາຍງານນີ້ເປັນພາສາອັງກິດ

XS
SM
MD
LG