ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ການໂຈມຕີສະຫຼະຊີບ ແນເປົ້າໝາຍໃສ່ ພວກຜູ້ເຖົ້າຊົນເຜົ່າ ໃນອັຟການີສຖານ


​ເຈົ້າໜ້າ​ທີ່​ທາງ​ພາກ​ໃຕ້​ອັຟກາ​ນີສຖານ​ເວົ້າ​ວ່າ ການ​ໂຈມ​ຕີ​ສະຫຼະຊີບ ດ້ວຍລະ​ເບີດ​ສອງ​ຄັ້ງ​ພ້ອມ​ກັນ ​ໄດ້​ສັງຫານ​ຢ່າງ​ໜ້ອຍສາມ​ຄົນ ​ແລະເຮັດ​ໃຫ້ບາດ​ເຈັບ​ອີກຢ່າງ​ໜ້ອຍ 10 ຄົນ.

​ເຈົ້າໜ້າ​ທີ​ເວົ້າ​ອີກ​ວ່າ ມື​ລະ​ເບີດ​ສະຫຼະຊີບ​ສອງ​ຄົນ ​ໄດ້​ໂຈມ​ຕີ​ກອງ​ປະຊຸມ ບັ້ນ​ນຶ່ງ​ຂອງ​ພວກ​ເຖົ້າ​ແກ່​ຊົນ​ເຜົ່າ ​ທີ່​ຕຶກ​ໂຮງການ​ຂອງ​ລັດຖະບານ​ເມື່ອ​ວັນອາທິດ​ມື້​ນີ້ ທີ່​ເມືອງ Spin Boldak ​ແຂວງກັນດາ​ຮາ ຢູ່​ໃກ້​ເຂດ​ຊາຍ ​ແດນ​ຕິດ​ກັບ​ປາ​ກີ​ສຖານ.

Kandahar ​ເປັນ​ແຂວງ​ນຶ່ງ​ຂອງ​ອັຟກາ​ນີສຖານ​ ທີ່​ມັກ​ເກີດ​ເຫດການກໍ່​ຄວາມຮຸນ​ແຮງຫຼາຍທີ່​ສຸດ​ ຢູ່ຕະຫຼອດມາ​.
XS
SM
MD
LG