ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທີມກິລາ ຄຣິກເກັດ ຊາວໜຸ່ມ ອັຟການິສຖານ ຊະນະ ປາກິສຖານ ໃນຮອບຊິງຊະນະເລີດ


ກອງເຊຍ ອັຟການິສຖານ ເບິ່ງການແຂ່ງຂັນກິລາ ຄຣິກເກັດ ຊິງແຊັມໂລກ 2015 ລະຫວ່າງ ອັຟການິສຖານ ແລະ ບັງກລາແດັສ ຢູ່ຮ້າຍຊາຍເຄື່ອງແຄມທາງໃນນະຄອນຫຼວງ ກາບູລ. 18 ກຸມພາ, 2015.
ກອງເຊຍ ອັຟການິສຖານ ເບິ່ງການແຂ່ງຂັນກິລາ ຄຣິກເກັດ ຊິງແຊັມໂລກ 2015 ລະຫວ່າງ ອັຟການິສຖານ ແລະ ບັງກລາແດັສ ຢູ່ຮ້າຍຊາຍເຄື່ອງແຄມທາງໃນນະຄອນຫຼວງ ກາບູລ. 18 ກຸມພາ, 2015.

ອັຟການິສຖານ ໄດ້ຊະນະທີມ ປາກິສຖານ ໃນວັນອາທິດມື້ນີ້, ເປັນໄຊຊະນະການແຂ່ງ
ຂັນຮອບຊິງຊະນະເລີດກິລາ ຄຣິກເກັດ ອາຍຸບໍ່ເກີນ 19 ປີ ຄັ້ງທຳອິດຂອງເຂົາເຈົ້າໃນ
ນະຄອນຫຼວງ ກົວລາລຳເປີ, ເຮັດໃຫ້ເຂົາເຈົ້າມີໂອກາດການສະເຫຼີມສະຫຼອງທີ່ບໍ່ຄ່ອຍ
ເກີດຂຶ້ນ ໃນປະເທດທີ່ມີຄວາມຕ້ອງການຢຸດພັກ ຈາກຄວາມຮຸນແຮງທີ່ບໍ່ມີຄວາມປານີ
ຫຼາຍຄັ້ງ.

ໃນການລົງຕີເປັນຜູ້ທຳອິດນັ້ນ, ທີມ ອັຟການິສຖານ ຕີໄດ້ຄະແນນ 248 ແຕ້ມໃນການ
ແຂ່ງຂັນ 50 ໂອເວີ. ຄູ່ແຂ່ງ ປາກິສຖານ ໃນຂະນະທີ່ກຳລັງໄລ່ຄະແນນຕາມເປົ້າໝາຍ
ນັ້ນ ໄດ້ຜ່າຍແພ້ພາຍໃນ 23 ໂອເວີດ້ວຍຄະແນນພຽງ 63 ແຕ້ມ, ເຮັດໃຫ້ ອັຟການິສ
ຖານ ຊະນະການແຂ່ງຂັນດ້ວຍຄະແນນຫ່າງ 185 ແຕ້ມ, ໄດ້ຍົກຂັນຜູ້ຊະນະເລີດ.

ໄຊຊະນະດັ່ງກ່າວ ໄດ້ສະແດງໃຫ້ເຫັນວ່າມີການພັດທະນາຢ່າງຍິ່ງໃນກິລາ ຄຣິກເກັດ
ຂອງ ອັຟການິສຖານ, ເຊິ່ງໄດ້ແຜ່ຂະຫຍາຍໄປທົ່ວປະເທດທີ່ໄດ້ຮັບຄວາມເສຍຫາຍ
ຈາກສົງຄາມ ຈາກຄ້າຍອົບພະຍົບໃນປະເທດ ປາກິສຖານ ທີ່ຢູ່ໃກ້ຄຽງ ແລະ ໄດ້ກາຍ
ເປັນນຶ່ງໃນກິລາທີ່ໄດ້ຮັບຄວາມນິຍົມຊົມຊອບຫຼາຍທີ່ສຸດຂອງ ອັຟການິສຖານ ໃນສອງ
ສາມປີທີ່ຜ່ານມາ.

ສະພາກິລາ ຄຣິກເກັດ ສາກົນ ຫຼື ICC ໃນປີນີ້ ໄດ້ຮັບເອົາ ອັຟການິສຖານ ເຂົ້າເປັນສະ
ມາຊິກສົມບູນປະເທດທີ 12 ຂອງເຂົາເຈົ້າ, ໂດຍຮັບຮູ້ຄວາມກ້າວໜ້າຂອງທີມຊາດ
ອັຟການິສຖານ ທີ່ໄດ້ສ້າງໄວ້ ໃນການແຂ່ງຂັນ.

ສະມາຊິກຖາວອນຂອງ ICC ແມ່ນປະເທດທີ່ຫຼິ້ນກິລາ ຄຣິກເກັດ ເປັນປະເພນີຢູ່ແລ້ວ
ໄດ້ແກ່: ປະເທດ ອັງກິດ, ອອສເຕຣເລຍ, ບັງກລາແດັສ, ອາຟຣິກາໃຕ້, ນິວຊີແລນ,
ປາກິສຖານ, ເວັສ ອິນດີສ, ອິນເດຍ, ໄອຣ໌ແລນ, ສີລັງກາ ແລະ ຊິມບາບເວ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG