ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ແມ່ຍິງຊາວອັຟການິສຖານ ປະທ້ວງກຸ່ມຕາລິບານ ທີ່ສັ່ງປິດຮ້ານເສີມຄວາມງາມ


ແຟ້ມຮູບ-ຊ່າງເສີມຄວາມງາມ ກໍາລັງແຕ່ງໜ້າໃຫ້ລູກຄ້າ ຢູ່ທີ່ຮ້ານເສີມຄວາມງາມຂອງນາງຊາດັດທ໌ ໃນນະຄອນຫຼວງກາບູລ, ອັຟການິສຖານ, ວັນທີ 25 ເມສາ 2021. ໂຄສົກກະຊວງຄຸນນະທໍາ ແລະຂໍ້ບໍ່ດີ ຂອງອັຟການິສຖານ ກ່າວວ່າ ວັນທີ 4 ກໍລະກົດ 2023, ກຸ່ມຕາລິບານ ໄດ້ສັ່ງປິດຮ້ານເສີມຄວາມງາມທັງໝົດຂອງພວກແມ່ຍິງ.
ແຟ້ມຮູບ-ຊ່າງເສີມຄວາມງາມ ກໍາລັງແຕ່ງໜ້າໃຫ້ລູກຄ້າ ຢູ່ທີ່ຮ້ານເສີມຄວາມງາມຂອງນາງຊາດັດທ໌ ໃນນະຄອນຫຼວງກາບູລ, ອັຟການິສຖານ, ວັນທີ 25 ເມສາ 2021. ໂຄສົກກະຊວງຄຸນນະທໍາ ແລະຂໍ້ບໍ່ດີ ຂອງອັຟການິສຖານ ກ່າວວ່າ ວັນທີ 4 ກໍລະກົດ 2023, ກຸ່ມຕາລິບານ ໄດ້ສັ່ງປິດຮ້ານເສີມຄວາມງາມທັງໝົດຂອງພວກແມ່ຍິງ.

ບັນດາແມ່ຍິງຊາວອັຟການິສຖານທີ່ເປັນເຈົ້າຂອງທຸລະກິດເສີມຄວາມງາມ ແລະເຮັດວຽກຢູ່ໃນຮ້ານເສີມຄວາມງາມໄດ້​ໄປລວມກັນຢູ່ໃນນະຄອນຫຼວງກາບູລເປັນເວລາສອງມື້ ເພື່ອປະທ້ວງຕໍ່ການຕັດສິນໃຈທີ່​ຈະປິດທຸລະກິດຂອງພວກເຂົາເຈົ້າ ໂດຍກຸ່ມຕາລິບານເມື່ອໄວໆມານີ້.

ພວກເຂົາເຈົ້າກ່າວວ່າ ການເຄື່ອນໄຫວດັ່ງກ່າວຂອງກຸ່ມຕາລິບານຈະບີບບັງຄັບໃຫ້ຄອບຄົວທີ່ມີແມ່ຍິງເປັນຫົວໜ້າ ກ້າວເຂົ້າສູ່ຄວາມທຸກຍາກ, ການປະທ້ວງ ໄດ້ຮຽກຮ້ອງໃຫ້ຜູ້ນໍາກຸ່ມຕາລິບານ ທ່ານຮິບາຕູລລາ ອາຄຸນຊາດາ ທີ່ມີລາຍງານວ່າ ອາໄສຢູ່​ໃນແຂວງກັນດາຮາ​ທາງພາກໃຕ້ຂອງປະ​ທດ, ເຊິ່ງໄດ້ຫຼີກລ່ຽງການປາກົດໂຕ ຢູ່ໃນສະຖານທີ່ສາທາລະນະ ແລະບໍ່ໄດ້ພົບກັບບັນດາແມ່ຍິງເຫຼົ່ານັ້ນ.

ກົດຂໍ້ບັງຄັບຂອງ ທ່ານອາຄຸນຊາດາ ໃນການສັ່ງໃຫ້ປິດຮ້ານເສີມຄວາມງາມທັງໝົດຂອງພວກແມ່ຍິງພາຍໃນນຶ່ງເດືອນ ເປັນການ​ເຄື່ອນ​ໄຫວຫຼ້າສຸດ ໃນລາຍຊື່ຍາວຢຽດຂອງນະໂຍບາຍ ກ່ຽວກັບການເລືອກປະຕິບັດທີ່ກໍານົດໂດຍສິ່ງທີ່ທ່ານອາຄຸນຊາດາຮ້ອງວ່າ ​ເອ​ມີ​ເຣດອິສລາມ ເຊິ່ງໄດ້ເຮັດໃຫ້ ອັຟການິສຖານ ມີຊື່ສຽງໃນທາງທີ່ບໍດີ ກ່ຽວກັບ “ການປົກຄອງຜະເດັດການ ທີ່ແບ່ງແຍກ​ທາງເພດ” ຈາກອົງການສະຫະປະຊາຊາດ ແລະ ກຸ່ມ​ປົກ​ປ້ອງສິດທິມະນຸດ.

ແມ່ຍິງຄົນນຶ່ງບອກກັບອົງການຂ່າວ TOLO ເຊິ່ງເປັນຊ່ອງໂທລະພາບທ້ອງຖິ່ນ ວ່າ “ພວກເຂົາປິດມະຫາວິທະຍາໄລຫຼາຍແຫ່ງ, ບັນດາໂຮງຮຽນ, ປິດການສຶກສາ ແລະວຽກງານຕ່າງໆ, ແລະປັດຈຸບັນນີ້ ພວກເຂົາກໍາລັງຈະປິດຊ່ອງທາງດັ່ງ ກ່າວນີ້ສໍາລັບພວກແມ່ຍິງນໍາອີກ. ຂ້ອຍບໍ່ຮູ້ວ່າ ແມ່ນຫຍັງທີ່ບັນດາຜູ້ນໍາຂອງເອ​ມີ​ເຣດອິສລາມຕ້ອງການຈາກພວກເຮົາ.”

ອ່ານຂ່າວນີ້ເພີ້ມເຕີມເປັນພາສາອັງກິດ

XS
SM
MD
LG